ມີສະຕິຕື່ມ! 2021 ເສຍຊີວິດເກືອບ 1000 ຄົນເພາະອຸບັດຕິເຫດ

157

ປີໃໝ່ຟ້າໃໝ່ ຕ້ອງໃສ່ໃຈເລື່ອງການຂັບຂີ່ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍທັງຊີວິດ ແລະ ຊັບສິນອັນເນື່ອງມາຈາກອຸບັດຕິເຫດທາງທ້ອງຖະໜົນ ອັນສຳຄັນຄືການໃຫ້ກຽດກັນ, ບໍ່ແຊງຖ້າບໍ່ຈຳເປັນ, ບໍ່ຂັບຖ້າດື່ມສິ່ງມືນເມົາແລ້ວ ແມ່ນຢູ່ອຸບັດເຫດເປັນເຫດສຸດວິໄສ ແຕ່ກໍ່ຫຼີກລຽງໄດ້ຖ້າທຸກຄົນຕື່ນຕົວປະຕິບັດກົດຈະລາຈອນ ແລະບໍ່ປະໝາດ.

ຕາມຂໍ້ມູນ ຈາກກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນທັນວາ 2021 ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນທັງໝົດ 5.576 ຄັ້ງ, ໃນນັ້ນ, ເສຍຊີວິດ ທັງໝົດ 831 ຄົນ, ໄດ້ຮັບບາດຈັບ 8.388 ຄົນ, ພາຫະນະເປ່ເພ 9.910 ຄັນ, ທຽບໃສ່ ປີ 2020 ຜ່ານມາ, ອຸປະຕິເຫດເກີດຂຶ້ນ ຫລຸດລົງ 1198 ລາຍ, ເສຍຊີວິດ ຫລຸດລົງ 200 ຄົນ, ໄດ້ຮັບບາດເຈັບຫລຸດລົງ 1.639 ຄົນ, ພາຫະນະເປ່ເພ ຫລຸດລົງ 2.097 ຄັນ.

ສະເພາະ ຢູ່ນະຄອນຫລວງວຽງຈັນ ນັບແຕ່ເດືອນມັງກອນ ຫາ ເດືອນທັນວາ 2021 ມີອຸປະຕິເຫດເກີດຂຶ້ນທັງໝົດ 853 ຄັ້ງ, ເສຍຊີວິດ ທັງໝົດ 161 ຄົນ, ໄດ້ຮັບບາດເຈັບ 720 ຄົນ, ພາຫະນະເປ່ເພ 1775 ຄັນ, ທຽບໃສ່ໄລຍະດຽວກັນ ຂອງປີ 2020 ຜ່ານມາ ການເກີດອຸປະຕິເຫດ ຫລຸດລົງ 303 ຄັ້ງ, ເສຍຊີວິດ ຫລຸດລົງ 29 ຄົນ, ບາດເຈັບ ຫລຸດລົງ 478 ຄົນ ແລະ ພາຫະນະເປ່ເພ ຫລຸດລົງ 532 ຄັນ.

ສຳລັບ ສາເຫດ ທີ່ພາໃຫ້ເກີດອຸປະຕິເຫດ ແມ່ນ ດື່ມເຫລົ້າ 1.031 ກໍລະນີ, ຄວາມໄວ 1.606 ກໍລະນີ, ປ່ຽນທິດທາງ 707 ກໍລະນີ, ແຊງບໍ່ຮັບປະກັນ 468 ກໍລະນີ, ບໍ່ປ່ອຍສິດ 601 ກໍລະນີ, ລ່ວງປ້າຍຫ້າມ 183 ກໍລະນີ, ເຕັກນິກບໍ່ຮັບປະກັນ 116 ກໍລະນີ ແລະ ອື່ນໆ 921 ກໍລະນີ.

ຢ່າງໃດກໍ່ຕາມ ແຂວງ ທີ່ເກີດອຸປະຕິເຫດ ຫລາຍກວ່າໝູ່ ຍັງແມ່ນ ນະຄອນຫລວງວຽງຈັນ ມີທັງໝົດ 853 ຄັ້ງ, ເສຍຊີວິດ ທັງໝົດ 161 ຄົນ, ຖັດລົງມາ ແມ່ນແຂວງຈຳປາສັກ ມີອຸປະຕິເຫດເກີດຂຶ້ນ 780 ຄັ້ງ, ເສຍຊີວິດ 83 ຄົນ, ສະຫວັນນະເຂດ 743 ຄັ້ງ, ເສຍຊີວິດ 106 ຄົນ, ວຽງຈັນ 457 ຄັ້ງ, ເສຍຊີວີດ 48 ຄົນ, ບໍລິຄຳໄຊ 402 ຄັ້ງ, ເສຍຊີວິດ 61 ຄົນ, ຫລວງພະບາງ 383 ຄັ້ງ, ເສຍຊີວິດ 58 ຄົນ, ຫລວງນໍ້າທາ 298 ຄັ້ງ, ເສຍຊີວິດ 20 ຄົນ

ໄຊຍະບູລີ 274 ຄັ້ງ, ເສຍຊີວິດ 51 ຄົນ, ອັດຕະປື 230 ຄັ້ງ, ເສຍຊີວິດ 23 ຄົນ, ສາລະວັນ 186 ຄັ້ງ, ເສຍຊີວິດ 30 ຄົນ, ຜົ້ງສາລີ 133 ຄັ້ງ, ເສຍຊີວິດ 13 ຄົນ, ຊຽງຂວາງ 131 ຄັ້ງ, ເສຍຊີວິດ 30 ຄົນ, ເຊກອງ 126 ຄັ້ງ, ເສຍຊີວິດ 16 ຄົນ, ບໍ່ແກ້ວ 97 ຄັ້ງ, ເສຍຊີວິດ 25 ຄົນ, ໄຊສົມບູນ 80 ຄັ້ງ, ເສຍຊີວິດ 18 ຄົນ, ຄຳມ່ວນ 77 ຄັ້ງ, ເສຍຊີວິດ 34 ຄົນ ແລະ ແຂວງຫົວພັນ ມີອຸປະຕິເຫດເກີດຂຶ້ນ 48 ຄັ້ງ, ເສຍຊີວິດ 18 ຄົນ.