ປະທານປະເທດ ຮຽກຮ້ອງໃຫ້ພ້ອມກັນເອົາໃຈໃສ່ 6 ຂໍໍ້ ບົນເສັ້ນທາງກ້າວໄປໜ້າ ຂອງປະເທດເຮົາ

253

ສະບາຍດີມື້ນີ້ໜັງສືພິມ ເສດຖະກິດ ການຄ້າ ຂໍນຳເອົາບາງຕອນຂອງ  ສູນທອນພົດ  ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງສປປລາວ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 46 ປີ


ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ໃນໂອກາດນີ້ ຂ້າພະເຈົ້າຢາກຂໍສະເໜີ ບາງຄວາມເຫັນ ທີ່ເປັນທັດສະນະ ເພື່ອເປັນທິດຈະສືບຕໍ່ເສີມຂະຫຍາຍ ແລະ ແກ້ໄຂ ບົນເສັ້ນທາງກ້າວໄປໜ້າ ຂອງປະເທດເຮົາ ເພື່ອໃຫ້ປວງຊົນລາວທຸກຄົນຮ່ວມກັນຄິດ, ຮ່ວມກັນແກ້ ແລະ ຮ່ວມກັນສ້າງ ດັ່ງນີ້ :


ໜຶ່ງ : ຖ້າພວກເຮົາ ໄດ້ທົບທວນຄືນປະຫວັດສາດ ອັນຍາວນານຂອງຊາດເຮົາ, ທົບທວນຄືນວິລະກຳຂອງບັນດາວິລະບູລຸດ ທີ່ມີຄວາມອົງອາດ, ກ້າຫານຕໍ່ສູ້ ເພື່ອຄວາມເປັນຊາດລາວ, ເພື່ອຄົນລາວ ໃຫ້ໄດ້ມີຊາດ, ມີປະເທດ, ຕ້ານກັບການກົດຂີ່ຂົ່ມເຫັງ, ຕ້ານກັບການຮຸກຮານ, ກືນກິນລາວ ໃນເວລານັ້ນ, ພວກເຮົາຄົນຮຸ່ນນີ້ ຕ້ອງເພີ່ມທະວີຄວາມຮັກເຊື້ອແພງຊາດ ໃຫ້ນັບມື້ນັບສູງຂຶ້ນ, ຮຽນເອົາແບບຢ່າງອັນດີເລີດ, ຮູ້ບຸນຄຸນ, ຄຸນງາມຄວາມດີ ຂອງບັນພະບູລຸດເຮົາ ໃນແຕ່ລະຍຸກ, ແຕ່ລະສະໄໝ ໄວ້ເປັນຄະຕິເຕືອນໃຈ ເພື່ອພວກເຮົາໄດ້ສ້າງຄວາມດີ ຂອງພວກເຮົາໄວ້ໃຫ້ລູກຫຼານ ສືບທອດມູນເຊື້ອອັນນັ້ນໄວ້ ບໍ່ໃຫ້ໜ້າປະຫວັດສາດເຫຼົ່ານັ້ນ, ບໍ່ພຽງແຕ່ຖືກຫຼົງລືມໄປ, ແຕ່ຍັງເປັນກຳລັງແຮງ, ກຳລັງໃຈ ແຫ່ງການສ້າງຊາດເຮົາ ໃຫ້ເປັນຊາດ ທີ່ໄດ້ຮັບການພັດທະນາກ້າວໜ້າ ເປັນຊາດທີ່ມີກຽດສັກສີ ຕໍ່ໄປໜ້າຢ່າງບໍ່ຢຸດຢັ້ງ;


