6 ເດືອນ ປີ 2021 ການຄ້າ ລາວ -ອາເມຣິກາ ມີມູນຄ່າ157 ລ້ານໂດລາ

441

ມາຮອດປັດຈຸບັນ ມູນຄ່າການລົງທຶນຂອງສະຫະລັດອາເມຣິກາ ໃນ ສປປ ລາວ ສະເພາະໃນຂະແໜງກິດຈະການທົ່ວໄປ ມີມູນຄ່າລວມ 280 ລ້ານກວ່າໂດລາສະຫາລັດ. ຂະນະທີ່ໃນ6 ເດືອນ ຕົ້ນປີ 2021 ມູນຄ່າການຄ້າລະຫວ່າງ ລາວ ແລະ ສ.ອາເມຣິກາ ບັນລຸ157,4 ລ້ານໂດລາ.


ທ່ານ ປີເຕີ ເຣມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ໃນວັນທີ 8 ທັນວາ 2021 ທີ່ກະຊວງ ອຄ ເພື່ອສືບຕໍ່ປຶກສາຫາລື ກ່ຽວກັບ ແຜນການຮ່ວມມືດ້ານການພັດທະນາເສດຖະກິດລະຫວ່າງ ສປປ ລາວ ແລະ ສ.ອາເມຣິກາ ຜ່ານທາງກະຊວງ ອຄ.ການພົວພັນດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ສ.ອາເມຣິກາ ໃນໄລຍະຜ່ານມາ ແມ່ນຈັດຕັ້ງປະຕິບັດຕາມຂອບຂໍ້ຕົກລົງວ່າດ້ວຍການຄ້າ ແລະ ການລົງທຶນ TIFA ແລະ ສິດທິພິເສດດ້ານການຄ້າປະເທດດ້ອຍພັດທະນາ.
ໃນ 6 ເດືອນ ຕົ້ນປີ 2021 ມູນຄ່າການຄ້າລະຫວ່າງ ລາວ ແລະ ສ.ອາເມຣິກາ ສາມາດປະຕິບັດໄດ້ 157,4 ລ້ານໂດລາ. ໃນນັ້ນ ມູນຄ່າການສົ່ງອອກ ປະຕິບັດໄດ້ 29,9 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ 127,5 ລ້ານໂດລາ.


ສິນຄ້າສົ່ງອອກໄປ ສ.ອາເມຣິກາ ມີ: ຕຽງ, ເສື່ອ, ເບາະ, ໂຄມໄຟ ທີ່ບໍ່ແມ່ນເຄື່ອງເຟີນີເຈີ, ເກີບ, ເຄື່ອງນຸ່ງຫົ່ມ, ໄຂ່ມຸກ, ແກ້ວປະເສີດ, ເຄື່ອງຫຼີ້ນກິລາ, ຢາສູບ, ເຄື່ອງໃຊ້ໄຟຟ້າ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ອຸປະກອນກົນຈັກ…, ໃນຂະນະທີ່ສິນຄ້ານໍາເຂົ້າຈາກ ສ.ອາເມຣິກາ ມີ: ເຍື່ອໄມ້, ເສດເຈ້ຍ, ເຄື່ອງໄຟຟ້າ, ອຸປະກອນໄຟຟ້າ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ, ຊິ້ນສ່ວນອາໄຫຼ່ລົດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ອຸປະກອນກົນຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງມື ແລະ ອຸປະກອນທັດສະນະສາດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ອື່ນໆ.


ດ້ານການລົງທຶນ ເລີ່ມແຕ່ປີ 2008 ມາຮອດປັດຈຸບັນ ມູນຄ່າການລົງທຶນຂອງ ສ.ອາເມຣິກາ ໃນ ສປປ ລາວ (ສະເພາະໃນຂະແໜງກິດຈະການທົ່ວໄປ) ມີມູນຄ່າທັງໝົດ 280,04 ລ້ານໂດລາສະຫະລັດ. ໃນນັ້ນ, ຂະແໜງການທີ່ລົງທຶນສູງສຸດປະກອບມີ ການກໍ່ສ້າງ, ອຸດສາຫະກໍາບໍ່ແຮ່ ແລະ ການຂຸດຄົ້ນ, ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ, ແລະ ການເຄື່ອນໄຫວດ້ານທີ່ພັກເຊົ່າ, ບໍລິການ ແລະ ອາການ.

ຂ່າວ-ພາບ: ສັນຕິ