ສາທາອະນຸມັດໃຫ້ໃຊ້ ຊຸດກວດແບບໄວທີ່ອົງການອະນາໄມໂລກຮັບຮອງ ໃນເຫດການພາວະສຸກເສີນເທົ່ານັ້ນ

196

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກກ່າວວ່າ
ເພື່ອຊອກຄົ້ນຫາພະຍາດໃຫ້ໄດ້ໄວທີ່ສຸດ, ກະຊວງສາທາລະນະສຸກ ຈຶ່ງໄດ້ອະນຸມັດ ໃຫ້ນໍາໃຊ້ ຊຸດກວດແບບໄວ, ໂດຍນຳໃຊ້ຕາມທີ່ອົງການອະນາໄມໂລກຮັບຮອງ ໃນເຫດການພາວະສຸກເສີນເທົ່ານັ້ນ.

ປັດຈຸບັນ ມີຫຼາຍພາກສ່ວນ ໄດ້ສວຍໂອກາດ ອອກມາໂຄສະນາຂາຍ ໂດຍສະເພາະ ໃນສື່ສັງຄົມອອນລາຍຕ່າງໆ ເຊິ່ງການນຳໃຊ້ນັ້ນ ຕ້ອງໄດ້ຄຳນຶງເຖິງຄຸນນະພາບ ແລະ ປະສິດຕິພາບ ອີກດ້ວຍ ເພາະອາດຈະໃຫ້ຜົນລົບປອມໄດ້.

ພ້ອມດຽວກັນນັ້ນ ການນຳໃຊ້ຊຸດເຄື່ອງກວດ ທີ່ບໍ່ໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກ ຖືວ່າ ເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍ ເພາະ ຊຸດກວດທີ່ນໍາມາຂາຍອາດເປັນຂອງປອມ, ບໍ່ໄດ້ມາດຕະຖານ ແລະ ທີ່ສໍາຄັນທີ່ສຸດ ການເກັບມ້ຽນສິ່ງເສດເຫຼືອ-ຂີ້ເຫຍື້ອ ຈາກການນໍາໃຊ້ຊຸດກວດແບບໄວ້ນີ້ ແມ່ນຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດ ຖ້າເຮັດບໍ່ຖືກຕ້ອງ ຈະສາມາດແຜ່ເຊື້ອໄປສູ່ຄົນອ້ອມຂ້າງຕື່ມອີກ.

ສຳລັບ ທ່ານທີ່ຊື້ເຄື່ອງມາກວດດ້ວຍຕົນເອງ ແລ້ວຜົນກວດຂຶ້ນ 2 ຂີດ ແລະ ຂໍໃຫ້ທ່ານ ຮີບຮ້ອນໂທຫາສາຍດ່ວນ 164, 165 ຫຼື 166 ເພື່ອລົງທະບຽນໃສ່ນ້ຳເບີ ລະຫັດຜູ້ຕິດເຊື້ອ ເພື່ອປະສານລົດມາຮັບທ່ານ ເຂົ້າໄປປິ່ນປົວທັນທີ ກໍລະນີທີ່ທ່ານມີອາການ, ເປັນຜູ້ສູງອາຍຸ ຫຼື ມີພະຍາດປະຈຳໂຕ.