ທູດການຄ້າຫວຽດນາມ ລົງຊຸກຍູ້ວຽກງານສົ່ງເສີມການເຊື່ອມຕໍ່ທຸລະກິດ ລາວ-ຫວຽດນາມ ທີ່ຫຼວງພະບາງ

297

ໃນລະຫວ່າງວັນທີ 13 ຫາ 17 ທັນວາ 2021 ຜ່ານມາ, ຄະນະຂອງຫ້ອງການທູດການຄ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ມີກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຕິດຕາມຄະນະ ລົງສົມທົບກັບຫ້ອງການຕົວແທນອຸດສາຫະກໍາ ແລະ ການຄ້າແຂວງດຽນບຽນ ປະຈໍາ ແຂວງຫຼວງພະບາງ ໄດ້ເຮັດວຽກຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ເພື່ອຊຸກຍູ້ສົ່ງເສີມວຽກງານການຄ້າເວົ້າລວມ, ເວົ້າສະເພາະວຽກງານສົ່ງເສີມການເຊື່ອມຕໍ່ນັກທຸລະກິດລະຫວ່າງ ລາວ ແລະ ຫວຽດນາມ.


ໃນໂອກາດມາເຮັດວຽກຄັ້ງນີ້, ນໍາພາໂດຍ ທ່ານ ນາງ ເລທີ ເຟືອງ ຮົວ ຫົວໜ້າຫ້ອງການທູດການຄ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມຄະນະ ກໍ່ໄດ້ຖືໂອກາດເຂົ້າພົບ ທ່ານ ນາງ ສິລີພອນ ສູພັນທອງ ຮອງເຈົ້າແຂວງ ແຂວງຫຼວງພະບາງ ຜູ້ຊີ້ນໍາວຽກງານເສດຖະກິດ ຊຶ່ງທ່ານກໍ່ໄດ້ຕີລາຄາສູງຕໍ່ການລົງມາເຮັດວຽກຂອງຄະນະໃນຄັ້ງນີ້ ແລະ ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມດຽວກັນນັ້ນ ທ່ານກໍ່ໄດ້ແຈ້ງສະພາບລວມເສດຖະກິດຂອງແຂວງໃຫ້ຊາບ ເນື່ອງຈາກມີການແພ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດໂດຍລວມຂອງແຂວງແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຍ້ອນພື້ນຖານທ່າແຮງເສດຖະກິດຂອງແຂວງຫຼວງພະບາງແມ່ນຖືເອົາການທ່ອງທ່ຽວເປັນຫຼັກ. ມາຮອດປະຈຸບັນເສດຖະກິດຂອງແຂວງກໍ່ມີທ່າອ່ຽງດີຂື້ນ ເນື່ອງຈາກວ່າມີການເປີດນໍາໃຊ້ທາງລົດໄຟລາວ-ຈີນ ແລະ ລັດຖະບານລາວມີແຜນຈະເປີດປະເທດໃນປີ 2022 ຊຶ່ງເປັນໂອກາດດີ ແລະ ອໍານວຍຄວາມສະດວກຫຼາຍດ້ານໂດຍສະເພາະການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ. ພ້ອມດຽວກັນນັ້ນ, ຄະນະກໍ່ໄດ້ເຂົ້າພົບເຮັດວຽກ ແລະ ຢ້ຽມຢາມກົງສູນ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງອີກດ້ວຍ.


ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແຜ່ລາມໄປໃນທົ່ວໂລກເປັນເວລາເກືອບ 2 ປີ ເຊິ່ງເປັນສາຍເຫດເຮັດໃຫ້ຕົວເລກມູນຄ່າການຄ້າລະຫວ່າງສອງປະເທດ ລາວ-ຫວຽດນາມ ຫຼຸດລົງພໍສົມຄວນ ເວົ້າລວມ, ເວົ້າສະເພາະແມ່ນຕົວເລກມູນຄ່າການຄ້າລະຫວ່າງສອງແຂວງແຮກສ່ຽວ ແຂວງຫຼວງພະບາງ ສປປ ລາວ ແລະ ແຂວງດຽນບຽນ ສສ ຫວຽດນາມ ຫຼຸດລົງຢ່າງຕໍ່ເນື່ອງເຫັນໄດ້ໃນ 9 ເດືອນ ປີ 2021 ມູນຄ່າການຄ້າລະຫວ່າງແຂວງຫຼວງພະບາງກັບ ສສ ຫວຽດນາມ ປະຕິບັດໄດ້ 1.134.303,37 ໂດລາສະຫະລັດ, ມູນຄ່າການນໍາເຂົ້າ 79.951,53 ໂດລາສະຫະລັດ ແລະ ມູນຄ່າການສົ່ງອອກ 1.054.351,84 ໂດລາສະຫະລັດ, ທຽບໃສ່ປີ 2020 ການຄ້າຊາຍແດນສອງຝ່າຍຫຼຸດລົງ 31%.

