ທຽບສະຖິຕິ 4 ນັດຫຼັງສຸຸດລະຫວ່າງ ທີມຊາດໄທ ກັບ ຫວຽດນາມ ກ່ອນພົບກັນແລງນີ້

278

ດັ່ງທີ່ຮູ້ການແຂ່ງຂັນບານເຕະ AFF SUZUKI CUP 2020 ຮອບ 4 ທີມສຸດທ້າຍ ນັດທໍາອິດ ແລງມື້ີ້ນີ້ວັນທີ 23 ທັນວາ 2021 ເວລາ 19:30 ໂມງ ເປັນຄູ່ບິກແມັດລະຫວ່າງ ທີມຊາດໄທ ແຊັມກຸ່ມ A ພົບກັບ ທີມຊາດຫວຽດນາມ ແຊັມເກົ່າ ຮອງແຊັມກຸ່ມ B ກ່ອນທີ່ນັດທີ 2 ຈະແຂ່ງຂັນໃນວັນທີ 26 ທັນວາ 2021 ເພື່ອຄັດເອົາທີມຊະນະເຂົ້າຮອບຊີງຊະນະເລີດໄປພົບກັບ ທີມຊະນະອີກຄູ່ໜຶ່ງລະຫວ່າງ ອິນໂດເນເຊຍ ແຊັມກຸ່ມ B ຫຼື ສິງກະໂປ ຮອງແຊັມກຸ່ມ A.
ເຊິ່ງມື້ນີ້ເຮົາໄປເບິ່ງສະຖິຕິຂອງ ທີມຊາດໄທ ແລະ ຫວຽດນາມ ໃນ 4 ນັດຂອງຮອບແບ່ງກຸ່ມກັນກ່ອນດັ່ງນີ້:

1.ທີມຊາດໄທ ແຊັມ 5 ສະໄໝ ( 1996, 2000, 2002, 2014 ແລະ 2016 ): ລົງສະໜາມ 4 ນັດຊະນະ 4 ນັດລວດ ເປັນທີມດຽວທີ່ຊະນະລວດ ຍິງໄດ້ 10 ປະຕູ ແລະ ເສຍ 1 ປະຕູມີ 12 ຄະແນນຜ່ານເຂົ້າຮອບ 4 ທີມໃນຖານະແຊັມກຸ່ມ A
-ນັດທໍາອິດຊະນະ ຕີມໍ ເລັສເຕ 2-0 ຈາກການຍິງຂອງ ປະຖົມພົນ ແລະ ສຸກໂຊກ ເຊິ່ງນັດນີ້ຄອງບານໄດ້ 75,3% ແລະ ໂອກາດຍິງ 21 ຄັ້ງ ( ຍິງເຂົ້າເປົ້າ 10 ຄັ້ງ ).
-ນັດທີ 2 ຊະນະ ມຽນມາ 4-0 ຈາກການຍິງຂອງ ທີຣະສິນ 2 ປະຕູ, ວໍຣະຊິດ ແລະ ສຸກໂຊກ ເຊິ່ງນັດນີ້ຄອງບານໄດ້ 70% ແລະ ໂອກາດຍິງ 20 ຄັ້ງ (ຍິງເຂົ້າເປົ້າ 10 ຄັ້ງ )


-ນັດທີ 3 ຊະນະ ຟິລິບປິນ 2-1 ຈາກການຍິງຂອງ ທີຣະສິນ 2 ປະຕູ ເຊິ່ງນັດນີ້ຄອງບານໄດ້ 68,8% ແລະ ໂອກາດຍິງ 12 ຄັ້ງ ( ເຂົ້າເປົ້າ 11 ຄັ້ງ ).
-ນັດທີ 4 ຊະນະ ສິງກະໂປ 2-0 ຈາກການຍິງຂອງ ເອເລຍສ໌ ແລະ ສຸກພະໄຊ ເຊິ່ງນັດນີ້ຄອງບານໄດ້ 54,5% ແລະ ໂອກາດຍິງ 11 ຄັ້ງ ( ເຂົ້າເປົ້າ 5 ຄັ້ງ ).

2.ທີມຊາດຫວຽດນາມ ແຊັມ 2 ສະໄໝ ( 2008 ແລະ 2018 ): ລົງສະໜາມ 4 ນັດ ຊະນະ 3 ແລະ ສະເໝີ 1 ນັດ ຍິງໄດ້ 9 ປະຕູ ແລະ ເປັນທີມດຽວທີ່ຍັງບໍ່ເສຍປະຕູມີ 10 ຄະແນນຜ່ານເຂົ້າຮອບໃນຖານະອັນດັບ 2 ກຸ່ມ B
-ນັດທໍາອິດ ເອົາຊະນະ ລາວ 2-0 ຈາກການຍິງຂອງ ຫງຽນ ຄອງ ເຟືອງ ແລະ ຟານ ວັນ ດຶກ ເຊິ່ງນັດນີ້ຄອງບານໄດ້ເຖິງ 76,2% ແລະ ໂອກາດຍິງ 17 ຄັ້ງ ( ເຂົ້າເປົ້າ 6 ຄັ້ງ )


-ນັດທີ 2 ຊະນະ ມາເລເຊຍ 3-0 ຈາກການຍິງຂອງ ຫງຽນ ກວງ ໄຮ, ຫງຽນ ຄອງ ເຟືອງ ແລະ ຫງຽນ ຮວາງ ດຶກ, ນັດນີ້ຄອງບາສນໄດ້ 52,8% ແລະ ໂອກາດຍິງ 11 ຄັ້ງ ( ເຂົ້າເປົ້າ 4 ຄັ້ງ ).
-ນັດທີ 3 ສະເໝີ ອິນໂດເນເຊຍ 0-0 ຄອງບານໄດ້ 69,1% ແລະ ໂອກາດຍິງ 8 ຄັ້ງ ( ເຂົ້າເປົ້າ 1 ຄັ້ງ )
-ນັດທີ 4 ຊະນະ ກໍາປູເຈຍ 4-0 ຈາກການຍິງຂອງ ຫງຽນ ທຽນ ລິນ 2 ປະຕູ, ບຸ່ຍ ຕຽນ ດຸງ ແລະ ຫງຽນ ກວາງ ໄຮ ນັດນີ້ຄອງບານໄດ້ 48,1% ແລະ ໂອກາດຍິງ 14 ຄັ້ງ ( ເຂົ້າເປົ້າ 7 ຄັ້ງ )