ແຜ່ນດິນໄຫວຢູ່ຜົ້ງສາລີ ກະທົບ 20 ບ້ານໃນນັ້ນເສຍຫາຍທັງ ໂຮງຮຽນ ແລະ ວັດວາອາຮາມ

437

ແຜ່ນດິນໄຫວ ແມ່ນສິ່ງທີ່ເກີດຂຶ້ນທາງທຳມະຊາດ ທີ່ສ້າງຄວາມເສຍຫາຍ ເຊິ່ງເຫດການຫຼ້າສຸດທີ່ເກີດຂຶ້ນຢູ່ແຂວງຜົ້ງສາລີ ຕາມລາຍງານຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຜົ້ງສາລີແມ່ນສົ່ງຜົນກະທົບເຖິງ 20 ບ້ານ ພາຍຫຼັງເກີດແຜ່ນດິນໄຫວຊ້ຳຊ້ອນເຖິງ 3 ຄັ້ງ.

ໃຫ້ເຫດການແຜ່ນດິນໄຫວນັ້ນຄັ້ງທີ1ຄື ວັນທີ 24 ທັນວາ 2021, ເວລາ 20:44 ແລະ 21:02 ໂມງໃນເວລາ 20:43:22 ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານ ທີ່ 22.364’N ແລະ ເສັ້ນແວງທີ່ 101.688’E ຄວາມແຮງສັ່ນສະເທືອນວັດແທກໄດ້ 5,7 ຣິກເຕີ້, ເຊິ່ງມີຄວມເລີກ ຈາກເທິງຫນ້າດິນປະມານ 10 Km ຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງ ຍອດອູ ແຂວງຜົ້ງສາລີ.

ເຊິ່ງເຮັດໃຫ້ເຮືອນພໍ່ແມ່ປະຊາຊົນເປ່ເພ ແລະ ເສຍຫາຍຫຼາຍຢ່າງລວມທັງຫມົດ 20 ບ້ານຄື: ກຸ່ມບ້ານລໍາ: ບ. ງ໋ອງ, ກຸ່ມນາຫຼວງ: ບ. ນາຫຼວງ, ບ.ປາຈ່າ, ບ.ຫ້ອຍວາ ແລະ ບ.ພັງສານ, ກຸ່ມນາຍາວ: ບ. ນາຍາວ ແລະ ບ.ບໍ່ໃຕ້, ບ້ານ ໃຫຍ່ອຸເຫນືອ: ຄຸ້ມ ດອນແຍງ, ຄຸ້ມນາວອນ, ຄຸ້ມຫນອງງາຍ ແລະ ຄຸ້ມຊຽງຄອນ, ກຸ່ມຍອດອູ: ບ.ໂພນງາມ, ບ.ສວຍງາມ, ບ.ດານຕຸ້ຍ, ບ.ແຊວຈ່າຍ ແລະ ບ.ສົມເຮືອງ, ເທດສະບານອຸໃຕ້: ບ.ເທິງ, ບ.ພູຊ້າງ, ບ.ລຸ່ມ, ບ.ກາດ, ບ.ໃຕ້, ບ.ພານ ແລະ ທະຫານກອງຮ້ອຍ 111

ນອກນີ້ ຍັງມີໂຮງຮຽນ, ວັດວາອາລາມຫຼາຍແຫ່ງເສຍຫາຍ ຄິດສະເລ່ຍ ເປັນມູນຄ່າທັງຫມົດປະມານ: 1,4 ຕື້ກວ່າກີບ ໃນເວລາ 21:02:30 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະຫນານທີ 22.260’N ແລະ ເສັ້ນແວງທີ 101.890’E ຄວາມແຮງສັ່ນສະເທືອນວັດແທກໄດ້ 4,6 ຣິກເຕີ້, ເຊິ່ງມີຄວາມເລີກຈາກເທີງຫນ້າດິນປະມານ 10 Km. ຈາກສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງຈຸດແຜ່ນດິນດັ່ງກ່າວ ແມ່ນໄກຈາກເທດສະບານ ເມືອງຍອດອູ ປະມານ 18 Km

ແຜ່ນດິນໄຫວຄັ້ງທີ 2: ວັນທີ 25 ທັນວາ 2021 18:55:ໂມງ ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວໃນຂອບເຂດທົ່ວປະເທດເຊິ່ງໄດ້ ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 01 ຄັ້ງ, ໃນບໍລິເວນ ເຂດແຂວງ ຜົ້ງສາລີ ລາຍລະ ອຽດຂອງການເກີດແຜ່ນດິນໄຫວມີຄືດັ່ງລຸ່ມນີ້:

ໃນເວລາ 18:55:35 ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ 21.988’N ແລະ ເສັ້ນ ແວງທີ 101.940’E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,5 ຣິກເຕີ, ມີຄວາມເລີກຈາກຫນ້າດິນ 10 Km ເຊິ່ງຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານໂຈ້ກາເກົ່າ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ( ຍັງບໍ່ມີ ການລາຍງານຜົນເສຍຫາຍ )

ແຜ່ນດິນໄຫວຄັ້ງທີ 3: ວັນທີ 26 ທັນວາ 2021 ເວລາ 05:16ໂມງ. ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງຜົ້ງສາລີ, ລາຍລະອຽດ ຂອງການເກີດແຜ່ນດິນໄຫວ ມີດັ່ງນີ້:

ໃນເວລາ 05:16:02, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານ 22.260’N ແລະ ເສັ້ນແວງທີ 101.890 ຄວາມແຮງສັ່ນສະເທືອນວັດແທກໄດ້ 3,3 ຣິກເຕີ, ເຊິ່ງຄວາມເລີກຈາກ ເທິງຫນ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ເມືອງຍອດອູ ແຂວງຜົ້ງສາລີ ຊາຍແດນ ລາວ – ຈີນ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງຍອດອຸ ປະມານ 18 Km ( ຍັງບໍ່ມີການລາຍ ງານຜົນເສຍຫາຍ )