6 ນິໄສ ທີ່ຄົນປະສົບຄວາມສໍາເລັດ ປະຕິເສດຈະບໍ່ມີເດັດຂາດ

1203

ຄົນທີ່ປະສົບຄວາມສໍາເລັດ ສ່ວນຫຼາຍ ໃຫ້ຄໍານິຍາມ ຄວາມສໍາເລັດ ຄືຄວາມມສຸກ, ຄວາມສະຫງົບ, ການໄດ້ຊ່ວຍເຫຼືອຄົນອື່ນ; ສ່ວນເລື່ອງເງິນຄໍາ ແລະ ຄວາມມັ່ງຄັ່ງຮັ່ງມີນັ້ນ ມີຜົນພຽງຊື້ຄວາມສະບາຍ ແລະເປີດໂອກາດໃຫ້ພວກເຂົາຫຼາຍຂຶ້ນເທົ່ານັ້ນ.
ແນວໃດກໍຕາມ ມື້ນີ້ຜູ້ຂຽນຈະພາມາຮູ້ຈັກ 6ນິໄສ ທີ່ຄົນປະສົບຄວາມສໍາເລັດ ປະຕິເສດທີ່ຈະບໍ່ມີ ບໍ່ເຮັດນິໄສເຫຼົ່ານີ້ເດັດຂາດ.

1 ບໍ່ໃຫ້ຄໍານິຍາມຄວາມສໍາເລັດຈາກ ເງິນ

ຄົນທີ່ປະສົບຄວາມສໍາເລັດ ສ່ວນຫຼາຍ ໃຫ້ຄໍານິຍາມ ຄວາມສໍາເລັດ ຄືຄວາມສຸກ, ຄວາມສະຫງົບ, ການໄດ້ຊ່ວຍເຫຼືອຄົນອື່ນ; ສ່ວນເລື່ອງເງິນຄໍາ ແລະ ຄວາມມັ່ງຄັ່ງຮັ່ງມີນັ້ນ ມີຜົນພຽງຊື້ຄວາມສະບາຍ ແລະເປີດໂອກາດໃຫ້ພວກເຂົາຫຼາຍຂຶ້ນເທົ່ານັ້ນ; ພວກເຂົາຈະຄິດສະເໝີວ່າ ເງິນ ຢ່າງດຽວບໍ່ສາມາດຫາຊື້ຄວາມສຸກໄດ້

2 ບໍ່ເລີ່ມຕົ້ນມື້ໂດຍບໍ່ວາງແຜນ

ບໍ່ແມ່ນພຽງການວາງແຜນໄລຍະສັ້ນ ແລະ ໄລຍະຍາວເທົ່ານັ້ນ ແຕ່ຄົນເຫຼົ່ານີ້ ວາງແຜນກັນເປັນລາຍວັນ ວ່າໃນແຕ່ລະມື້ ມີຫຍັງແນ່ທີ່ພວກເຂົາຕ້ອງເຮັດໃຫ້ສໍາເລັດ ໂດຍສະເພາະສິ່ງທີ່ເອີ້ນວ່າ Golden Hour ເຊິ່ງເປັນ 1ຊົ່ວໂມງທໍາອິດຫຼັງຈາກຕື່ນນອນ ອັນເປັນເວລາທີ່ສົດຊື່ນ ທີ່ເໝາະໃນການວາງແຜນວ່າໃນ 1ມື້ຂອງເຂົາຕ້ອງເຮັດຫຍັງແນ່.

