ປະກາດແຕ່ງຕັ້ງ ສພລ ຊຸດໃໝ່ ພ້ອມວາງວິໄສທັດ 5 ປີ ສົ່ງເສີມພັດທະນານັກກີລາລອຍນໍ້າຄົນພິການລາວ

215

ປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານ ສະຫະພັນກີລາລອຍນໍ້າຄົນພິການແຫ່ງຊາດລາວ ( ສພລ ) ຊຸດໃໝ່ ຢ່າງເປັນທາງການ ໂດຍແຕ່ງຕັ້ງ ທ່ານ ພູນິພົນ ພັນທະວົງ ເປັນປະທານ ສພລ ພ້ອມທັງວາງວິໄສທັດ ແຜນການເຄື່ອນໄຫວ 05 ປີ (2021-2025) ໂດຍແນໃສ່ ໃນການພັດທະນາກີລາຄົນພິການ ຢູ່ພາຍໃນປະເທດ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອໃຫ້ຄົນພິການໄດ້ເຂົ້າເຖິງການຫຼິ້ນກີລາ, ໃຫ້ມີການຝຶກແອບ-ຝຶກຊ້ອມ ແລະ ໃຫ້ມີການເຂົ້າຮ່ວມງານແຂ່ງຂັນກີລາຄົນພິການ ຢ່າງເປັນປະຈໍາ ຢູ່ໃນລະດັບຕ່າງໆ ທັງພາຍໃນປະເທດ ແລະ ລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ.

ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານ ສພລ ຊຸດໃໝ່ ແບບຊ່ອງໜ້າ ແລະ ລະບົບທາງໄກ ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 21 ທັນວາ 2021 ທີ່ ຫ້ອງປະຊຸມ ໂຮງແຮມ ລາວເທວ ວຽງຈັນ ຫຼື ໂຮງແຮມ ໂນໂວເທວເກົ່າ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດິດລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ປະທານຄະນະກຳມະການພາລາແລມປິກແຫ່ງຊາດລາວ ຫຼື ຄພລ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກີລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ທ່ານ ພູນິພົນ ພັນທະວົງ ເປັນປະທານ ສພລ ຄົນໃໝ່ ພ້ອມດ້ວຍຄະນະບໍລິຫານງານ ສພລ, ຕາງໜ້າອົງການ ADDP ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ແລະ ຜູ້ໃຫ້ການສະໜັບສະໜູນຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ທອງສະຫວັນ ວົງສະຫວ່າງ ຫົວໜ້າພະແນກຄົນພິການ, ກົມກີລາມວນຊົນ, ພະລະສຶກສາ ແລະ ສິລະປະ, ຫົວໜ້າກຳມະການຝ່າຍເຕັກນິກ ຄພລ ກໍໄດ້ຂຶ້ນອ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານ ສະຫະພັນກີລາລອຍນໍ້າຄົນພິການແຫ່ງຊາດລາວ ສະບັບປັບປຸງໃໝ່ ໂດຍ ຄພລ ໄດ້ຮອງຮັບແຕ່ງຕັ້ງຄະນະປະທານທີ່ປຶກສາກິດຕິມະສັກ ສພລ ປະກອບມີ ທ່ານ ຮສ. ດຣ. ບຸນໜັກ ໄຊຊະນະສົງຄາມ ຮອງປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ; ທ່ານ ສຸດຖະໜອມ ອິນທະວົງ ຮອງປະທານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ທ່ານ ສົມເພັດ ອັກຄະວົງ ປະທານສະມາຄົມຊ່ວຍເຫຼືອເດັກນ້ອຍພິການລາວ ສ່ວນຄະນະບໍລິຫານງານ ສພລ ແຕ່ງຕັ້ງທ່ານ ພູນິພົນ ພັນທະວົງ ເປັນປະທານ ແລະ ທ່ານ ມິດສິີຣຸ ໂອກິໂຊະ; ທ່ານ ນາງ ວົງຈັນ ບົວແພງ ແລະ ທ່ານ ພອນວິໄລ ຫຼວງຄຳຫານ ເປັນຮອງປະທານ; ທ່ານ ຈາຕຸລົນ ສີລິສັກ ເປັນຜູ້ກວດກາ; ທ່ານ ສີພອນ ພົມມະຈັນ ເປັນຮອງຜູ້ກວດກາ; ທ່ານ ນາງ ສີສົມບູນ ວົງສີຫາລາດ ເປັນເລຂາທິການ ແລະ ຜູ້ປະສານງານ; ທ່ານ ສີສະຫວັດ ທຳມະວົງຈິດ ເປັນຮອງເລຂາທິການ ແລະ ທ່ານ ນາງ ຈັນທະພອນ ສານຸວົງ ເປັນນາຍຄັງ ນອກນັ້ນ ກໍມີຄະນະກຳມະການອີກ 3 ທ່ານ.

