ມອບ-ຮັບເຄື່ອງຊ່ວຍເຫຼືອປະເພດເຂົ້າສານ, ນ້ຳມັນພືດໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນ 4 ເມືອງຂອງແຂວງໄຊຍະບູລີ

182

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອປະເພດເຂົ້າສານ, ນ້ຳມັນພຶດໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນ 4 ເມືອງຂອງແຂວງໄຊຍະບູລີຄື: ເມືອງໄຊຍະບູລີ, ເມືອງໄຊສະຖານ, ເມືອງຊຽງຮ່ອນ ແລະ ເມືອງເງິນລວມມູນຄ່າ 3 ຕື້ 200 ລ້ານກວ່າກີບໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 3 ທັນວາ 2021 ຜ່ານມານີ້ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ.

ເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ຮອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ ພ້ອມດ້ວຍນາຍບ້ານພາຍໃນເມືອງເຂົ້າຮ່ວມ.
ເຂົ້າສານທີ່ນຳມາມອບໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫລືອຈາກລັດຖະບານແຫ່ງປະເທດສາທາລະນະລັດເກົາຫລີ ຜ່ານທາງອົງການອາຫານໂລກ.
ນັບແຕ່ປີ 2018 ກະຊວງກະສິກຳ, ອາຫານ ແລະ ການພັດທະນາຊົນນະບົດ ຂອງ ສ. ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອຫລາຍປະເທດຜ່ານທາງອົງການອາຫານໂລກ ແລະ ປະເທດລາວ ແມ່ນເປັນປະເທດດຽວໃນທະວີບອາຊີທີ່ໄດ້ຮັບການຊ່ວຍເຫລືອໃນໄລຍະຜ່ານມາ.

ເຂົ້າທີ່ນຳມາມອບໃນຄັ້ງນີ້ມີທັງໝົດ 263.280 ກິໂລ, ນໍ້າມັນພືດ20.370 ປອງ ລວມມູນຄ່າ 3 ຕື້ 200 ລ້ານກວ່າກີບ ມອບໃຫ້ຄອບທີ່ໄດ້ຮັບຜົນກະທົບຈໍານວນ 4 ເມືອງຄື: ເມືອງໄຊຍະບູລີ, ເມືອງໄຊສະຖານ, ເມືອງຊຽງຮ່ອນ ແລະ ເມືອງເງິນ ມີທັງໝົດ 40 ບ້ານ, ມີ 2.094 ຄອບຄົວ, ຈໍານວນພົນລະເມືອງທັງໝົດ 10.000 ກວ່າຄົນ.