ກອງພັນ 613 ສຸມໃສ່ການປູກ-ການລ້ຽງສ້າງສະບຽງໃຫ້ກຸ້ມຕົນເອງ ປະຢັດລາຍຈ່າຍສ່ວນກາງ

218

ການປູກຝັງ ແມ່ນພື້ນຖານເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ກອງພັນ 613 ເຊິ່ງເປັນກົມກອງຮາກຖານໜື່ງທີ່ເຄື່ອນໄຫວໜ້າທີ່ວິຊາສະເພາະຂອງຕົນ ຮັບປະກັນໄດ້ໃນຄວາມປອດໄພ ໃນຂອບເຂດທີ່ກົມກອງຮັບຜິດຊອບ.

ຄວາມຫ້າວຫັນປູເຮັດການຜະລິດກະສິກຳ ຂອງກົມກອງນັ້ນບໍສະເພາະເພື່ອບໍລິໂພກພາຍໃນເທົ່ານັ້ນ ແຕ່ສາມາດຊ່ວຍສ້າງລາຍຮັບເຂົ້າກົມກອງຈາກການເພີ່ມພູນຜະລິດຜົນ, ເຊີ່ງມີເນື້ອທີ່ທຳການຜະລິດ 0,9 ເຮັກຕາ, ມີເຮືອນຮົ່ມ 1 ຫຼັງ, ມີຂະໜາດ 6×24 ແມັດ, ມີງົວ 29 ໂຕ,ໜູ 12 ໂຕ, ສັດປີກ 560 ໂຕສະເລ່ຍລາຍຮັບຈາກການປູກຝັງ-ລ້ຽງສັດ 119 ລ້ານກວ່າກີບ, ການປູກຜັກຈະປູກລັກສະນະໝູນວຽນກັນຫຼາກຫຼາຍຊະນິດ ເປັນການປູກຜັກແບບຜັກອິນຊີ

ຊຶ່ງປັດຈຸບັນເປັນທີ່ຕ້ອງການຂອງຕະຫຼາດ ສໍາລັບປູກຜັກເພື່ອຮັບໃຊ້ເຂົ້າໃນເຮືອນຄົວລວມຂອງກອງພັນ ແລະ ຂາຍສົ່ງອອກຕະຫຼາດເພື່ອນຳລາຍຮັບເຂົ້າສູ່ກົມກອງສະເລ່ຍ12ລ້ານກ່ວາກີບຕໍ່ປີ, ພືດທີ່ນໍາມາປູກໃນຄັ້ງນີ້ສ່ວນຫຼາຍແມ່ນ: ໝາກຖົ່ວ, ຜັກກາດ, ຜັກຫອມ ແລະ ພືດອື່ນໆ ທັງນີ້ກໍ່ເພື່ອປະຕິບັດຕາມທິດຊີ້ນໍາຂອງກົມໃຫຍ່ພະລາທິການກອງທັບ.

ການປູກ-ການລ້ຽງ ເປັນສິ່ງສໍາຄັນໃນການປັບປຸງແກ້ໄຂຊິວິດການເປັນຢູ່ພາຍໃນກົມກອງສ້າງຮັບລາຍຮັບ ເພື່ອຫຼຸດຜ່ອນລາຍຈ່າຍຂອງກົມກອງ ພ້ອມທັງປະຕິບັດຕາມແຜນງານທີ່ ແຕ່ລະກົມກອງວາງອອກ ໂດຍມີແຜນງານຄໍ້າປະກັນສະບຽງ ອາຫານ ເຊິ່ງໄດ້ສຸມໃສ່ການຜະລິດລະດູແລ້ງ.