ທ່ານ ນາຍົກມີກຳນົດຢ້ຽມຢາມ ສສ ຫວຽດນາມໃນລະຫວ່າງ 8-10 ມັງກອນນີ້

163

ສຳລັບສອງຊາດລາວ-ຫວຽດນາມ ແມ່ນຖືວ່າເປັນອ້າຍນ້ອງທີ່ຄຽງບ່າຄຽງໄລ່ກັນມາແຕ່ຍາວນານ ມີການຮ່ວມມືກັນໃນຫຼາຍດ້ານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາໂດຍຕະຫຼອດ ບໍ່ວ່າຍາມສົງຄາມ ຫຼື ສັນຕິພາບ ທັງນີ້, ເພື່ອຮັດແໜ້ນຄວາມສຳພັນໃຫ້ແໜ້ນຍິ່ງຂຶ້ນໄປເລື້ອຍໆ ທ່ານນາຍົກແຫ່ງ ສປປ ລາວ ຈະເດີນທາງໄປຢ້ຽມຢາມ ສສ ຫວຽດນາມໃນລະຫວ່າງ 8-10 ມັງກອນນີ້.

ຕາມການແຈ້ງການຂອງກະຊວງການຕ່າງປະເທດ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 08-10 ມັງກອນ 2022

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຟ້າມ ມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈະໄດ້ ເດີນທາງໄປຢ້ຽມ ຢາມຢ່າງເປັນທາງການທີ່ ສສ ຫວຽດນາມ ແຕ່ ວັນທີ 08-10 ມັງ ກອນ 2022, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະ ເທດລາວ ແລະ ຫວຽດນາມ.