ເປີດການນຳໃຊ້ອາຄານຝຶກອົບຮົມວິຊາຊີບຊາວໜຸ່ມ ຢູ່ແຂວງຄຳມ່ວນ

162

ພິທີເປີດການນຳໃຊ້ອາຄານຝຶກອົບຮົມວິຊາຊີບຊາວໜຸ່ມ ຢູ່ສູນຝຶກອົບຮົມວິຊາຊີບ ແຂວງຄຳມ່ວນ ພາຍໃຕ້ “ໂຄງການ ເສີມສ້າງໂອກາດທາງດ້ານສັງຄົມ ແລະ ເສດຖະກິດ ໃຫ້ກັບຊາວໜຸ່ມ ໃນ ສປປ ລາວ” ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ສະຖານທູດສະຫະພັນຣັດເຊຍ ປະຈຳລາວ ຈັດຂຶ້ນໃນວັນທີ 14 ທັນວາ 2021 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ Vladimir KALANIN ເອກອັກຄະລັດຖະທູດ ສະຫະພັນ ຣັດເຊຍ ປະຈຳລາວ, ທ່ານ ນາງ Ricarda Rieger ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ UNDP ປະຈຳລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ໂຄງການເສີມຂະຫຍາຍໂອກາດທາງດ້ານສັງຄົມ ແລະ ເສດຖະກິດໃຫ້ກັບຊາວໜຸ່ມ ໃນ ສປປ ລາວ ເປັນໂຄງການໜຶ່ງ ທີ່ຜັນຂະຫຍາຍ ຍຸດທະສາດເພື່ອການພັດທະນາຊາວໜຸ່ມ ແລະ ເຍົາວະຊົນ 2021-2030 ເຊິ່ງແບ່ງເປັນ 3 ຂົງເຂດຄື:
1. ການສ້າງແຜນພັດທະນາທ້ອງຖິ່ນ ໂດຍອີງໃສ່ແຜນຜັນຂະຫຍາຍຍຸດທະສາດ ແຫ່ງຊາດ ການພັດທະນາຊາວໜຸ່ມ ແລະ ເຍົາວະຊົນ,
2. ການນຳໃຊ້ທ່າແຮງຂອງຊາວໜຸ່ມໃນທ້ອງຖິ່ນ ເພື່ອພັດທະນາທີ່ມີສ່ວນຮ່ວມຈາກທຸກຂະແໜງການ ໂດຍຍົກຄຸນນະພາບ ແລະ ຫຼຸດຜ່ອນຄວາມແຕກໂຕນໃນສູນພັດທະນາຊາວໜຸ່ມ-ເຍົາວະຊົນ,
3. ການເສີມຂະຫຍາຍພັນທະ ແລະ ການມີສ່ວນຮ່ວມທາງສັງຄົມ ຂອງຊາວໜຸ່ມໃນລະດັບຜູ້ຕັດສິນບັນຫາ.


ອາຄານຝຶກອົບຮົມວິຊາຊີບຊາວໜຸ່ມ ແຂວງຄຳມ່ວນ ແມ່ນໄດ້ດຳເນີນການກໍ່ສ້າງໃນເດືອນມັງກອນ 2021 ແລະ ໄດ້ສຳເລັດ ໃນເດືອນພະຈິກ 2021 ເປັນອາຄານ 2 ຊັ້ນ, ເບຕົງເສີມເຫຼັກ, ມີຂະໜາດ 10×28 ແມັດ ແລະ ມີ 6 ຫ້ອງ ລວມມູນຄ່າການກໍ່ສ້າງ 220.000 ໂດລາສະຫະລັດ. ນອກນັ້ນຍັງມີງົບປະມານສໍາລັບການພັດທະນາຫຼັກສູດຝຶກອົບຮົມ, ການຈັດຊື້ອຸປະກອນ, ງົບປະມານບໍລິຫານ ແລະ ອື່ນໆ ລວມມູນຄ່າການຊ່ວຍເຫຼືອທັງໝົດ 329.000 ໂດລາສະຫະລັດ ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ສະຖານທູດ ສະຫະພັນຣັດເຊຍ ປະຈຳລາວ.


ຄະນະຮັບຜິດຊອບຂັ້ນສູນກາງ, ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ແມ່ນໄດ້ກະກຽມຄວາມພ້ອມທາງດ້ານຫຼັກສູດ, ການຝຶກອົບຮົມວິຊາຊີບ ແລະ ພັດທະນາຫຼັກສູດວິຊາຊີບ ໂດຍໄດ້ແຕ່ງຕັ້ງພະນັກງານຂັ້ນແຂວງ, ຄະນະຊາວໜຸ່ມຂັ້ນເມືອງ ເຂົ້າຮ່ວມຝຶກອົບຮົມ ເພື່ອມາເປັນຄູຝຶກຢູ່ພາຍໃນສູນດັ່ງກ່າວ ເຊິ່ງປະກອບມີ 6 ວິຊາຄື: ການລ້ຽງກົບ, ລ້ຽງປາໃນໜອງຜ້າຢາງ, ການລ້ຽງຈີ່ນາຍ, ການຂະຫຍາຍພັນພືດ, ການປູກຜັກໃນຄົວເຮືອນ, ການປູກເຫັດ ແລະ ໄດ້ສ້າງສະຖານທີ່ສຳລັບສາທິດທົດລອງການປູກພືດ, ລ້ຽງສັດ.


ສຳລັບການຝຶກອົບຮົມໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ໃນກຸ່ມເປົ້າໝາຍຊຸດທຳອິດພາຍຫຼັງທີ່ເປີດນຳໃຊ້ ມີຈຳນວນ 20 ຄົນ ເຊິ່ງເປັນການຝຶກອົບຮົມໄລຍະສັ້ນ 3 ເດືອນ ຫຼັງຈາກທີ່ຈົບແລ້ວ ຈະໄດ້ຮັບໃບຢັ້ງຢືນ ພ້ອມທັງສ້າງເງື່ອນໄຂອຳນວຍໃຫ້ແກ່ຊາວໜຸ່ມ ໂດຍຜ່ານຄະນະໃຫ້ຄຳປຶກສາ, ຜູ້ຊ່ຽວຊານ, ຜູ້ປະກອບການ, ຫົວໜ່ວຍທຸລະກິດທາງດ້ານກະສິກຳ ໃຫ້ຄຳແນະນຳ ແລະ ຈະໄດ້ມີການຕິດຕາມ, ຊຸກຍູ້ໃຫ້ເຂົາເຈົ້າສາມາດນຳໄປປະກອບອາຊີບສາຂາວິຊາກະສິກຳ ໃນຂັ້ນຕໍ່ໄປ.