ກໍດອນ ກາຍເປັນນັກເຕະອາຍຸນ້ອຍທີ່ສຸດທີ່ຍິງປະຕູໃຫ້ກັບ ລິເວີພູລ ໃນ ເອັຟເອ ຄັບ

124

ຈາກບັນຫາທີ່ນັກເຕະຂອງ ລິເວີພູລ ໄປຮັບໃຊ້ທີມຊາດ ແລະ ໄດ້ຮັບຜົນກະທົບຈາກໂຄວິດ-19 ເຮັດໃຫ້ ເຈເກັນ ຄລ໊ອບ ຜູ້ຈັດການທີມຕ້ອງຕັດສິນໃຈສົ່ງນັກເຕະດາວເດັ່ນຫຼາຍຄົນລົງແຂ່ງຂັນກັບ ຊຣູບິວຣີ ສະໂມສອນໃນລີກ 1 ຂອງປະເທດອັງກິດ ໃນການແຂ່ງຂັນບານເຕະຊີງຂັນ ເອັຟເອ ຄັບ ຮອບ 3 ເມື່ອວັນທີ 9 ມັງກອນ 2022.

ປາກົດວ່າ: ຊຣູບິວຣີ ໄດ້ປະຕູຂຶ້ນນໍາກ່ອນ ແຕ່ ກໍດອນ ທີ່ໄດ້ຮັບໂອກາດລົງສະໜາມກໍສ້າງຜົນງານໂດດເດັ່ນຍິງປະຕູຕີສະເໝີໃຫ້ກັບ ລິເວີພູລ 1-1 ນາທີໆ 34 ກ່ອນທີ່ ລິເວີພູລ ຈະໄດ້ເພີ່ມ 3 ປະຕູລວດຈາກການຍິງຈຸດໂທດຂອງ ຟາບິໂອ ແຮນຣິກວາຍ ນາທີໆ 44, ໂຣແບໂຕ ຟິມິໂນ ນາທີໆ 79 ແລະ ແຮນຣິກວາຍ ນາທີໆ 90 ເອົາຊະນະໄປ 4-1.

ເຊິ່ງປະຕູຂອງ ກໍດອນ ຍິງໃຫ້ກັບ ລິເວີພູລ ເຮັດໃຫ້ລາວກາຍເປັນນັກເຕະອາຍຸນ້ອຍທີ່ສຸດຂອງ ລິເວີພູລ ທີ່ສາມາດຍິງປະຕູໃນລາຍການນີ້ຂອງຮອບນ໊ອກເອົ້າໄດ້ສໍາເລັດ ດ້ວຍອາຍຸພຽງ 17 ປີກັບ 96 ວັນ ທໍາລາຍສະຖິຕິຂອງ ເຊຍີ່ ໂອໂຈ ທີ່ຍິງປະຕູໃສ່ ເອັກເຊເຕີ ໃນຕອນທີ່ອາຍຸ 18 ປີກັບ 215 ວັນໃນການແຂ່ງຂັນຮອບ 2 ລາຍການ ເອັຟເອ ຄັບ ລະດູການ 2015-2016.
ສໍາລັບ ກໍດອນ ຖືກ ລິເວີພູລ ຊື້ຕົວມາຮ່ວມທີມມາຈາກ ດາບີ້ ເຄົາຕີ້ ເມື່ອເດືອນກັນຍາ 2021 ດ້ວຍຄ່າຕົວ 3 ລ້ານປອນ.