ໂຄວິດ19 ສາຍພັນ ໂອໄມຄຣອນ ອາດຈະເຮັດໃຫ້ມີການຕິດເຊື້ອໄດ້ຊໍ້າຄືນໄດ້ປະມານສາມເທົ່າຕົວ ຖ້າທຽບໃສ່ ສາຍພັນເດວຕ້າ

162

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ ຫຼາຍທ່ານກໍ່ຈະໄດ້ຮັບຟັງຂ່າວການແຜ່ລະບາດຂອງສາຍພັນໃໝ່ ໂອໄມຄຣອນ ທີ່ກຳລັງແຜ່ລະບາດໃນຫຼາຍກ່ວາ 48 ປະເທດໃນປັດຈຸບັນເຊີ່ງສ້າງຄວາມວິຕົກກັງວົນໃຫ້ຫຼາຍປະເທດກ່ຽວກັບສາຍພັນດັ່ງກ່າວ ແລະ ຫຼາຍຄົນກໍ່ໄດ້ມີການຕື່ນຕະນົກກັບຂ່າວດັ່ງກ່າວ, ຈາກການສືກສາຄົ້ນຂອງບັນດານັກວິທະຍາສາດ ຫຼາຍປະເທດ ກ່ຽວກັບ ສາຍພັນ ໂອໄມຄຣອນ ພົບວ່າ ເຖິງວ່າເຊື້ອພະຍາດຈະມີການກະຈາຍໂຕໄວເຮັດໃຫ້ຕິດເຊື້ອງ່າຍຂື້ນ 3-3,5 ເທົ່າ ທຽບໃສ່ສາຍພັນທີ່ລະບາດກ່ອນໜ້ານີ້


ແຕ່ວ່າ ອາການຂອງບັນດາຄົນເຈັບທີ່ຕິດເຊື້ອແມ່ນຂ້ອງຂ້າງ ເບົາບາງ ຫາ ປານກາງ, ໃນທະວີບອາຟຣິກກາໃຕ້ພົບວ່າອັດຕາການເສຍຊີວິດຂອງຄົນເຈັບທີ່ຕິດເຊື້ອສາຍພັນໂອໄມຄຣອນປະມານ 6% ເຊີ່ງອັດຕາການເສຍຊີວິດຕ່ຳກ່ວາສາຍພັນທີ່ພົບໃນໄລຍະຜ່ານມາທີ່ມີອັດຕາການເສຍຊີວິດ 17% ແຕ່ກໍ່ພົບວ່າມີອັດຕາການເສຍຊີວິດໃນໄວໜຸ່ມ ຊ່ວງອາຍຸ 20-40 ປີສຳລັບສາຍພັນໂອໄມຄຣອນ,


ນອກຈາກນີ້ ຜູ້ທີ່ເຂົ້ານອນປີ່ນປົວຢູ່ໂຮງໝໍຍັງມີອາການດີໄວຂື້ນກ່ວາເກົ່າໃຊ້ເວລາປີ່ນປົວປະມານ 2.8 ມື້ ທຽບໃສ່ສາຍພັນຜ່ານມາທີ່ນອນປີ່ນປົວປະມານ 8,5ມື້ ແລະ ຄາດຄະເນວ່າອາດສ້າງຄວາມເສຍຫາຍ ໄດ້ນ້ອຍກ່ວາ ສາຍພັນ ເດວຕ້າ ຫຼືສາຍພັນຜ່ານມາ.


ສາຍພັນນີ້ ອາດຈະມີການຮຸນແຮງຂື້ນຖ້າເກີດໃນຜູ້ທີ່ມີພະຍາດປະຈໍາຕົວ ຫຼື ໃນຜູ້ສູງອາຍຸ, ແລະ ສາຍພັນ ໂອໄມຄອນນີ້ ອາດຈະເຮັດໃຫ້ມີການຕິດເຊື້ອໄດ້ຊໍ້າຄືນໄດ້ປະມານສາມເທົ່າຕົວ ຖ້າທຽບໃສ່ ສາຍພັນເດວຕ້າ, ເຖີງຢ່າງໃດກໍ່ຕາມການສືກສານີ້ນັກວິທະຍາສາດກໍ່ຈະຕ້ອງໄດ້ດຳເນີນການສືກສາຄົ້ນຄ້ວາລະອຽດຕື່ມອີກ ຄາດວ່າອີກ ບໍ່ດົນໃນຕໍ່ໜ້າພວກເຮົາກໍ່ໄດ້ມີຂໍ້ມູນທີ່ຊັດເຈນຂື້ນກ່ວາເກົ່າ.