ວຽງຈັນເຊັນເຕີ ຈັບສະຫຼາກ ແຈກຂອງຂວັນ ສະຫຼອງຄົບຮອບ 6 ປີ ແລະ 2 ປີ ຈົດທະບຽນຂຶ້ນຕະຫຼາດຫຼັກຊັບລາວ

189

ໃນວັນທີ 25 ທັນວາ 2021 ສູນການຄ້າ ວຽງຈັນເຊັນເຕີ ໄດ້ຈັດງານສະເຫຼີມສະຫຼອງ ວຽງຈັນເຊັນເຕີ ຄົບຮອບ 6 ປີ ແລະ ຈົດທະບຽນຂຶ້ນຕະຫຼາດຫຼັກຊັບລາວ ຄົບຮອບ 2 ປີ ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສະຫວັນທອງ ອຸ່ນມີໄຊ ຮອງປະທານບໍລິສັດ ພັດທະນາສູນເສດຖະກິດການຄ້າ ຄົບວົງຈອນ ດອນຈັນຕອນເໜືອ ຈຳກັດ, ທ່ານ ເພິງເຖິງ ຫົວໜ້າຄະນະບໍລິຫານສູນການຄ້າ ວຽງຈັນເຊັນເຕີ, ທ່ານ Lei Yao Hai ເລຂານຖການສະພາບໍລິຫານ, ທ່ານ ນາງ ນວນສີ ມະຫັນມະນະວິໂຣດ ຮອງຜູ້ອຳນວຍການວຽງຈັນເຊັນເຕີ, ພ້ອມດ້ວຍບັນດາຜູ້ຊ່ວຍອຳນວຍການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທີ່ສູນການຄ້າວຽງຈັນເຊັນເຕີ.

ທ່ານ ນາງ ສະຫວັນທອງ ອຸ່ນມີໄຊ ຮອງປະທານບໍລິສັດ ພັດທະນາສູນເສດຖະກິດການຄ້າ ຄົບວົງຈອນ ດອນຈັນຕອນເໜືອ ຈຳກັດ ກ່າວວ່າ: ງານຄັ້ງນີ້ຈັດຂຶ້ນ ເພື່ອສະເຫຼີມສະຫຼອງ ວຽງຈັນເຊັນເຕີ ຄົບຮອບ 6 ປີ ແລະ ຈົດທະບຽນຂຶ້ນຕະຫຼາດຫຼັກຊັບລາວ ຄົບຮອບ 2 ປີ, ງານຄັ້ງນີ້ແມ່ນໄດ້ຈັດກິດຈະກຳຈັບສະຫຼາກຮ່ວມຊິງຂອງລາງວັນ ມູນຄ່າ 660.000.000 ກີບ, ແຕ່ເນື່ອງການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ມີການລະບາດເປັນເວລາແກ່ດົນ ດັ່ງນັ້ນສູນການຄ້າວຽງຈັນເຊັນເຕີພວກເຮົາໄດ້ມີການປັບປຸງ ແລະ ປັບປຽນຮູບແບບງານໃຫ້ເຂົ້າກັບສະຖານະການ ແລະ ການຈັບສະຫຼາກມື້ນີ້ແມ່ນເພື່ອມອບຄວາມສຸກໃຫ້ກັບລູກຄ້າໃນທ້າຍປີ 2021 ຜ່າການໄລ້ສົດຜ່ານເພຈວຽງຈັນເຊັນເຕີ.

ທ່ານກ່າວຕື່ມວ່າ: ຕະຫຼອດ 6 ປີຜ່ານມາ ທັງສູນການຄ້າວຽງຈັນເຊັນເຕີ ແລະ ບັນດາຮ້ານຄ້າຕ່າງໆ ໄດ້ພ້ອມກັນສ້າງທີມງານ, ມຸ່ງໝັ້ນເອົາໃຈໃສ່ພັດທະນາໃນການບໍລິການ ເຮັດໃຫ້ສູນການຄ້າວຽງຈັນເຊັນເຕີໄດ້ຮັບຄວາມນິຍົມຈາກມວນຊົນ ແລະ ສາມາດຕອບສະໜອງສິນຄ້າໃຫ້ແກ່ລູກຄ້ານັບມື້ກ້ວາງຂວາງຂຶ້ນ. ຂ້າພະເຈົ້າໃນນາມຕົວແທນສູນການຄ້າວຽງຈັນເຊັນເຕີ ຂໍຂອບໃຈບັນດາຜູ້ປະກອບການ, ຄູ່ຮ່ວມທຸລະກິດ ແລະ ລູກຄ້າທຸກໆທ່ານ ທີ່ໃຫ້ການສະໜັບສະໜູນ ສູນການຄ້າວຽງຈັນເຊັນເຕີ ແລະ ຮ່ວມຜ່ານຜ່າວິກິດມາດ້ວຍກັນ.

ເຊິ່ງການຈັບສະຫຼາກຄັ້ງນີ້ ມີຈຳນວນຫຼາຍກວ່າ 150 ລາງວັນ, ໃນມູນຄ່າ ມູນຄ່າ 660.000.000 ກີບ, ພ້ອມກັນນີ້ ພາຍໃນງານ ສູນການຄ້າວຽງຈັນເຊັນເຕີກໍ່ຍັງເປັນຕົວແທນມອບເງິນບໍລິຈາກໃຫ້ກັບມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623, ສະມາຄົມອາສະກູ້ໄພນະຄອນຫຼວງວຽງຈັນ 1624, ມູນນິທິຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນະຄອນຫຼວງ ແລະ ອາສາສະໝັກ ໃຈຮ່ວມໃຈ ແລະ ອົງການກາແດງ ລວມມູນຄ່າ 9.666.000 ກີບ.