ສອງ : ພວກເຮົາ ໄດ້ທົບທວນຄືນເບິ່ງຢ່າງມີການສະຫຼຸບ ທີ່ຊັດເຈນແລ້ວວ່າ : ການຕໍ່ສູ້ ປະຕິວັດປົດປ່ອຍຊາດນັ້ນ, ຖ້າບໍ່ມີພັກປະຕິວັດນຳພາ ແມ່ນບໍ່ສາມາດເຮັດໃຫ້ການປະຕິວັດເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບໄຊຊະນະສົມບູນໄດ້, ໃນທີ່ສຸດຂະບວນການ ທີ່ມີຄວາມຮັກຊາດຢ່າງດຽວເທົ່ານັ້ນ ກໍຈະຖືກປາບປາມ, ດັບສູນ ໃນທີ່ສຸດ… ແຕ່ພາຍຫຼັງມີພັກປະຕິວັດ, ພັກຂອງລັດທິ ມາກຊິດ-ເລນິນນິດ ນຳພາ ຈຶ່ງສາມາດວາງແນວທາງ ທີ່ຖືກຕ້ອງ, ສາມາດເຕົ້າໂຮມກ້ອນກຳລັງ ຂອງຊາດ, ສາມັກຄີ ເປັນຈິດໜຶ່ງໃຈດຽວ ພ້ອມກັນຕໍ່ສູ້ຢ່າງທໍລະຫົດ, ອົດທົນ ຈຶ່ງສາມາດໄດ້ຮັບໄຊຊະນະສຸດທ້າຍນັ້ນ…ພວກເຮົາຜູ້ທີ່ໄດ້ມີຊີວິດຢູ່, ທີ່ກຳລັງສ້າງສາພັດທະນາປະເທດເຮົາ ແລະ ໄດ້ມີເງື່ອນໄຂດຳລົງຊີວິດ ຢ່າງສະຫງົບສັນຕິ ຢູ່ທຸກມື້ນີ້ ຈະຄິດເຖິງອະນາຄົດ ໃຫ້ຕິດພັນກັບເສັ້ນທາງເດີນຂອງຕົນແຕ່ລະຄົນ ແລະ ເສັ້ນທາງເດີນ ຂອງປະເທດ ຂອງພວກເຮົາ.

ຄື: ບໍ່ສະເພາະແຕ່ພວກເຮົາ ຕ້ອງປົກປັກຮັກສາລະບອບໃໝ່, ປົກປັກຮັກສາໝາກຜົນ ຂອງການປະຕິວັດ ໃຫ້ໝັ້ນຄົງເທົ່ານັ້ນ, ແຕ່ພວກເຮົາ ຕ້ອງເຮັດທຸກສິ່ງທຸກຢ່າງຮ່ວມກັນ ເພື່ອສ້າງປະເທດເຮົາ, ສ້າງລະບອບປະຊາທິປະໄຕປະຊາຊົນ ຂອງປະເທດເຮົາ ໄດ້ສືບຕໍ່ໝັ້ນຄົງ, ເຂັ້ມແຂງ ແລະ ພັດທະນາ ຈາກກ້າວນີ້ໄປສູ່ກ້າວຕໍ່ໄປ ຢ່າງບໍ່ຢຸດຢັ້ງ ເພື່ອເປົ້າໝາຍໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມີຄວາມສີວິ ໄລ, ກ້າວໜ້າ ແລະ ກ້າວໄປສູ່ ເປັນປະເທດຮັ່ງມີເຂັ້ມແຂງ ສູ່ຈຸດໝາຍສັງຄົມນິຍົມ. ເປົ້າໝາຍ ທີ່ໄດ້ກ່າວມານັ້ນ, ແມ່ນສູງສົ່ງ ແຕ່ເສັ້ນທາງເດີນສຸດທີ່ລະອິດລະອ້ຽວ, ຂ້ຽວຂາດ, ເສັ້ນທາງເດີນເສັ້ນນີ້ ບໍ່ຄືກັບ “ເສັ້ນທາງ ທີ່ໂຮຍດ້ວຍດອກໄມ້” ແຕ່ຢ່າງໃດ, ເສັ້ນທາງນີ້ ຕ້ອງມີອຸປະສັກ ແລະ ທຸລະກັນດານ, ແຕ່ພວກເຮົາ ຕ້ອງສ້າງໃຫ້ມີຄວາມສາມາດຜ່ານໄປໄດ້, ຕ້ອງເດັດດ່ຽວ “ ໄປໃຫ້ສຸດ, ຂຸດໃຫ້ເຖິງ ” ເດີນໃຫ້ເຖິງຈຸດໝາຍ, ນີ້ເປັນພາລະ ທີ່ທ້າທາຍຕໍ່ຄົນຮຸ່ນໃໝ່ ຂອງພວກເຮົາ. ແຕ່ພວກເຮົາຄົນຮຸ່ນນີ້ ຈະສະໜັບສະໜູນຊີ້ສ່ອງທາງເດີນໃຫ້ ແລະ ພວກເຮົາ ທີ່ກຳລັງມີໜ້າທີ່ຢູ່ດຽວນີ້ ຕ້ອງເຊື່ອໝັ້ນໃນຄວາມສາມາດ ຂອງຄົນລຸ້ນຕໍ່ໆໄປ. ພວກເຮົາຕ້ອງກ້າຫານຝາກອະນາຄົດ ຂອງປະເທດຊາດ ໄວ້ນຳເຂົາເຈົ້າ, ພຽງແຕ່ຮຽກຮ້ອງໃຫ້ເຂົາເຈົ້າ ຕ້ອງເປັນຮຸ່ນຄົນ ທີ່ໜັກແໜ້ນ, ຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ ທີ່ແທ້ຈິງ, ໃຫ້ເຂົາສ້າງຕົນເອງ ໃຫ້ເປັນຄົນລາວ ທີ່ໜັກແໜ້ນເຂັ້ມແຂງ ຂອງຊາດ ໃຫ້ເປັນຮຸ່ນຄົນ ທີ່: “ ຄິດໃຫ້ກວ້າງ, ມອງໃຫ້ໄກ, ໄປໃຫ້ຖືກ” ເທົ່ານັ້ນ.


