ຮອງເຈົ້າແຂວງ ແຂວງຊຽງຂວາງ ລົງກວດກາຄວາມຄືບໜ້າ ໂຄງການຮ່ວມມືພັດທະນາກຸ່ມບ້ານລຽບຕາມບໍລິເວນຊາຍແດນລາວ-ຫວຽດນາມ

247

ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະທີມງານ ຂອງແຂວງ, ເມືອງໝອກ ແລະ ເມືອງຜາໄຊ ໄດ້ລົງກວດກາຄວາມຄືບໜ້າໂຄງການຮ່ວມມືພັດທະນາກຸ່ມບ້ານລຽບຕາມບໍລິເວນຊາຍແດນລາວ-ຫວຽດນາມ ໃນອາທິດຜ່ານມາ.
ບັນດາໂຄງ ການດັ່ງກ່າວນີ້ແມ່ນທາງບໍລິສັດໂກເອໂກ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍແມ່ນທຶນຊ່ວຍເຫຼືອລ້າຂອງ ສສ ຫວຽດນາມ 100 %. ໄດ້ຈັດຕັ້ງປະຕິບັດຢູ່ສອງເມືອງຄື: ເມືອງຜາໄຊ ແລະ ເມືອງໝອກ ແລະ ມີສອງໜ້າວຽກຄື: ວຽກງານຊົນລະປະທານ ແລະ ວຽກງານການສ້ອມແປງເສັ້ນທາງ.


ທ່ານ ຮວງດຶກຖາຍ ຮອງຫົວໜ້າບໍລິສັດພັດທະນາເຂດພູດອຍໂມດີໂກ ໄດ້ລາຍງານວ່າ: ສໍາລັບເມືອງໝອກ ວຽກງານສ້ອມແປງວຽກງານສ້ອມແປງຊົນລະປະທານເປຕົງເສີມເຫຼັກຄື: ຊົນລະປະທານນໍ້າເຢັນ 1, ນໍ້າເຢັນ 2 ແລະ ຊົນລະປະທານນາເທີ້ ແລະ ການສ້ອມແປງຂົວນໍ້າໂມ້ ຫາ ນໍ້າຫງາດ ຜ່ານການລົງກວດກາຕົວຈິງເຫັນວ່າທາງບໍລິສັດໄດ້ລົງມືການຈັດຕັ້ງປະຕິບັດ ແລະ ຄວາມຄືບໜ້າຂອງໂຄງການຄື: ການກໍ່ສ້າງຊົນລະປະທານນໍ້າເຢັນ ແມ່ນສໍາເລັດ 95 %, ຊົນລະປະ ທານນໍ້າເຢັນ 2 ສໍາເລັດ 90 % ແລະ ຊົນລະປະທານນໍ້າເທີ້ ສໍາເລັດ 40 %, ຊົນລະປະ ທານນໍ້າຕາກ ສໍາເລັດ 90 %, ຊົນລະປະທານບ້ານຈະເລີນໃໝ່ ສໍາເລັດ 15 % ແລະ ໂຄງການກໍ່ສ້າງເສັ້ນທາງແຕ່ຂົວນໍ້າໂມ້ ຫາ ບ້ານນໍ້າຫງາດ ສໍາເລັດແລ້ວ 90 % , ສໍາລັບການກໍ່ສ້າງບັນດາໂຄງການດັ່ງກ່າວນີ້ຄາດວ່າຈະໃຫ້ສໍາເລັດ ໃນທ້າຍເດືອນ ມີນາ 2022, ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 6 ຕືກວ່າກີບ.


ເມືອງຜາໄຊ ແມ່ນໄດ້ຮັບທຶນສ້ອມແປງເສັ້ນທາງແຕ່ບ້ານ ນໍ້າສຽມ ຫາ ບ້ານ ນໍ້າເຊ່ຍ ມີຄວາມຍາວທັງໝົດ 9 ກິໂລແມັດ, ກວ້າງ5ແມັດ ເປັນທາງປູແຮ່ ມູນຄ່າການກໍ່ສ້າງທັງໝົດແມ່ນ 7,4ຕື້ກວ່າ ກີບ ສໍາເລັດແລ້ວ 90 % ແລະ ຈະໃຫ້ສໍາເລັດໃນທ້າຍ ເດືອນ ທັນວາ 2021; ໂຄງການສ້ອມແປງຊົນລະປະທານເບຕົງເສີມເຫຼັກບ້ານ ຈ່ານໍ້າ ແມ່ນກໍາລັງເລີ່ມລົງມືຈັດຕັ້ງປະຕິບັດ ມູນຄ່າການກໍ່ສ້າງ ແມ່ນ 400 ລ້ານກີບ.


ໂອກາດນິ້ທ່ານຮອງເຈົ້າແຂວງ ຍັງໄດ້ສະແດງຄວາມຂອບໃຈນໍາບັນດາບໍລິສັດ ກໍ່ຄືພັກ-ລັດ ແລະ ປະຊາຊົນຊາວຫວຽດນາມທີ່ໄດ້ຊ່ວຍເຫຼືອແຂວງຊຽງຂວາງຕະຫຼອດມາ ພ້ອມກັນນັ້ນທ່ານກໍຍັງໄດ້ເນັ້ນໜັກໃຫ້ທາງບໍລິສັດແມ່ນໃຫ້ເອົາໃຈໃສ່ສືບຕໍ່ປະຕິບັດໜ້າວຽກທີ່ຍັງບໍ່ທັນສໍາເລັດໃຫ້ສໍາເລັດຕາມຄາດໝາຍ ເນັ້ນຄຸນນະພາບ ເຕັກນິກ ຕາມຫຼັກວິຊາການ, ມອບໃຫ້ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການໃນການຕິດຕາມຊຸກຍູ້ໃກ້ສິດຕິດແທດບັນດາໂຄງການດັ່ງກ່າວໃຫ້ສໍາເລັດຕາມແຜນການ

ຂ່າວ: ບຸນມີ ແສງທຸມມີ