ລົດໄຟຂະບວນດ່ວນລ້ານຊ້າງ ຂົນສິນຄ້າຈາກຈີນ ຈະຮອດນະຄອນຫຼວງມື້ວຽງຈັນນີ້

181

ລົດໄຟຄວາມໄວສູງລາວ-ຈີນ ປະກົດການໃໝ່ໃນສັງຄົມລາວ ນັບແຕ່ເລີ່ມເປີດບໍລິການເປັນຕົ້ນມາແມ່ນເຫັນໄດ້ວ່າ ມີຫຼາຍສິ່ງທີ່ເປັນໄປນອກຈາກການເພີ່ມທາງເລືອກໃຫ້ຜະຊາຊົນລາວໃນການເດີນທາງຂຶ້ນເຫຼືອລົງໃຕ້ດ້ວຍຍົນ ແລະລົດເມແລ້ວລົດໄຟແມ່ນໜຶ່ງທາງເລືອກທີ່ດີທີ່ສຸດ, ພ້ອມນີ້ການຂົນສົ່ງສິນຄ້າກໍ່ເປັນບາດກ້າວທີ່ສຳຄັນທີ່ວ່ອງໄວທັນການກວ່າຜ່ານມາຫຼາຍ.

ຫຼ້າສຸດນີ້, ຕາມຂ່າວ CRI ເວລາ 10 ໂມງ 30 ນາທີຂອງວັນທີ 10 ມັງກອນ 2022ນີ້ ຕາມເວລາວຽງຈັນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ທີ່ເປັນຂະບວນລົດໄຟຂົນສົ່ງສິນຄ້າຂະບວນທໍາອິດທີ່ແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ໄດ້ອອກເດີນທາງຈາກນະຄອນຄຸນຫມິງ ປະເທດຈີນ ແລະຈະເດີນທາງໄປຮອດນະຄອນຫຼວງວຽງຈັນໃນວັນທີ 11 ມັງກອນ 2022ນີ້.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງກ່າວວ່າ: ໃນໄລຍະເບື້ອງຕົ້ນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ຈະແລ່ນ 2 ຖ້ຽວເປັນປະຈຳ, ຫຼັງຈາກນັ້ນຈະອີງຕາມສະພາບຕົວຈິງຂອງຕະຫຼາດ ແລ້ວຈະເພີ່ມຂະບວນລົດໄຟເປັນກ້າວໆ ເຊິ່ງຈະສາມາດຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າທີ່ມີເວລາຈຳກັດ ເຊັ່ນ: ໝາກໄມ້, ຜັກ, ຜະລິດຕະພັນເອເລັກໂຕຼນິກ, ເຄື່ອງໃຊ້ໃນຊີວິດປະຈຳວັນ ແລະອື່ນໆ.

ປັດຈຸບັນ, ສິນຄ້າທີ່ຂົນສົ່ງຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງຈາກຢາງພາລາ, ປຸຍ ແລະເຄື່ອງຂອງຕ່າງໆ ໄດ້ຂະຫຍາຍໄປສູ່ ຜະລິດຕະພັນເອເລັກໂຕຼນິກ, ລົດ, ຜັກ, ໝາກໄມ້ ແລະອື່ນໆ.

ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງຈະສົ່ງໄປເຖິງ 10 ກວ່າປະເທດແລະເຂດແຄວ້ນ ເປັນຕົ້ນແມ່ນ ລາວ, ໄທ, ມຽນມາ ແລະບັງກລາເດັດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຕ່ອງໂສ້ການຈໍລະຈອນສິນຄ້າຢູ່ລະຫວ່າງແມ່ນ້ຳລ້ານຊ້າງຂອງຈີນແລະອະນຸພາກພື້ນແມ່ນ້ຳຂອງ ແລະຈະຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງສາກົນແລະຕ່ອງໂສ້ການຄ້າ.