ຜົນການສືກສາ ໂອມິກຣອນແຜ່ໃນຄົວເຮືອນສູງເຖີງ 3,2 ເທົ່າເມື່ອທຽບກັບສາຍພັນເດວຕາ

173

ຕາມການຖະແຫຼງຂ່າວປະຈຳວັນຂອງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໃຫ້ຮູ້ວ່າ ມາຮອດມື້ນີ້ ການລະບາດຂອງໂຄວິດ19 ໃນ ປະເທດຂອງພວກເຮົາກໍ່ຍັງມີລາຍງານການຕິດເຊື້ອສູງຢູ່ຄື ສະເລັ່ຍ 1000 ຄົນ ຕໍ່ວັນ, ກໍ່ຍັງສູງກວ່າຄ່າສະເລັ່ຍຕິດເຊື້ອຂອງໃນໄລຍະ 7 ວັນຄືສູງກ່ວາ 500 ກໍລະນີຕໍ່ວັນ. ນະຄອນຫຼວງວຽງຈັນ ກໍ່ຄືຫຼາຍໆນະຄອນ ແລະແຂວງຈຳນວນໜຶ່ງເຊັ່ນ: ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ ແລະແຂວງວຽງຈັນຍັງມີລາຍງານຕົວເລກລາຍວັນສູງ.

ຄຽງຄູ່ກັນນັ້ນສະພາບການລະບາດທົ່ວໂລກແມ່ນຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດໃນທະວິບອາເມລິກາ ແລະຢູໂຣບ ເນື່ອງຈາກສານພັນໂອມິກຣອນ ຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດ ອອກມາປະກາດບາງມາດຕະການທີ່ເຂັ້ມງວດຄືນເພື່ອສະກັດກັ້ນການລະບາດໃນຄັ້ງນີ້!

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນກ່າວວ່າ: ຂໍ້ມູນໃໝ່ທີ່ນັກວິທະຍາສາດໄດ້ທ້ອນໂຮມມາໄດ້ຈາກຫຼາຍມູມທົ່ວໂລກມີດັ່ງນີ້: ເຊື້ອ omicron ສາມາດແຜ່ເຊື້ອ2-3ເທົ້້າໄວກ່ວາສາຍພັນແດນຕາ, ເພາະເຫັນໄດ້ວ່າໂອມິກຣອນມາຮອດປະຈຸບັນສາມາດພົບເຫັນໃນຫຼາຍປະເທດທົ່ວໂລກ ແລະ ໃນເຂດທີ່ມີການລະບາດສາຍພັນກດ່ັງກ່າວແມ່ນກຳລັງຈະທົດແທນສາຍພັນກ່ອນໜ້າທີ່ດ້ວຍຄຸນລັກສະນະພິເສດຂອງເຊື້ອທີ່ສາມາດເຂົ້າຫາຮ່າງກາຍໄດ້ໄວ ແລະ ສາມາດແຜ່ເຊື້ອໄດ້ໄວກ່ວາຫຼາຍເທົ້າເມື່ອເຂົ້າໃນຈຸລັງ.

ມີຂໍ້ມູນພົບເຫັນວ່າ omicron ສາມາດເພີ້ມທະວີຄູນເປັນ2 ເທົ່າທຸກໆ2-4 ວັນ ຊຶ່ງສັ້ນກວ່າສາຍພັນແດນຕາ ດັ່ງນັ້ນ, ການສຶກສາທີ່ປະເທດອັງກິດຍັງພົບໃຫ້ເຫັນວ່າ omicron ແຜ່ໃນຄົວເຮືອນສູງເຖີງ 3,2 ເທົ່າເມື່ອສົມທຽບກັບສາຍພັນແດນຕາ ແລະ ຍັງຄາດຄະເນວ່າອັດຕາການຕິດເຊື້ອຄືນໃໝ່ກັບ ໂອມິກຣອນອາດຈະສູງເຖີງ 5 ເທົ່າເມື່ອສົມທຽບກັບສາຍພັນອື່ນໆ.

ກ່ຽວກັບການປ້ອງກັນດ້ວຍວັກຊິນນັ້ນນັກວິທະຍາສາດຍັງໄດ້ພົບເຫັນວ່າຖ້າຄົນເຮົາໄດ້ຮັບວັກຊິນຄົບແມ່ນຍັງສາມາດມີພູມປ້ອງກັນຕ້ານຕໍ່ສາຍພັນດັ່ງກ່າວ ແລະ ສຳຄັນທີ່ສຸດແມ່ນ ເຂັມກະຕຸ້ນຍີ່ງຈະເພີ້ມອັດຕາການປ້ອງກັນສູງຂື້ນຕື່ມ. ເຖີງຢ່າງໃດກໍ່ຕາມນັກວິທະຍາສາດກໍຍັງໄດ້ຕິດຕາມຄຸນລັກສະນະຂອງສາຍພັນດັ່ງກ່າວຢ່າງໃກ້ສິດ ແລະ ຖ້າມີຄວາມຄຶບໜ້າທາງຄະນະສະເພາະກິດຈະມາຖະແຫຼງໃຫ້ທ່ານໄດ້ຮັບຊາບຕື່ມ.