ປະທານປະເທດ ຢ້ຽມຢາມພື້ນຖານການຜະລິດກະສິກຳ ທີ່ເມືອງປາກຊ່ອງ

264

ໃນວັນທີ 18 ທັນວາ ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່  ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະນຳຈາກສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານການຜະລິດກະສິກຳ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ. ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ ແລະ ມີຜູ້ຕາງໜ້າ ປະຊາຊົນຊາວສວນ ຜູ້ຜະລິດກາເຟ ຮ່ວມຕ້ອນຮັບ.


ການຢ້ຽມຢາມພື້ນຖານການຜະລິດຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຢ້ຽມຢາມສວນການຜະລິດກາເຟ ບໍລິສັດ ສົມໄຊຈະເລີນ ສົ່ງເສີມການກະເສດ ຂອງທ່ານ ສົມໄຊ ລຸນທະປັນຍາ ຊຶ່ງເປັນຕົວແບບການຜະລິດກາເຟ ພູພຽງບໍລະເວນ ທີ່ ຕັ້ງຢູ່ເຂດພູພຽງບໍລະເວນ ບ້ານກົງຕູນ ເມືອງປາກຊ່ອງ ແຂວງຈຳປາສັກ. ສວນຢູ່ໃນລະດັບຄວາມສູງຈາກນ້ຳທະເລ ປະມານ 1.200 ແມັດ ແລະ ການຈັດຕັ້ງປະຕິບັດໃນການລົງທຶນປູກ ແລະ ສົ່ງ ເສີມການປູກກາເຟເພື່ອເປັນສິນຄ້າຂອງບໍລິສັດ ຊຶ່ງໄດ້ເລີ່ມຕົ້ນປູກກາເຟ ແຕ່ປີ 2012 ຮອດປັດຈຸບັນບໍລິສັດ ສາມາດປູກກາເຟໄດ້ທັງໝົດ 135 ເຮັກຕາ ຊຶ່ງລົງທຶນທັງໝົດປະມານ 50 ຕື້ກວ່າກີບ, ປັດຈຸບັນ ມີເນື້ອທີ່ສວນ ທີ່ໃຫ້ຜົນຜະລິດ 100 ເຮັກຕາ, ຜ່ານມາສາມາດເກັບຜົນຜະລິດໄດ້ 2.000 ໂຕນ ແລະ ມີລາຍຮັບປະມານ 7 ຕື້ກີບ.


ດ້ານການຕະຫຼາດ ມີແຜນຈະສົ່ງອອກກາເຟໄປຕ່າງປະເທດ ປີ 2021 ບໍລິສັດໄດ້ສົ່ງເສີມຊາວສວນໃນເຂດໃກ້ຄຽງ ຕາມນະໂຍບາຍຮູບແບບ 2+3 ຂອງລັດຖະບານ ມີ 158 ຄອບຄົວ ໃນເນື້ອທີ່ສົ່ງເສີມ 250 ເຮັກຕາ ກວມເອົາ 6 ບ້ານ ຂອງ ເມືອງປາກຊ່ອງ ແລະ ມີ 4 ບ້ານ ເມືອງເລົ່າງາມ. ປັດຈຸບັນ ເກັບຜົນຜະລິດໄດ້ 1,3 ພັນໂຕນ.


ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ຊົມເຊີຍປະຊາຊົນຊາວສວນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ທີ່ມີຄວາມບຸກບືນ ອົດທົນບຳລຸງລ້ຽງໃຫ້ມີຄວາມຍືນຍົງ, ພ້ອມນັ້ນກໍໄດ້ເນັ້ນໃຫ້ຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ ຊຸກຍູ້ສົ່ງເສີມຊາວສວນຜູ້ຜະລິດກາເຟ ໃຫ້ຫຼາຍກວ່າເກົ່າ ໂດຍນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ ທີ່ທັນສະໄໝ ເຂົ້າໃນການຜະລິດ ເຮັດໃຫ້ມີສະມັດຖະພາບສູງ ແລະ ຄຸນນະພາບດີ ເພື່ອຮັບປະກັນໃຫ້ກາເຟລາວ ມີຕະຫຼາດທີ່ ໝັ້ນຄົງ ແລະ ຄຽງຄູ່ກັນນັ້ນ, ກໍຕ້ອງຮັກສາທຳມະຊາດ, ສະພາບແວດລ້ອມ ທີ່ເປັນປັດໄຈຂອງການຜະລິດ ພ້ອມທັງຊຸກຍູ້ປະຊາຊົນ ປູກພືດເມືອງໜາວເປັນສິນຄ້າ.


ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຢ້ຽມຢາມໂຄງການປູກພືດຜັກໄຮໂດຣໂປນິກ ຂອງບໍລິສັດ ອາໂກຣເຕັກໂປຣລາວ ຈຳກັດ ປະເທດມາເລເຊຍ (AGRO VEGE FARM) ທີ່ຕັ້ງຢູ່ບ້ານ ວັດຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ. ສວນດັ່ງກ່າວ, ໄດ້ຮັບໃບຢັ້ງຢືນມາດຕະຖານກະສິກຳທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ ຂອງກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃນເນື້ອທີ່ການຜະລິດປະມານ 40 ເຮັກຕາ ຊຶ່ງປູກພືດຜັກກິນໃບ, ຜັກກິນໝາກ, ຜັກກິນຫົວ ທີ່ສະອາດ ຫຼາຍກວ່າ 77 ຊະນິດ, ຜົນຜະລິດ 110 ໂຕນ/ເດືອນ. ໃນນີ້ ຂາຍພາຍໃນແຂວງ 20 ໂຕນ/ເດືອນ ແລະ ສົ່ງຂາຍຕ່າງແຂວງ 90 ໂຕນ/ເດືອນ.

ຟາມແຫ່ງນີ້ມີ ເຮືອນຮົ່ມ 23 ຫຼັງ, ເຮືອນຄັດເກດ 1 ຫຼັງ, ເຮືອນເພາະເບ້ຍ ແລະ ຍອດເມັດພັນ 1 ຫຼັງ, ສາມາດຜະລິດພືດຜັກປອດສານພິດ ເຊັ່ນ: ຜັກສະຫຼັດ, ໝາກເລັ່ນ, ໝາກແຕງ, ຜັກກາດ, ຜັກຫອມໃບ, ໜໍ່ໄມ້ຝຣັ່ງ ແລະ ໝາກເຜັດໃຫຍ່ ເປັນຕົ້ນ, ໃນຂະນະດຽວກັນ AGRO VEGE FARM ຍັັງໄດ້ເປີດເປັນແຫຼ່ງທ່ອງທ່ຽວ ເພື່ອໃຫ້ຜູ້ສົນໃຈທ່ຽວຊົມສວນພືດຜັກກະສິກຳອີກດ້ວຍ.

ຂ່າວ-ພາບ: ທັດຊະນະ.