ຫຼວງນໍ້າທາ ເລັ່ງແກ້ໄຂ ລົດສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕ່ນ ສົ່ງອອກໄປ ສປ ຈີນ

234

ສະພາບການຂົນສົ່ງສິນຄ້າສົ່ງອອກ ສປ ຈີນ ຢູ່ເຂດດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ປັດຈຸບັນໄດ້ມີ ຈໍານວນລົດຂົນສົ່ງສິນຄ້ານັບມື້ມີຈໍານວນເພີ່ມຂຶ້ນຢ່າງຫຼວງຫຼາຍ, ພາຍຫຼັງທີ່ລັດຖະບານໄດ້ມີມາດຕະການຜ່ອນຜັນຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງໄດ້ອະນຸຍາດໃຫ້ລົດຂົນສົ່ງສິນຄ້ານໍາສິນຄ້າ ອອກໄປ ສ ປ ຈີນໄດ້ ຈິ່ງເຮັດໃຫ້ມີລົດຕິດຄ້າງເປັນຈໍານວນຫຼວງຫຼາຍຢູ່ເຂດດ່ານສາກົນບໍ່ເຕ່ນ, ເພື່ອລໍາລຽງສີນຄ້າອອກໄປ ສປ ຈີນ, ເຮັດໃຫ້ການສັນຈອນໄປມາຕິດຄັດ ພົບຄວາມຫຍຸ້ງຍາກ.


ທ່ານ ພຸດທະລາ ໂຊເຟີລົດ ທີ່ໄດ້ຂັບລົດບັນທຸກແກ່ໝາກເດືອຍຄັນລະ 35 ໂຕນ ມາແຕ່ແຂວງອຸດົມໄຊ ແລະ ນະຄອນຫຼວງວຽງຈັນເພື່ອສົ່ງອອກ ສ ປ ຈີນ ໄດ້ມາຄ້າງຢູ່ເຂດບ້ານບໍ່ປຽດ ໄດ້ເກືອບ 20 ມື້ແລ້ວ ອັນໄດ້ສ້າງຄວາມຫຍຸ້ງຍາກຫຼາຍດ້ານ ແລະ ສະເໜີພາກສ່ວນກ່ຽວຂ້ອງຂອງລັດຊ່ວຍແກ້ໄຂລະບາຍລົດຂົນສົ່ງສິນຄ້າໃຫ້ໄດ້ເຂົ້າໄປ ສ ປຈີນ ໄວເທົ່າທີ່ຈະໄວໄດ້.


ທ່ານ ພັນໂທ ລາດສະຫວ່າງ ປຣະຈິດທໍາ ຫົວໜ້າພະແນກຕໍາຫຼວດຈາລະຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ສະພາບລົດຕິດຢູ່ເຂດດ່ານສາກົນບໍ່ເຕ່ນ, ນັບແຕ່ຕົ້ນເດືອນ ທັນວາ 2021 ເປັນຕົ້ນມາໄດ້ເລີ່ມມີລົດຂົນສົ່ງສິນຄ້າຕິດຄ້າງຢູ່ລຽບຕາມແຄມທາງ ນັບແຕ່ນາເຕີຍ ຫາດ່ານພາສີສາກົນບໍ່ເຕ່ນ ມີຄວາມຍາວ 20 ກິໂລແມັດ ເພື່ອລໍຖ້າຂົນສົ່ງສິນຄ້າສົ່ງອອກໄປ ສ ປຈີນ ນັບແຕ່ວັນທີ 13 ທັນວາ ເປັນຕົ້ນມາ ລົດຂົນສົ່ງສິນຄ້າມາຈາກພາຍໃນແຂວງ ແລະ ແຂວງຕ່າງໆທົ່ວປະເທດເຂົ້າມາຫຼາຍເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ລົດຂົນສົ່ງສິນຄ້າ ຈໍານວນຫຼາຍພັນຄັນຕິດຄ້າງຢູ່ລຽບຕາມເສັ້ນທາງ.