ໂອກາດດັ່ງກ່າວ, ທ່ານ ພູນິພົນ ພັນທະວົງ ກ່າວວ່າ: ອີງຕາມແຜນການເຄື່ອນໄຫວ 05 ປີ (2021-2025) ຂອງ ສພລ ໃຫ້ປະກົດຜົນເປັນຈິງ ຈະແນໃສ່ການພັດທະນາກີລາຄົນພິການ ຢູ່ພາຍໃນປະເທດ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອໃຫ້ຄົນພິການໄດ້ເຂົ້າເຖິງການຫຼິ້ນກີລາ, ໃຫ້ມີການຝຶກແອບ-ຝຶກຊ້ອມ ຢ່າງເປັນປະຈໍາ ແລະ ໃຫ້ມີການເຂົ້າຮ່ວມງານແຂ່ງຂັນກີລາຄົນພິການ ຢ່າງເປັນປະຈໍາຢູ່ໃນລະດັບຕ່າງໆ ທັງພາຍໃນປະເທດ ແລະ ລະດັບພາກພື້ນ, ສາກົນ. ໂດຍສະເພາະ ແມ່ນສສກ ແລະ ຄພລ ເຫັນໄດ້ຄວາມໝາຍ-ຄວາມສໍາຄັນ ແລະ ໃຫ້ມີການຊຸກຍູ້ສົ່ງເສີມ ຕໍ່ວຽກງານກີລາຄົນພິການໃນລາວ, ໄດ້ມີການກຳນົດນະໂຍບາຍ, ໄດ້ມີການກຳນົດແຜນພັດທະນາກີລາຄົນພິການ ເຂົ້າຢູ່ໃນແຜນລວມ ການພັດທະນາການສຶກສາ ແລະ ກີລາ ຂອງສສກ, ສະໜອງງົບປະມານ, ອຸປະກອນຮັບໃຊ້ ເປັນສິ່ງເອື້ອອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ນັກກີລາຄົນພິການ ໄດ້ເຂົ້າຮ່ວມງານແຂ່ງຂັນກີລາຄົນພິການ ຢູ່ພາຍໃນປະເທດ ແລະ ໃນລະດັບພາກພື້ນ ແລະ ສາກົນ. ນອກຈາກນີ້, ຍັງໄດ້ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ໃຫ້ມີສ່ວນຮ່ວມໃນການຊຸກຍູ້, ຊ່ວຍເຫຼືອ ແລະ ສະໜັບສະໜູນ ຄົນພິການລາວໃຫ້ໄດ້ອອກມາ ຫັດກາຍຍະບໍລິຫານ, ອອກກໍາລັງກາຍ ແລະ ຫຼິ້ນກີລາ ໃຫ້ກາຍເປັນນັກກີລາຄົນພິການ ນັບມື້ນັບຫຼາຍຂຶ້ນ, ເພາະວ່າກີລາ ເປັນດັ່ງເຄື່ອງມືສໍາຄັນທີ່ຂາດບໍ່ໄດ້ ໃນການພັດທະນາສຸຂະພາບທາງຮ່າງກາຍ ແລະ ຈິດໃຈ ຂອງຄົນພິການລາວ. ກີລາສາມາດເຮັດໃຫ້ຄົນພິການ ມີຄວາມໝັ້ນໃຈໃນຕົນເອງ ມີຄວາມກ້າສະແດງອອກ ໃນຄວາມສາມາດຂອງຕົນ ແລະ ທັງຍັງເປັນຂົວຕໍ່ທີ່ເຊື່ອມໂຍງຄວາມຮັກ, ຄວາມເຂົ້າໃຈ, ຄວາມສາມັກຄີ ລະຫວ່າງຄົນພິການ ແລະ ຄົນບໍ່ພິການໃນສັງຄົມ ໃຫ້ສາມາດປະກອບສ່ວນ ຢ່າງເຕັມເມັດເຕັມໜ່ວຍ ແລະ ມີສ່ວນຮ່ວມຢ່າງແທ້ຈິງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດອີກດ້ວຍ.
ຂ່າວ-ຮູບໂດຍ: ສົງການ ພັນແພງດີ; ຮຽບຮຽງ: ຫຼ້າ MKP