ສາມ: 46 ປີ ຜ່ານມາ ຖ້າພວກເຮົາຮຽນຮູ້ໄດ້ຈາກທິດສະດີ ແລະ ພຶດຕິກຳ ໃນການພັດທະນາປະເທດ ທີ່ເລິກເຊິ່ງ, ພວກເຮົາຈະເຫັນວ່າ : ເສັ້ນທາງເດີນຂອງການພັດທະນາປະເທດ ໃນໄລຍະໃໝ່ ນັບແຕ່ 2 ທັນວາ 1975 ມານີ້, ແມ່ນເສັ້ນທາງ ທີ່ເຕັມໄປດ້ວຍຄວາມລະອິດລະອ້ຽວຂ້ຽວຂາດ, ເຕັມໄປດ້ວຍຂວາກໜາມ, ແຕ່ພັກເຮົາ ໄດ້ວາງແນວ ທາງປະຕິບັດອອກແຕ່ລະໄລຍະ, ປັບປຸງປ່ຽນແປງ ເປັນແຕ່ລະໄລຍະ ໃຫ້ສອດຄ່ອງກັບສະຖານະການ ທີ່ຜັນແປ ເຊັ່ນ: ໄລຍະຮຳບາດແຜສົງຄາມ ໄດ້ປົກຄອງປະເທດ ແລະ ວາງແນວທາງອອກແນວໜຶ່ງ, ໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ກໍໄດ້ວາງແນວທາງນະໂຍບາຍ ແລະ ວາງແຜນພັດທະນາອອກໃຫ້ໄປຄຽງຄູ່ກັບການສ້າງ ໃຫ້ລັດເຮົາປົກຄອງດ້ວຍລັດຖະທຳມະນູນ ແລະ ກົດໝາຍ ໃຫ້ນັບມື້ນັບຄົບຊຸດ ແລະ ຮັດກຸມ… ແລະ ໄລຍະຕໍ່ມາກໍເປັນໄລຍະແຫ່ງການເປີດກວ້າງ ປະເທດອອກສູ່ໂລກ… ທັງໝົດເຫຼົ່ານີ້, ພວກເຮົາຈະເຫັນວ່າ ປະເທດເຮົາ, ຊາດເຮົາ ໄດ້ມີການປ່ຽນແປງໄປໃນທາງທີ່ດີ ແລະ ກ້າວໜ້າ ຢ່າງເຫັນໄດ້ປະຈັກຕາ…


