ເອົາບົດຮຽນຈາກບ້ານນາທອງ ກັບກິດຈະກໍາສ້າງລາຍຮັບແກ້ໄຂຄວາມທຸກຍາກ

58

ການຫຼຸດພົ້ນຈາກຊີວິດທີ່ຢູ່ພໍລອດໄປວັນໆບໍ່ມີເກັບບໍ່ມີກິນ ແມ່ນຄວາມປາຖະໜາຂອງທຸກໆຄົນ ແຕ່ຈະເຮັດວິທີໃດໃຫ້ພົ້ນຈາກຈຸດນັ້ນໄດ້ນີ້ເປັນໂຈດທີ່ຄົນຈຳນວນຫຼາຍໄປບໍ່ເປັນ ແຕ່ບ້ານນາທອງໂຊກດີທີ່ມີກອງທຶນຫຼຸດຜ່ອນຄວາມທຸກຍາກເຂົ້າໄປເຖິງ ແລະໃຫ້ການຊ່ວຍເຫຼືອ ເຫັນວ່າ ສະພາບຄອບຄົວດີຂຶ້ນມີເງິນເກັບ ແລະສົ່ງທອນຄືນພາຍໃນ 1 ປີ ຈຶ່ງຢາກເອົາບ້ານນີ້ມາເປັນຕົວຢ່າງໃຫ້ກັບທຸກຄົນ.

No photo description available.
ບ້ານນາທອງ ເປັນບ້ານຊົນເຜົ່າລາວ, ຕັ້ງຫ່າງຈາກເທດສະບານເມຶອງກັວນ, ແຂວງຫົວພັນ 12 ກິໂລແມັດ. ບ້ານນາທອງ ປະກອບມີ 39 ຄົວເຮືອນ, ມີ 3 ຄົວເຮືອນທູກຍາກ, ປະກອບມີພົນລະເມືອງ ທັງໝົດ 239 ຄົນ, ຍິງ 113 ຄົນ. ອາຊີບຕົ້ນຕໍຂອງປະຊາຊົນພາຍໃນບ້ານ ແມ່ນເຮັດນາ, ເຮັດໄຮ່ ແລະ ຖືເອົາການປູກພືດ, ລ້ຽງສັດນ້ອຍ ແລະ ສັດໃຫຍ່ ເປັນອາຊີບສໍາຮອງ. ບ້ານນາທອງ ເປັນບ້ານເປົ້າໝາຍຊູດທີ 1 ຂອງໂຄງການກອງທຶນຫຼຸດຜອ່ນຄວາມທຸກຍາກ(ທລຍ) 3 ໄລຍະເພີ່ມທຶນ.

No photo description available.
ໜຶ່ງໃນບັນດາກິດຈະກໍາ ຂອງໂຄງການ ທລຍ ທີ່ຈັດຕັ້ງປະຕິບັດຢູ່ບ້ານດັ່ງກ່າວ ແມ່ນການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຈໍານວນ 4 ກຸ່ມ, ມີສະມາຊີກທັງໝົດ 42 ຄົນ, ຍິງ 40 ຄົນ. ພາຍຫຼັງ ການສ້າງຕັ້ງກຸ່ມ ກຊກ ແລະ ການຄັດເລືອກເອົາ ຄະນະກຳມະການບໍລິຫານກອງທຶນ ກຊກ ຂັ້ນບ້ານແລ້ວ ໂຄງການ ຍັງໄດ້ສະໜອງການເຝິກອົບຮົມການເງິນການບັນຊີກອງທຶນ ກຊກ ກ່ອນທີ່ ທລຍ ໄດ້ມອບເງິນຕົ້ນທຶນໃຫ້ກຸ່ມ ກຊກ ທັງສອງຊຸດ ຄື ຊຸດທີ 1 ຈຳນວນ 46.368.000 ກີບ ໃນເດືອນມີນາ ປີ 2022 ແລະ ຊຸດທີ 2 ຈຳນວນ 43.680.000 ກີບ ໃນເດືອນຕຸລາ ປີ 2022 ລວມຈໍານວນເງິນທັງໝົດ 90.048.000 ກິບ.

No photo description available.

ນອກຈາກເງິນຕົ້ນທຶນແລ້ວ, ສະມາຊິກ ກຊກ ທັງໝົດ ຍັງໄດ້ກຳນົດເງິນຝາກປະຈໍາເດືອນ 5000 ກີບ/ເດືອນ. ມາຮອດປະຈຸບັນ ກອງທຶນ ກຊກ ບ້ານນາທອງ ມີເງິນຝາກຂອງສະມາຊິກ ສະສົມທັງໝົດ 6.930.000 ກີບ. ສະມາຊິກ ກຊກ 19 ຄົນ ໄດ້ກູ້ຢືມເງິນຈາກກອງທຶນ ກຊກ ຈໍານວນ 90.000.000 ກີບ ເພື່ອໄປລົງທຶນໃສ່ກິດຈະກຳສ້າງລາຍຮັບ ເປັນຕົ້ນແມ່ນ ລ້ຽງໄກ່, ລ້ຽງໝູ ແລະ ຕໍ່າຫູກ ພ້ອມທັງ ໄດ້ນໍາໃຊ້ເຕັກນິກໃນການລ້ຽງສັດ ເຊັ່ນ: ການສັກຢາປ້ອງການສັດ, ເຮັດອາຫານໝັກໃຫ້ສັດຕາມສູດ ເພື່ອຫຼຸດຕົ້ນທຶນຊື້ອາຫານສັດ, ສ້າງຄອກສັດຕາມເຕັກນິກວິຊາການ.

May be an image of duckling
ຜ່ານການດໍາເນີນກິດຈະກໍາເປັນເວລາ 12 ເດືອນ, ສະມາຊິກ ກຊກ ຜູ້ທີ່ໄດ້ກູ້ຢືມເງິນໄປເຮັດກິດຈະກໍາສ້າງລາຍຮັບດັ່ງທີ່ກ່າວມານັ້ນ ສາມາດມີກໍາໄລຈາກການຂາຍສັດ ແລະ ຕໍ່າຫູກ ທັງໝົດ 55.330.000 ກີບ. ພວກເຂົາເຈົ້າສາມາດສົ່ງຕົ້ນທຶນ ແລະ ດອກເບ້ຍຄືນໃຫ້ກອງທຶນ ກຊກ ໄດ້ 100%. ລາຍຮັບດັ່ງກ່າວ ແມ່ນຫຼາຍກວ່າເມື່ອທຽບໃສ່ເມື່ອກ່ອນ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ແຕ່ລະຄົວຄອບ ມີຊີວິດການເປັນຢູ່ທີ່ດີຂຶ້ນເທື່່ອລະກ້າວ.