ທາງການ! ອະເກວໂຣ ປະກາດອໍາລາອາຊີບນັກເຕະດ້ວຍນໍ້າຕາ ຫຼັງມີບັນຫາດ້ານຫົວໃຈ

179

ກ່ອນໜ້ານີ້ ເຊຄິໂອ ອະເກວໂຣ ຍ້າຍຈາກ ແມນເຊັສເຕີ ຊິຕີ້ ໄປຫຼິ້ນໃຫ້ກັບ ບາເຊໂລນາ ແລະ ມີອາການບາເຈັບເຮັດໃຫ້ບໍ່ໄດ້ລົງແຂ່ງຂັນໃຫ້ກັບ ບາເຊໂລນາ ໃນຕົ້ນລະດູການໄດ້ ກ່ອນຈະໄດ້ຫຼິ້ນໃຫ້ກັບ ບາເຊໂລນາ 5 ນັດເທົ່ານັ້ນ ກໍເກີດເຫດການບໍ່ຄາດຄິດ ເມື່ອລາວມີອາການແໜ້ນໜ້າເອິກ ໃນນັດທີ່ ບາເຊໂລນາ ສະເໝີ ອະລາເບສ 1-1 ເມື່ອເດືອນພະຈິກ 2021 ກ່ອນຈະຕ້ອງປ່ຽນຕົວອອກ ແລະ ຮີບສົ່ງໄປໂຮງໝໍທັນທີ.

ຫຼັງເຂົ້າຮັບການກວດເຊັກທີ່ໂຮງໝໍ ແລະ ໝໍແຈ້ງວ່າ: ອະເກວໂຣ ມີອາການຜິດປົກກະຕິກ່ຽວກັບການເຕັ້ນຂອງຫົວໃຈ ເຊິ່ງຖ້າຫາກຍັງຫຼິ້ນບານເຕະຕໍ່ໄປອາດສົ່ງຜົນຮ້າຍແຮງໄດ້ ເຮັດໃຫ້ ບາເຊໂລນາ ຕ້ອງຖະແຫຼງຂ່າວໃນເວລານັ້ນວ່າ ອະເກວໂຣ ຈະຕ້ອງພັກຮັກສາຕົວ 3 ເດືອນ ແລະ ມີຂ່າວມາໂດຍຕະຫຼອດວ່າ ອະເກວໂຣ ຈະຕ້ອງອໍາລາອາຊີບຈາກອາການດັ່ງກ່າວ.

ຈົນກະທັ້ງໃນວັນທີ 15 ທັນວາ 2021 ອະເກວໂຣ ໄດ້ຖະແຫຼງຂ່າວອໍາລາອາຊີບນັກເຕະດ້ວຍນໍ້າຕາຢ່າງເປັນທາງການວ່າ: “ ຂ້ອຍຕັດສິນໃຈທີ່ຈະເລີກຫຼິ້ນບານເຕະອາຊີບ, ມັນເປັນເລື່ອງທີ່ຍາກຫຼາຍ, ມັນເປັນການຕັດສິນໃຈທີ່ກ່ຽວຂ້ອງກັບສຸຂະພາບຂອງຂ້ອຍ ເຊິ່ງເປັນບັນຫາທີ່ຂ້ອຍປະສົບມາເດືອນເຄິ່ງ, ແຕ່ຂ້ອຍໄດ້ຮັບການຮັກສາທີ່ດີຈາກທີມແພດ, ຂ້ອຍຂໍຂອບໃຈ ແອັດເລຕິໂກ ມາດຣິດ ທີ່ມອບໂກາດໃຫ້ຂ້ອຍຕອນອາຍຸ 18 ປີ ແລະ ແມນເຊັສເຕີ ຊິຕີ້ ”.

ສໍາລັບ ເສັ້ນທາງອາຊີບນັກເຕະຂອງ ອະເກວໂຣ ອາຍຸ 33 ປີສາມາດປະສົບຜົນສໍາເລັດທີ່ສຸດອີກຄົນໜຶ່ງຄື: ເລີ່ມຫຼິ້ນໃຫ້ກັບ ສະໂມສອນ ອິນດິເພນດຽນເຕ ລົງ 18 ນັດຍິງ 38 ປະຕູ, ແອັດເລຕິໂກ ມາດຣິດ ລົງແຂ່ງ 230 ນັດຍິງ 100 ປະຕູ, ແມນເຊັສເຕີ ຊິຕີ້ ລົງແຂ່ງ 260 ນັດຍິງ 390 ປະຕູ, ບາເຊໂລນາ ລົງແຂ່ງຂັນ 5 ນັດຍິງ 1 ປະຕູ ແລະ ທີມຊາດອາກຊັງຕິນ ລົງແຂ່ງ 101 ນັດຍິງ 41 ປະຕູ.