ເມືອງ ຜາອຸດົມ ປັກດຳເຂົ້ານາແຊງສຳເລັດແລ້ວ 70% ຄາດວ່າສຳເລັດກາງເດືອນນີ້

281

ດັ່ງທີ່ຮູ້ກັນດີ ສຳລັບປະຊາຊົນລາວໂດຍສ່ວນຫຼາຍແລ້ວແມ່ນຕິດອາຊີບການເຮັດນາ ແຕ່ສ່ວນໃຫຍ່ແມ່ນເຮັດນາປີ ເນື່ອງຈາກອາໄສນ້ຳຝົນຕາມລະດູການ, ແຕ່ສຳລັບນາແຊງແລ້ວແມ່ນຂຶ້ນກັບຄວາມສະດວກສະບາຍໃນບາງພື້ນທີ່ສຳລັບການສະໜອງນ້ຳໃຫ້ແກ່ນາແຊງ, ເຊັ່ນດຽວກັບ ທີ່ເມືອງຜາອຸດົມ ແຂວງ ບໍ່ແກ້ວ ປີນີ້ແມ່ນມີເນື້ອທີ່ເຮັດນາແຊງຢູ່ທີ່ 552 ເຮັກຕາ.

ທ່ານ ສົມໄຊ ວັນນະຈອມຈັນ ຫົວໜ້າໜ່ວຍງານປູກຝັ່ງ-ລ້ຽງສັດ ຫ້ອງການກະສິກໍາ-ປ່າໄມ້ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ໄດ້ລາຍງານກ່ຽວກັບສະພາບການຜະລິດເຂົ້ານາແຊງ. ໃນວັນທີ 5 ມັງກອນ 2022 ໃຫ້ຮູ້ວ່າ ເມືອງ ຜາອຸດົມ ກໍ່ແມ່ນເມືອງໜຶ່ງທີ່ມີທ່າແຮງໃນການຜະລິດທັງ 02 ລະດູ. ໂດຍສະເພາະລະດູແລ້ງກໍ່ແມ່ນມີຊົນລະປະທານທັງໝົດ 08 ແຫ່ງ ໃນການສະໜອງນໍ້າ ເພື່ອສະດວກໃນການຜະລິດເຂົ້ານາແຊງ.

ຫ້ອງການກະສິກໍາ-ປ່າໄມ້ເມືອງ ກໍ່ໄດ້ລົງຊູກຍູ້ ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃນການຜະລິດເຂົ້າພຶດລະດູແລ້ງ ເຮັດໃຫ້ການຜະລິດເຂົ້ານາແຊງຂອງເມືອງ ຜາອຸດົມ ໄດ້ຮັບການຈັດ ຕັ້ງປະຕິບັດໄປຕາມລະດູການ.

ໃນແຜນປີ 2022 ມີເນື້ອທີ່ນາແຊງທັງໝົດ 552 ເຮັກຕາ, ມີ 635 ຄອບຄົວ. ມາຮອດປັດຈຸບັນຊາວກະສິກອນແມ່ນໄດ້ ສໍາເລັດການໄຖກຽມດິນ ແລະ ຕົກກ້າແລ້ວ 100%, ການປັກດຳສຳເລັດແລ້ວ 70%. ສ່ວນແນວພັນເຂົ້າທີ່ນໍາມາປູກແມ່ນແນວພັນປັບປຸງ 100% ການປັກດໍາເຂົ້ານາແຊງຄາດວ່າຈະ ສໍາເລັດ 100% ກາງເດືອນ ມັງກອນ 2022 ນີ້.