ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 10 ຈຸດປະກາຍຄວາມຝັນພ້ອມພັກດັນສູ່ອະນາຄົດທີ່ດີ

275

ວັນທີ 16 ທັນວາ 2021 ນະຄອນຫຼວງວຽງຈັນ, ເອັດສຊີຈີ ສານຕໍ່ໂຄງການ “SCG Sharing the Dream”ໃນ ສປປ ລາວ ເປັນປີທີ 10 ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ທີ່ເນັ້ນສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສ້າງໂອກາດທາງການສຶກສາໃຫ້ນັກສຶກສາທີ່ເປັນຄົນເກັ່ງແລະດີ ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ສາມາດທີ່ຈະມີໂອກາດທາງການສຶກສາ ແລະ ສາມາດນໍາຄວາມຮູ້ ມາຊ່ວຍພັດທະນາປະເທດຊາດໄດ້ຢ່າງຢືນຍົງ.


ທ່ານ ພີລະມາດ ວະຈະນານະວັດ ກໍາມະການຜູ້ຈັດການ ບໍລິສັດ ຄໍາມ່ວນຊີມັງ ຈໍາກັດ ກ່າວວ່າ “ເອັດສຊີຈີ ໄດ້ມອບທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ເຊິ່ງເປັນປີທີ 10 ພວກເຮົາເຫັນຄວາມສໍາຄັນຂອງຄວາມຝັນ ແລະ ຄວາມມຸ່ງໝັ້ນຂອງນ້ອງນັກຮຽນ ໃນປີນີ້ ທາງເຮົາໄດ້ມອບທຶນການສຶກສາລະດັບປະລິນຍາຕີໃຫ້ນ້ອງນັກສຶກສາຈໍານວນ 6 ທຶນ.

ຂ້າພະເຈົ້າເຊື່ອວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ກັບນ້ອງໆທຸກຄົນທີ່ມີຄວາມຕັ້ງໃຈໃນການສຶກສາຮໍ່າຮຽນ ແຕ່ຂາດເຂີນທຶນຮອນ ຈະສາມາດມີໂອກາດໄດ້ພັດທະນາໂຕເອງໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ເປັນປະໂຫຍດໃຫ້ແກ່ຕົນເອງ ເພື່ອຮັບໃຊ້ປະເທດຊາດ ແລະ ເຮັດໃຫ້ນ້ອງໆໄດ້ນໍາໃຊ້ຄວາມຮູ້ຄວາມສາມາດຂອງການສຶກສາຮໍ່າຮຽນ ເພື່ອມາໃຊ້ໃນການປະກອບອາຊີບຂອງຕົນໃນອະນາຄົດຕໍ່ໄປອີກດ້ວຍ”


ເອັດສຊີຈີ ເນັ້ນຊຸກຍູ້ໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພູມມິພາກອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ກໍາປູເຈຍ ແລະ ມຽນມາ ທົ່ວພູມມິພາກອາຊຽນ ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີ ເຂົ້າໄປດໍາເນີນທຸລະກິດສໍາຫຼັບ ສປປ ລາວ ເອັດສຊີຈີ ດໍາເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈຢ່າງຕໍ່ເນື່ອງ ເຊິ່ງທຶນດັ່ງກ່າວຈະສະໜັບສະໜຸນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາລະດັບປະລິນຍາຕີ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