ວັກຊິນປ້ອງກັນໂຄວິດ 1,2 ລ້ານກວ່າໂດສ ຈາກໂຄງການ COVAX Facility ລົງວັດໄຕມື້ນີ້

219

ສປປ ລາວ ໄດ້ຮັບວຽກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1,2 ລ້ານກວ່າໂດສ ເຊິ່ງໄດ້ຮັບການຊ່ວຍເຫຼືອ, ແບ່ງປັນວັກຊີນຈາກປະເທດຝຣັ່ງ, ເກຣັກ, ຍີ່ປຸ່ນ ແລະ ເນເທີແລນ ໂດຍຜ່ານໂຄງການ COVAX Facility ໂດຍໄດ້ຂົນສົ່ງຮອດສະໜາມບິນວັດໄຕໃນຕອນແລງມື້ນີ້.


ໃນຕອນແລງວັນທີ 23 ທັນວາ 2021 ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໄດ້ມີພິທີຕ້ອນຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1.275.400 ໂດສ໌ ຈາກໂຄງການ COVAX Facility ເພື່ອມາມອບໃຫ້ ສປປ ລາວ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີ ທ່ານ ນາງ ສິວ ເລັ່ງ ຈົ່ວ ເອກອັກຄະລັດຖະທູດຝຣັ່ງປະຈຳ ລາວ, ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ, ທ່ານ ວັງຊອງ ວີກ, ອຸປະທູດ ຄະນະຜູ້ແທນສະຫະພາບເອີຣົບ ປະຈຳລາວ, ທ່ານ Ait Geurts ກົງສຸນກິດຕິມະສັກ ເນເທີແລນ, ທ່ານ ນາງ ບີອາເຕ ດາສ໌ເທວ ວ່າການແທນຜູ້ຕາງໜ້າອົງການຢູນີເຊັບປະຈຳລາວ, ແລະ ທ່ານ ນາງ ດຣ. Oyuntogos Lkhasuren, ວິຊາການດ້ານສິ່ງແວດລ້ອມ ເເລະ ສຸຂະພາບຂອງ ອົງການອະນາໄມໂລກປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ການຈັດສົ່ງວັກຊີນໃຫ້ແກ່ ສປປ ລາວ ໃນຄັ້ງນີ້ແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ ແລະ ເປັນການຈັດສົ່ງວັກຊີນຊຸດທີ 7 ທີ່ COVAX ໄດ້ສະໜອງໃຫ້ແກ່ ສປປ ລາວ ພາຍຫຼັງໄດ້ຮັບການສະໜັບສະໜູນວັກຊີນຈາກປະເທດ ຟິນແລນ, ສະວີເດັນ ແລະ ເນເທີແລນ ໃນທ້າຍເດືອນພະຈິກ 2021.

ການຈັດສົ່ງວັກຊີນໃນຄັ້ງນີ້ ແມ່ນເປັນການແບ່ງປັນປະລິມານວັກຊີນຈາກຫຼາຍໆປະເທດຜ່ານໂຄງການ COVAX Facility ເຊິ່ງປະກອບມີ ວັກຊີນ AstraZeneca ຈຳນວນ 192.000 ໂດສ໌ ຈາກປະເທດຝຣັ່ງ; ວັກຊີນ AstraZeneca ຈຳນວນ 320.200 ໂດສ໌ ຈາກປະເທດຍີ່ປຸ່ນ; ວັກຊີນ Johnson & Johnson (J&J) ຈໍານວນ 302.400 ໂດສ໌ ຈາກປະເທດເກຣັກ ແລະ ວັກຊີນ J&J ຈໍານວນ 460.800 ໂດສ໌ ຈາກ ປະເທດເນເທີແລນ.


ທັງນີ້, ໂຄງການ COVAX ໄດ້ສະໜອງວັກຊີນໃຫ້ ສປປ ລາວ ລວມເກືອບ 4,3 ລ້ານໂດສ໌ ເຊິ່ງພຽງພໍໃນການສັກວັກຊີນໃຫ້ຫຼາຍກວ່າ 40% ຂອງປະຊາກອນ ໂດຍອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ຂອງລັດຖະບານ ສປປ ລາວ.