ຄາດ 11 ຕົວຈິງຂອງ ແມນຢູ ນັດພົບກັບ ຍັງບອຍສ໌ ຄືນນີ້ ພັກຕົວຈິງ ໃຊ້ຕົວສໍາຮອງ

185

ແມນເຊັສເຕີ ຢູໄນເຕດ ແມ່ນຜ່ານເຂົ້າຮອບ 16 ທີມສຸດທ້າຍຂອງການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ເປັນທີ່ແນ່ນອນແລ້ວ, ແຕ່ຍັງມີການແຂ່ງຂັນນັດສຸດທ້າຍຂອງຮອບແບ່ງກຸ່ມເປີດບ້ານຮັບການມາຢາມຂອງ ຍັງບອຍສ໌ ໃນຄືນນີ້ວັນທີ 8 ທັນວາ 2021.

ເຊິ່ງແນ່ນອນນັດນີ້ ແມນເຊັສເຕີ ຢູໄນເຕັດ ຈະໃຫ້ໂອກາດ ຣາຟ ຣັງນິກ ຜູ້ຈັດການທີມຄົນໃໝ່ໃຊ້ນັກເຕະໄດ້ຕາມສະດວກ ແລະ ຄາດວ່າ ຈະພັກນັກເຕະຕົວຫຼັກຈໍານວນໜຶ່ງໄວ້ ພ້ອມໃຫ້ໂອກາດນັກເຕະຕົວສໍາຮອງ ແລະ ດາວເດັ່ນຂອງທີມມາເກັບປະສົບການ ໂດຍສື່ຕ່າງປະເທດຄາດ 11 ຕົວຈິງດັ່ງນີ້:
-ຜູ້ຮັກສາປະຕູ: ດີນ ເຮນເດີສັນ

-ກອງຫຼັງ: ອາຣອນ ວານ ບິສຊາກາ, ວິກຕໍ ລິນເດີເລິຟ, ເອຣິກ ໄບຢີ່ ແລະ ລູກຊໍ
-ກອງກາງ: ເນມານຢາ ມາຕິຊ, ດອນນີ ຟານ ເດິ ເບັກ ແລະ ຈວນ ມາຕ້າ
-ກອງໜ້າ: ເຈດອນ ຊານໂຊ, ເມສັນ ກຣີນວູດ ແລະ ແອນໂທນີ ເອລັງກ້າ