ສໍາລັບສິນຄ້າສົ່ງອອກຂອງແຂວງໄປຫວຽດນາມສ່ວນຫຼາຍແມ່ນເຄື່ອງປ່າຂອງດົງ ແລະ ພືດເປັນຢາເຊັນ: ຂິງແຄງປາກັ້ງ, ໝາກປົ່ງເປັງ, ເຄືອແດງດາງ, ດອກແຂມ, ໄມ້ສັກປູກ, ເຂົ້າເປືອກໜຽວ, ຜະລິດຕະພັນໄມ້ສໍາເລັດຮູບຈໍານວນໜຶ່ງ ແລະ ສິນຄ້ານໍາເຂົ້າແມ່ນປະເພດເຄື່ອງໃຊ້ໄຟຟ້າ, ເຄື່ອງນຸງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ເຄື່ອງບໍລິໂພກ. ນອກນີ້ມູນຄ່າການຄ້າຊາຍແດນ ລະຫວ່າງ 6 ແຂວງພາກເໜືອຂອງລາວ ແລະ ແຂວງດຽນບຽນ ສສ ຫວຽດນາມ ໃນ 6 ເດືອນຕົ້ນປີ ຫຼຸດລົງເຖິງ 66,5% ທຽບໃສ່ປີ 2019 ແມ່ນບໍ່ສາມາດບັນລຸໄດ້ຕາມແຜນການ.


ສອງລັດຖະບານ ລາວ-ຫວຽດນາມ ໄດ້ມີຄວາມເອົາໃຈໃສ່ສົ່ງເສີມການພົວພັນຮ່ວມມືດ້ານການຄ້າຊາຍແດນ ເພື່ອຊຸກຍູ້ສົ່ງເສີມປະຊາຊົນທີ່ອາໃສຢູ່ລຽບຕາມຊາຍແດນ, ເມືອງຊາຍແດນຕິດຈອດ ແລະ ກິດຈະການການຄ້າຊາຍແດນສອງຝ່າຍ ຢ່າງບໍ່ຢຸດຢັ້ງ. ຄ່ຽງຄູ່ກັນນັ້ນ, ໄດ້ສືບຕໍ່ປັບປຸງຂອດການບໍລິການດ່ານພາສີໃນດ້ານການນໍາໃຊ້ຂອບການຄ້າອາບຕ້າ ສອງຝ່າຍ ລາວ-ຫວຽດນາມ, ຂອບອາຕິກາ ອາຊຽນ ແລະ ຂອບການຄ້າຊາຍແດນສອງຝ່າຍ ເພື່ອອໍານວຍຄວາສະດວກໃຫ້ແກ່ພາກທຸລະກິດສອງປະເທດ.


ແຂວງຫຼວງພະບາງມີດ່ານ 5 ຈຸດ ໂດຍມີດ່ານທາງລົດໄຟຊຶ່ງເປັນສິ່ງອໍານວຍຄວາມສະດວກຫຼາຍດ້ານ ແລະ ມີຕະຫຼາດຊາຍແດນຮ່ວມລະຫວ່າງ ແຂວງຫຼວງພະບາງ-ແຂວງດຽນບຽນ ຕັ້ງຢູ່ເຂດນາຫຼວງເມືອງໂພນທອງ ເປັນຈຸດວາງສະແດງສິນຄ້າລະຫວ່າງປະຊາຊົນ ແລະ ທຸລະກິດທັງສອງແຂວງໄດ້ມີການແລກປ່ຽນຊື້-ຂາຍ ເຮັດໃຫ້ການຄ້າຊາຍແດນມີການຂະຫຍາຍຕົວ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນສອງຊາດທີ່ອາໃສລຽບຕາມຊາຍແດນມີສະພາບດີຂື້ນເທື່ອລະກ້າວ.

