ຖະແຫຼງຂ່າວແລ້ວ! ຫົວໜ້າຄູຝຶກທີມຊາດລາວ ບອກມີແຜນຮັບມື ມາເລເຊຍ ຕ້ອງຕິດຕາມໃນມື້ແຂ່ງ

286

ກ່ອນໜ້ານີ້ ທີມຊາດລາວ ເສຍໃຫ້ກັບ ຫວຽດນາມ 0-2 ທາມກາງສຽງວິຈານວ່າທີມຊາດລາວ ໃຊ້ເກມຕ້ານຢ່າງດຽວ ໃນກນາແຂ່ງຂັນ AFF SUZUKI CUP 2020 ເມື່ອວັນທີ 6 ທັນວາທີ່ຜ່ານມາ

ຫຼ້າສຸດໃນຕອນບ່າຍຂອງວັນທີ 8 ທັນວາ 2021 ໄດ້ມີພິທີຖະແຫຼງຂ່າວກຽມຄວາມພ້ອມກ່ອນການແຂ່ງຂັນຜ່ານແອບ ZOOM ໂດຍມີຄູຝຶືກ ແລະ ນັກກີລາ ລວມເຖິງສື່ມວນຊົນຈາກຫຼາຍປະເທດເຂົ້າຮ່ວມ ທ່ານ V. Selvaraj ຫົວໜ້າຄູຝຶກທີມຊາດລາວ ກ່າວວ່າ: ນັດທີ່ທີມຊາດລາວ ພົບກັບ ຫວຽດນາມ ເປັນຫຍັງພວກເຮົາຕ້ອງໃຊ້ຮູບເກມຕ້ານ ເນື່ອງຈາກ ທີມຊາດຫວຽດ ເປັນທີມທີ່ມີນັກເຕະຄຸນນະພາບ, ມີການກຽມທີມມາດີ ແລະ ຮູ້ກັນດີວ່າ ຫວຽດນາມ ມີຈຸດແຂງເລື່ອງເກມບຸກ, ສ່ວນການປ່ຽນ ສຸກອາພອນ ວົງຈຽງຄໍາ ອອກໃນເຄິ່ງເວລາທີ 2 ນັ້ນກໍເພື່ອໃຫ້ລາວໄດ້ພັກຜ່ອນ ແລະ ກຽມພ້ອມສໍາລັບນັດທີ່ຈະພົບກັບ ມາເລເຊຍ ແນ່ນອນນັດພົບ ມາເລເຊຍ ພວກເຮົາມີແຜນໄວ້ແລ້ວ ແລະ ຕ້ອງຕິດຕາມໃນຕອນແຂ່ງຂັນ.

ສໍາລັບ ທີມຊາດລາວ ມີນັດລົງສະໜາມນັດທີ 2 ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ໃນວັນທີ 9 ທັນວາ 2021 ເວລາ 16:30 ໂມງ ພົບ ມາເລເຊຍ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາໃນຮູບລຸ່ມນີ້ຄື:

ຂ່າວ: ຫຼ້າ MKP; ຮູບຈາກ: ສຕລ