ທຸກຄົນຮູ້ໄວ້! 3 ວິທີ ນອນແນວໃດໃຫ້ດີຕໍ່ສຸຂະພາບທ່ານ

179

ການນອນຫຼັບແມ່ນມີຄວາມສຳຄັນຕໍ່ຮ່າງກາຍຫຼາຍ, ສະໝອງ ແລະ ລວມໄປເຖິງຈິດໃຈ ໂດຍເຮົາຈະສັງເກດໄດ້ວ່າ ວັນໃດກໍ່ຕາມທີ່ເຮົາອົດນອນ ສະໝອງເຮົາຈະບໍ່ຄ່ອຍແລ່ນ ຫຼື ເຮັດວຽກ ຄິດຫຍັງກໍ່ບໍ່ອອກ ສ່ວນຂອງອາລົມກໍ່ບໍ່ຄ່ອຍທີ່ຈະປົກກະຕິ ດັ່ງນັ້ນ, ຢ່າເບິ່ງຂ້າມຕ້ອງນອນໃຫ້ຄົບ ແລະ ຖືກຕ້ອງຕາມເວລາພັກຜ່ອນຂອງຮ່າງກາຍ ແລະ ບໍ່ຄວນໃຊ້ຄຳວ່າ ສຳລັບຄົນຮັກສຸຂະພາບ ເນື່ອງຈາກບັນຫານີ້ທຸກຄົນຄວນປະຕິບັດ.

1 ນອນໃຫ້ພໍ
ບັນຫາໂລກແຕກຄືນອນແນວໃດໃຫ້ພໍ ສໍາລັບຄໍານີ້ຕອບໄດ້ຕົງໆເລີຍວ່າ ຊ່ວງໄລຍະການນອນຂອງແຕ່ລະຄົນຮູ້ສຶກວ່າ “ພໍ” ບໍ່ເທົ່າກັນ ບາງຄົນນອນ 4-5 ຊົ່ວໂມງກໍຮູ້ສຶກວ່າເຕັມອິ່ມແລ້ວ ບໍ່ຮູ້ສຶກເຫງົານອນ, ສົດຊື່ນໄດ້ ແຕ່ໃນຂະນະທີ່ບາງຄົນ 6, 7 ຫຼື8 ຊົ່ວໂມງ ຍັງຮູ້ສຶກຫິວນອນຄືກັບຄົນນອນບໍ່ພໍ ນັ້ນເປັນເພາະຄຸນນະພາບການນອນສໍາຄັນ ຖ້ານອນຫຼັບເລິກໄດ້ 5 ຊົ່ວໂມງ ກໍຈະຮູ້ສຶກດີກວ່າຄົນທີ່ນອນຫຼັບໆຕື່ນໆທັງທີ່ຄົບ 8 ຊົ່ວໂມງ. ແຕ່ໂດຍທົ່ວໄປໄລຍະເວລາການນອນທີ່ເໝາະສົມກໍແມ່ນ 7-8 ຊົ່ວໂມງຕໍ່ໜຶ່ງວັນ.

2 ຫຼັບໃຫ້ເລິກ
ການນອນຫຼັບໃຫ້ສະໜິດເປັນການນອນທີ່ມີຄຸນນະພາບເຊິ່ງຈະເຮັດໃຫ້ຕື່ນມາມີຄວາມສົດຊື່ນ ແລະ ດີຕໍ່ສຸຂະພາບ. ການນອນຫຼັບອາດຈະເປັນເລື່ອງງ່າຍສໍາລັບບາງຄົນ ແຕ່ກໍເປັນເລື່ອງຍາກສໍາລັບບາງຄົນເຊັ່ນກັນ ເຊິ່ງອາດຈະຕ້ອງໄດ້ມີການປັບປ່ຽນພຶດຕິກໍາບາງຢ່າງສໍາລັບຜູ້ຫຼັບຍາກເຊັ່ນ ອອກກໍາລັງກາຍ, ງົດການດື່ມກາເຟກ່ອນນອນຢ່າງໜ້ອຍ 6 ຊົ່ວໂມງ, ດື່ມນົມກ່ອນນອນຈັກ 1 ຈອກ, ບໍ່ຄວນດື່ມນໍ້າຫຼາຍເກີນໄປກ່ອນເຂົ້ານອນ, ງົດອາຫານໜັກກ່ອນນອນຢ່າງໜ້ອຍ 4-6 ຊົ່ວໂມງ, ງົດໃຊ້ອຸປະກອນອີເລັກໂຕນິກທຸກປະເພດກ່ອນເຂົ້ານອນຢ່າງໜ້ອຍ 30 ນາທີ-1 ຊົ່ວໂມງ ປ່ຽນມາເປັນອ່ານໜັງສືກໍໄດ້.

3 ປັບໃຫ້ຊິນ
ການເຂົ້ານອນໃນເວລາຕ່າງກັນທຸກມື້ອາດເຮັດໃຫ້ຮ່າງກາຍບໍ່ຄຸ້ນຊິນ ແລະ ສົ່ງຜົນໃຫ້ການນອນບໍ່ພຽງພໍ ສະນັ້ນຄວນພະຍາຍາມປັບປ່ຽນເວລານອນ-ເວລາຕື່ນ ເວລາດຽວກັນທຸກໆວັນຈະເຮັດໃຫ້ຮ່າງກາຍເຄີຍຊິນ ແລະຫຼັບໄດ້ງ່າຍຂຶ້ນ.