ດ້ານການລົງທຶນຈາກ ສສ ຫວຽດນາມ ເຂົ້າໃນຂະແໜງການຕ່າງໆກໍ່ມີທ່າອ່ຽງຫຼຸດລົງ ໃນປີ 2019 ມີການລົງທຶນທັງໝົດ 115 ຫົວໜ່ວຍ, ມີມູນຄ່າ 74.253.576 ໂດລາສະຫະລັດ, ໃນນັ້ນ, ຂະແໜງ ບໍລິການ 19 ຫົວໜ່ວຍ, ຂະແໜງການຄ້າ 77 ຫົວໜ່ວຍ ແລະ ຂະແໜງຜະລິດ 19 ຫົວໜ່ວຍ ທຽບໃສ່ ປີ 2021 ການລົງທຶນຈາກ ສສ ຫວຽດນາມ ມີພຽງ 7 ຫົວໜ່ວຍ, ມີມູນຄ່າ 8.496.176,72 ໂດລາສະຫະລັດ. ໃນນັ້ນ, ຂະແໜງບໍລິການ 01 ຫົວໜ່ວຍ, ຂະແໜງການຄ້າ 05 ຫົວໜ່ວຍ ແລະ ອຸດສາຫະກໍາ 01 ຫົວໜ່ວຍ.


ພ້ອມດຽວກັນນັ້ນກໍ່ມີທິດທາງແຜນການສຸມໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ການຄ້າຊາຍແດນສອງຝ່າຍ ລາວ-ຫວຽດນາມ ຂະຫາຍຕົວເພີ່ມຂື້ນໃຫ້ບັນລຸໄດ້ເຖິງ 8% ຕໍ່ປີ ແລະ ເຮັດໃຫ້ຕະຫຼາດຊາຍແດນເປັນສະຖານທີ່ວາງສະແດງສິນຄ້າປະຈໍາທ້ອງຖິ່ນ ແລະ ເປັນບ່ອນແລກປ່ຽນຊື້-ຂາຍປອດພາສີ. ພ້ອມທັງດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດເພື່ອພັດທະນາພື້ນຖານໂຄງລ່າງເຂດຊາຍແດນ, ເຂດເມືອງຊາຍແດນຕິດຈອດໂດຍສະເພາະແມ່ນ 04 ຕົວເມືອງທີ່ໄດ້ຮັບສິດທິພິເສດຈາກ ສສ ຫວຽດນາມ ແລະ ສືບຕໍ່ແຜນພັດທະນາສະເພາະລະຫວ່າງແຂວງຫຼວງພະບາງ ສປປ ລາວ ແລະ ແຂວງດຽນດຽນ ສສ ຫວຽດນາມ ໃຫ້ບັນລຸຕາມແຜນການ.

ເພື່ອເພີ່ມທະວີການຮ່ວມມືຮອບດ້ານ ແລະ ການຄ້າຊາຍແດນສອງຝ່າຍໃຫ້ມີການຂະຫາຍຕົວຕາມຄາດໝາຍ ແລະ ເພື່ອເປັນການສືບຕໍ່ຊຸກຍູ້ສົ່ງເສີມວຽກງານການຄ້າເວົ້າລວມ, ເວົ້າສະເພາະວຽກງານສົ່ງເສີມການເຊື່ອມຕໍ່ນັກທຸລະກິດລະຫວ່າງ ລາວ-ຫວຽດ ນາມ. ຫ້ອງການທູດການຄ້າ ສສ ຫວຽດນາມ ປະຈໍາ ສປປ ລາວໄດ້ປະສານສົມທົບກັບຫ້ອງການຕົວແທນອຸດສາຫະກໍາ ແລະ ການຄ້າແຂວງດຽນບຽນ ປະຈໍາ ແຂວງຫຼວງພະບາງ ເພື່ອເປັນຂົວຕໍ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ບັນດາແຂວງ 06 ແຂວງພາກເໝືອໃນຕົ້ນປີ 2022.
ຂ່າວ-ພາບ: ກົມສົ່ງເສີມການຄ້າ