3 ແຜນບູລິມະສິດ ຂອງລາວເພື່ອກຽມຮັບນັກທ່ອງທ່ຽວເຂົ້າປະເທດ

299

ໃນວັນທີ 15 ທັນວາ 2021, ທີ່ນະຄອນຫລວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມ ຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ຽວທ່ຽວ, ທ່ານ ອິນທີ ເດືອນສະຫວັນ ໄດ້ຕາງໜ້າໃຫ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ນຳສະເໜີແນວຄວາມຄິດ ເປີດເຂດການທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ຫລື Laos Green Travel Zone ໂດຍ ທ່ານ ໄດ້ນຳສະເໜີ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ.

ທ່ານ ອິນທີ ເດືອນສະຫວັນ ໄດ້ໃຫ້ຮູ້ວ່າ ການເປີດເຂດການທ່ອງທ່ຽວສີຂຽວ ເພື່ອການ ທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ຫລື Laos Green Travel Zone ເປັນການເປີດການທ່ອງທ່ຽວທີ່ເນັ້ນທຳມະຊາດ ແລະ ສີຂຽວ, ເຊິ່ງປະເທດລາວ ກໍມີຄວາມອຸດົມສົມ ບູນທາງດ້ານທຳມະຊາດ ແລະ ສີຂຽວ ເປັນສັນຍາລັກຂອງຄວາມປອດໄພ, ສະນັ້ນຈຶ່ງເກີດມີເຂດການທ່ອງທ່ຽວສີຂຽວ ໃນການເປີດການທ່ອງທ່ຽວນີ້ ໄດ້ແບ່ງເປັນ 3 ແຜນບູລິມະສິດ ຄື:

ແຜນບູລິມະສິດທີ 1 ເປີດໃນວັນທີ 1 ມັງກອນ 2022 ໂດຍຈະເປີດເຂດທ່ອງທ່ຽວສີຂຽວ ຢູ່ນະຄອນຫລວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ ແລະ ຫລວງພະບາງ; ເປີດເສັ້ນທາງສີຂຽວ ຫລື Green travel Trail ແມ່ນສະຖານທີ່ພັກ ຫລື ແຫລ່ງທ່ອງທ່ຽວທີ່ກຳນົດ ມີ: ແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ ແລະ ຈຳປາສັກ; ສຳລັບດ່ານເຂົ້າອອກ ແມ່ນຈະເປີດຢູ່ 2 ຈຸດ ຄື: ສະໜາມບິນສາກົນວັດໄຕ ແລະ ຂົວມິດຕະພາບທີ 1 (ວຽງຈັນ-ໜອງຄາຍ).

ແຜນບູລິມະສິດທີ 2 ເປີດໃນວັນທີ 1 ເມສາ 2022 ໂດຍຈະເປີດເຂດທ່ອງທ່ຽວສີຂຽວ ຢູ່ 9 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ; ເປີດເສັ້ນທາງສີຂຽວ ຫລື Green travel Trail ສະຖານທີ່ພັກ ຫລື ແຫລ່ງທ່ອງທ່ຽວທີ່ກຳນົດ ມີ: ເມືອງຫ້ວຍຊາຍ (ແຂວງບໍ່ແກ້ວ), ເມືອງຫລວງນ້ຳທາ (ແຂວງຫລວງນ້ຳທາ), ເຊກອງ ແລະ ສາລະວັນ; ສຳລັບດ່ານເຂົ້າອອກເປີດຢູ່ 9 ຈຸດ ຄື: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫລວງພະບາງ, ດ່ານບໍ່ເຕ່ນ (ລາວ-ຈີນ), ຂົວມິດຕະພາບ (ວຽງຈັນ-ໜອງຄາຍ), ຂົວມິດຕະພາບ (ທ່າແຂກ-ນະຄອນພະນົມ), ຂົວມິດຕະພາບ (ສະຫວັນນະເຂດ-ມຸກດາຫານ), ດ່ານຊ່ອງເມັກ (ປາກເຊ-ອຸບົນລາດຊະທານີ), ດ່ານລາວບາວ (ລາວ-ຫວຽດນາມ) ແລະ ດ້ານຫລັກຊາວ (ລາວ-ຫວຽດນາມ) ແລະ

ແຜນບູລິມະສິດທີ 3 ຄື ເປີດທົ່ວປະເທດ ແມ່ນວັນທີ 1 ກໍລະກົດ 2022. ສຳລັບເງື່ອນໄຂຂອງຜູ້ປະກອບການ ທີ່ຈະເຂົ້າຮ່ວມເຂດການທ່ອງທ່ຽວສີຂຽວ ບັນດາໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ລົດນຳທ່ຽວ, ພະນັກງານນຳທ່ຽວຕ້ອງໄດ້ສັກວັກຊິນໃຫ້ຄົບໂດສ ແລະ ເຂົ້າຮ່ວມການຝຶກອົບຮົບ, ດາວໂຫລດ ແລະ ອ່ານຄູ່ມືການນຳໃຊ້ຂອງ Lao Stay Safe.
ຂ່າວ ສົມຫວັງ ຂປລ