ນັກໂທດຢູ່ສະຫວັນນະເຂດ 400 ກວ່າຄົນ ໄດ້ຮັບອະໄພຍະໂທດ

232

ການລົງໂທດຄືວິທີການປັບປ່ຽນແນວຄິດຜູ້ທີ່ກະທຳຜິດຕໍ່ກົດໝາຍບ້ານເມືອງໃຫ້ສຳນຶກໃນການກະທຳ ແລະກັບຄືນມາໃຊ້ຊີວິດໃນສັງຄົມ ສ້າງປະໂຫຍດແກ່ປະເທດຊາດດ້ວຍຈິດໃຈທີ່ດີ ສະນັ້ນໃນທຸກໆປີຈິ່ງຕ້ອງມີການປະເມີນ ເພື່ອອະໄພຍະໂທດ, ຫຼຸດຜ່ອນໂທດ ແລະປ່ອຍຕົວນັກໂທດສຳລັບຜູ້ທີ່ມີການປະພຶດປະຕິບັດດີ.

ໃນວັນທີ 23 ທັນວາ 2021 ນີ້, ອົງການໄອຍະ ການປະຊາຊົນແຂວງ ສະຫວັນນະ ເຂດ ສົມທົບກັບຄ້າຍຄຸມຂັງ-ດັດ ສ້າງແກ້ງຄັນກະຊວງປ້ອງກັນ ຄວາມສະຫງົບ ໄດ້ຈັດພິທີປະກາດ ອະໄພຍະໂທດແກ່ນັກໂທດທີ່ມີ ຄວາມກ້າວໜ້າທີ່ຄ້າຍຄຸມຂັງ ແກ້ງຄັນ, ໂດຍມີທ່ານ ວຽງທະວີ ສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ກຳມະການປະ ຈຳພັກແຂວງ ຮອງເຈົ້າແຂວງສະ ຫວັນນະເຂດ, ບັນດາພາກສ່ວນ ທີ່ກ່ຽວຂ້ອງຈາກເມືອງຕ່າງໆ, ຕາງ ໜ້າກອງບັນຊາການ ປກສ ເມືອງ ອ້ອມຂ້າງເຂົ້າຮ່ວມ.

ໃນຈຳນວນນັກໂທດທີ່ສະເໜີອະໄພຍະໂທດຜ່ອນໂທດ ແລະປ່ອຍ ຕົວໃນປີ 2021 ຢູ່ແຂວງສະຫວັນນະເຂດມີທັງໝົດ 404 ຄົນ, ໃນນີ້ ນັກໂທດໄດ້ຮັບການອະໄພຍະ ໂທດປ່ອຍຕົວມີຈໍານວນ 78 ຄົນ, ໄດ້ຮັບການອະໄພຍະໂທດຫຼຸດ ຜ່ອນໂທດ 336 ຄົນ, ຍິງ 38ຄົນ, ຕ່າງປະເທດ 3 ຄົນ, ນັກໂທດຕະ ຫຼອດຊີວິດມີ 16 ຄົນ, ຍິງ 4ຄົນ. ໃນນັ້ນ ຂໍ້ຫາຢາເສບຕິດ ມີ 329 ຄົນ, ຍິງ 38 ຄົນ ແລະຂໍ້ຫາທົ່ວ ໄປມີ 7 ຄົນ, ຕ່າງປະເທດ 2 ຄົນ.

ທ່ານ ວຽງທະວີສອນ ເທບພະຈັນ ມີຄຳ ເຫັນວ່າ: ການລົງໂທດຕໍ່ນັກໂທດ ບໍ່ແມ່ນເປັນການທໍລະມານຄົນ ຫຼືກັກຂັງໜ່ວງໜ່ຽວແບບໄຮ້ມະນຸດສະທຳ ແຕ່ເປັນການປາບພະຍາດແນວຄິດທີ່ບໍ່ດີ ເພື່ອກອບກູ້ ເອົາຊີວິດຂອງຜູ້ຫຼົງຜິດໃຫ້ກາຍ ມາເປັນພົນລະເມືອງດີ, ກັບຄືນເມືອຢູ່ກັບຄອບຄົວຢ່າງອົບອຸ່ນ ແລະສ້າງສາພັດທະນາຄອບຄົວ, ດຳລົງຊີວິດຢູ່ໃນສັງຄົມຢ່າງ ປອດໃສ.

.

ທ່ານຍັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບ ການປ່ອຍຕົວໄດ້ຫັນປ່ຽນແນວ ຄິດຈິດໃຈປະຖິ້ມໃນການກະທຳ ທີ່ບໍ່ດີ, ຕ້ອງທຳມາຫາກິນດ້ວຍຄວາມບໍລິສຸດສັດຊື່, ສິ່ງໃດທີ່ບໍ່ດີ ການກະທຳທີ່ເປັນການລະເມີດ ກົດໝາຍ, ຮີດຄອງປະເພນີອັນດີ ງາມຂອງຊາດແມ່ນຫ້າມເດັດ ຂາດ, ສ່ວນຜູ້ທີ່ໄດ້ຮັບການຜ່ອນ ໂທດກໍ່ໃຫ້ເອົາໃຈໃສ່ສ້າງຜົນ ງານ, ປະຕິບັດລະບຽບກົດໝາຍ, ເປັນແບບຢ່າງໃນການອອກແຮງ ງານ, ເຄົາລົບເຈົ້າໜ້າທີ່ບໍ່ໃຫ້ມີ ແນວຄິດເຕັ້ນໂຕນໂຍນໜີ ເພື່ອ ໃຫ້ມີໂອກາດໄດ້ຮັບການຜ່ອນ ໂທດໃນປີຕໍ່ໄປ.