ສາເຫດລົດຕິດຍ້ອນ ເສັ້ນທາງຄັບແຄບ, ມີການກໍ່ສ້າງ, ການປ່ອຍລົດເຂົ້າຈີນມີຈໍານວນໜ້ອຍໃນແຕ່ລະວັນ. ຕໍ່ສະພາບດັ່ງກ່າວທາງ ພະແນກຕໍາຫຼວດຈາລະຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກໍາລັງລົງລະບາຍລົດແອອັດດັ່ງກ່າວ ນັບແຕ່ວັນທີ 1 ທັນວາເປັນຕົ້ນມາ, ໄດ້ຈັດວາງກໍາລັງອອກເປັນ 3 ຊຸດ, ຊຸດລະ 7-8 ຄົນ ເພື່ອປະຈໍາຢູ່ຈຸດຕ່າງໆ.
ພ້ອມນັ້ນຫ້ອງວ່າການແຂວງຫຼວງນໍ້າທາໄດ້ອອກແຈ້ງການ ເຖິງຫ້ອງວ່າການແຂວງທົ່ວປະເທດ ສະບັບເລກທີ 799 ລົງວັນທີ 17 ທັນວາ 2021 ເລື່ອງການແກ້ໄຂ ສະພາບລົດຕິດຢູ່ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ເນື່ອງຈາກວ່າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງຂອງ ສ ປ ປ ລາວ ເຮັດໃຫ້ ສ ປຈີນ ເພີ່ມຄວາມເຂັ້ມງວດໃນການອະນຸຍາດໃຫ້ຄົນ ແລະ ລົດບັນທຸກສິນຄ້າເຂົ້າປະເທດ, ເຊິ່ງປັດຈຸບັນມີລົດບັນທຸກເຂົ້າມາດ່ານສາກົນບໍ່ເຕ່ນປະມານ 350 ຄັນຕໍ່ມື້, ແຕ່ດ່ານຝ່າຍຈີນອະນຸຍາດໃຫ້ເຂົ້າໄປ 150 ຄັນຕໍ່ມື້ ສົ່ງຜົນໃຫ້ມີລົດບັນທຸກຂົນສົ່ງສິນຄ້າ ຄ້າງຢູ່ດ່ານສາກົນບໍ່ເຕ່ນ ແລະ ຕາມເສັ້ນທາງເປັນຈໍານວນຫຼວງຫຼາຍ ແລະ ເຮັດໃຫ້ເສັ້ນທາງເຂດນາເຕີຍ ຫາດ່ານສາກົນບໍ່ເຕ່ນມີຄວາມແອອັດ ບໍ່ສາມາດສັນຈອນໄປມາໄດ້.


ສະນັ້ນເພື່ອແກ້ໄຂຄວາມແອອັດດັ່ງກ່າວ ແຂວງຫຼວງນໍ້າທາຈິ່ງມີຄວາມຈໍາເປັນຕ້ອງໄດ້ໂຈະຊົ່ວຄາວການສັນຈອນຂອງລົດບັນທຸກ ທີ່ມີຈຸດປະສົງຈະຂົນສົ່ງສິນຄ້າຜ່ານດ່ານສາກົນບໍ່ເຕ່ນ – ບໍ່ຫານ, ສໍາລັບສິນຄ້າທົ່ວໄປແມ່ນເລີ່ມໂຈະແຕ່ວັນອອກແຈ້ງການເປັນຕົ້ນໄປ, ສ່ວນສິນຄ້າປະເພດກະສິກໍາແມ່ນເລີ່ມແຕ່ວັນທີ 19 ທັນວາ ເຖິງວັນທີ 26 ທັນວາ 2021 ເພື່ອແຈ້ງໃຫ້ຫ້ອງວ່າການແຂວງທົ່ວປະເທດແຈ້ງໄປຍັງຂະແໜງການທີ່ກ່ຽວຂ້ອງ, ຜູ້ປະກອບການໃນແຂວງຂອງຕົນຊາບ ແລະ ໃຫ້ການຮ່ວມມືໃນການແກ້ໄຂບັນຫາດັ່ງກ່າວ.

ຂ່າວ: ກິ່ນນາລົມ