3 ຄວາມສົມບູນແບບບໍ່ແມ່ນເປົ້າໝາຍ

ຄົນທີ່ປະສົບຄວາມສໍາເລັດ ຈະຄິດວ່າມັນເປັນເລື່ອງເສຍເວລາ ແລະ ເປືອງພະລັງງານຫຼາຍ ທີ່ຈະໄປໃສ່ໃຈ ຄວາມສົມບູນແບບ ເພາະນັ້ນໝາຍເຖິງທ່ານຕ້ອງມາຫາຈຸດບົກພ່ອງທຸກຈຸດ ເພື່ອແກ້ມັນໃຫ້ສົມບູນແບບ. ແຕ່ສິ່ງທີ່ພວກເຂົາມຸ່ງໝັ້ນຄື ທັກສະຂອງພວກເຂົາທີ່ພັດທະນາຂຶ້ນເລື້ອຍໆ ຈາກການເຮັດສໍາເລັດໃນແຕ່ລະເປົ້າໝາຍ ເຊິ່ງນັ້ນຄືສິ່ງທີ່ໜ້າພູມໃຈທີ່ສຸດແລ້ວ ທີ່ຮູ້ວ່າພວກເຂົາບໍ່ໄດ້ຢູ່ກັບທີ່ ແຕ່ພັດທະນາຂຶ້ນເລື້ອຍໆນັ້ນເອງ.

4 ບໍ່ວຸ້ນວາຍ ຫຼື ສົນໃຈຄົນເບິ່ງໂລກໃນແງ່ລົບ

ຄົນທີ່ເບິ່ງໂລກໃນແງ່ຮ້າຍ ຄົນທີ່ຈົ່ມກັບທຸກເລື່ອງ ຄົນທີ່ຜັດມື້ຜັດວັນ ຄົນທີ່ມັກແກ້ຕົວ ກຸ່ມຄົນເຫຼົ່ານີ້ ຄົນທີ່ປະສົບຄວາມສໍາເລັດຈະບໍ່ວຸ້ນວາຍ ຫຼື ເຂົ້າໄປຂ້ອງກ່ຽວເດັດຂາດ ເພາະຍິ່ງຢູ່ໃກ້ ກໍ່ຍິ່ງເປັນການໄດ້ຮັບພະລັງລົບຖ່າຍທອດມາ ແຕ່ກົງກັນຂ້າມພວກເຂົາມັກຢູ່ໃກ້ຄົນທີ່ຈະໃຫ້ແຮງບັນດານໃຈກັບເຂົາຫຼາຍກວ່າ.

5 ບໍ່ເບິ່ງເລື່ອງຍາກໆ ຫຼື ບັນຫາໃນແງ່ລົບ

ຄົນທີ່ປະສົບຄວາມສໍາເລັດ ເມື່ອພົບເລື່ອງຍາກ ຫຼື ບັນຫາຍາກໆ ສິ່ງທີ່ເຂົາຈະຄິດຄື ພວກເຂົາເອົາຊະນະມາແລ້ວຫຼາຍບັນຫາໃນອະດີດ. ດັ່ງນັ້ນ, ສິ່ງທີ່ຢູ່ຕໍ່ໜ້າພວກເຂົາຕອນນີ້ ກໍຕ້ອງເອົາຊະນະມັນໄປປໃຫ້ໄດ້ ແລະ ນັ້ນຄືປະສົບການທີ່ຈະເຮັດໃຫ້ພວກເຂົາເກັ່ງຂຶ້ນ.

6. ບໍ່ຈົມຢູ່ກັບຄວາມລົ້ມເເຫຼວ

ຄົນເຫຼົ່ານີ້ ເບິ່ງຄວາມລົ້ມເເຫຼວ ຄືສ່ວນໜຶ່ງຂອງການເຕີບໂຕ ພວກເຂົາເຫັນເປັນໂອກາດທີ່ພວກເຂົາຈະໄດ້ຮຽນຮູ້ ເພື່ອກ້າວໄປຂ້າງໜ້າ ເພາະພວກເຂົາເຊື່ອວ່າ ບໍ່ວ່າເຮົາຈະລົ້ມອີກຈັກເທື່ອ ທຸກຄັ້ງທີ່ລຸກຂຶ້ນມາໃໝ່ທ່ານຈະແຂງແກ່ນກວ່າເກົ່າ.

ໂດຍ: ເອຢິບ
ທີ່ມາ: https://13plot.com/13