ແຕ່ພວກເຮົາ ກໍຍັງຕ້ອງໄດ້ຄິດຕໍ່ຄຳເວົ້າ ທີ່ເຄີຍໄດ້ຍິນ ຈາກປະຊາຊົນລາວ ທີ່ເປັນການສະແດງອອກໃນລັກສະນະສົມທຽບ ວ່າ : “ ເຮືອນຕ້ອງມີຂື່-ມີແປ ” ຫຼື ຈົ່ມວ່າ : “ ເຮືອນບໍ່ມີຂື່-ບໍ່ມີແປ ”… ຄຳເວົ້ານີ້ສະທ້ອນເຖິງການປົກຄອງ ຂອງປະເທດ, ຂອງສັງຄົມ ທີ່ສະທ້ອນໃຫ້ເຫັນວ່າ ປະຊາຊົນຢາກໃຫ້ມີການປົກຄອງທີ່ດີນັ້ນເອງ… ຕໍ່ກັບເລື່ອງນີ້ ຂ້າພະເຈົ້າ ຢາກຂໍໃຫ້ທຸກຄົນ ໄດ້ຄິດ ແລະ ສຳນຶກ ວ່າ : ພາບຂອງເຮືອນຫຼັງໜຶ່ງ ທີ່ຄົນລາວມັກປຸກຂຶ້ນ ເປັນທີ່ຢູ່ອາໄສ ນັ້ນ, ຈິງຢູ່ວ່າຕ້ອງ ມີຂື່-ມີແປ ທີ່ທົນທານແຂງແຮງ, ແຕ່ຢາກໃຫ້ເຮືອນສາມາດ ເປັນເຮືອນທີ່ແຂງແຮງທົນທານ, ເປັນທີ່ເພິ່ງ ຂອງຜູ້ຢູ່ອາໄສທີ່ໝັ້ນໃຈໄດ້, ເຮືອນຫຼັງນັ້ນ ຕ້ອງມີເສົາຫຼາຍເສົາ ແຕ່ຕ້ອງມີເສົາຫຼັກ ທີ່ແຂງແຮງທົນທານ. ມີເສົາທົນທານ, ມີຂື່-ມີແປ ທີ່ເຂັ້ມແຂງ ແລະ ຍັງຕ້ອງມີພື້ນທີ່-ຖານ ທີ່ກວ້າງຂວາງ, ແໜ້ນໜາ ຮອງຮັບ ທີ່ໄວ້ໃຈໄດ້. ຖ້າພື້ນບໍ່ທົນທານ, ບໍ່ກວ້າງຂວາງ ກໍ່ຈະເຮັດໃຫ້ເຮືອນບໍ່ຢູ່ດົນ, ທົນບໍ່ໄດ້ນານ. ອີກສຳຄັນອັນໜຶ່ງ, ຂ້າພະເຈົ້າຂໍສະເໜີວ່າ ຜູ້ຢູ່ອາໃສ ຕ້ອງໝັ່ນກວດກາ, ສ້ອມແຊມຫຼັງຄາ ບໍ່ໃຫ້ແຕກແຫງ ບໍ່ໃຫ້ຮົ່ວ ໃນຍາມຝົນຕົກລົງມາ… ເພາະຖ້າເປັນເຊັ່ນນັ້ນ, ຄົນໃນເຮືອນ ຈະຢູ່ບໍ່ເປັນສຸກ… ຂໍໃຫ້ແຕ່ລະຄົນນຳໄປວິໄຈເອົາເອງ ວ່າສ່ວນປະກອບຂອງເຮືອນຫຼັງໜຶ່ງນີ້ ມັນທຽບກັບປະເທດໜຶ່ງ, ທຽບກັບສັງຄົມໜຶ່ງ, ໂດຍສະເພາະສັງຄົມເຮົາ ໄດ້ຄືແນວໃດແດ່, ຂໍຝາກໄວ້ກັບຄົນລຸ້ນນີ້ ແລະ ລຸ້ນຕໍ່ໆໄປ ຈະເສີມສ້າງ “ ເຮືອນຫຼັງໃຫຍ່ ” ຂອງພວກເຮົາໃຫ້ໝັ້ນຄົງຖາວອນ, ໃຫ້ປອດໄພ ແລະ ໃຫ້ກ້າວໜ້າໄດ້ຄືແນວໃດ.

ສີ່ : ພວກເຮົາໂຊກດີ ທີ່ປະເທດເຮົາ ມີທີ່ຕັ້ງທີ່ປອດໄພ. ບັນພະບູລຸດເຮົາ ໄດ້ປະມໍລະດົກອັນລໍ້າຄ່າ ຢ່າງຫຼວງຫຼາຍ ຊຶ່ງຄວາມສວຍສົດງົດງາມ, ຄວາມອຸດົມຮັ່ງມີ ຂອງຊັບພະຍາກອນທຳມະຊາດ ໄວ້ໃຫ້ພວກເຮົາ ປົກປັກຮັກສາ ແລະ ນຳໃຊ້ ເພື່ອຊີວິດທີ່ດີ ແລະ ການພັດທະນາທີ່ຍືນຍົງ…
ພວກເຮົາສາມາດຮຽນຮູ້ຈາກພຶດຕະກຳຕົວຈິງ ໃນຂະບວນວິວັດແຫ່ງການພັດທະນາປະເທດເຮົາ ຜ່ານ 46 ປີ ຜ່ານມາ, ຮຽນຮູ້ທັງບົດຮຽນທີ່ດີ, ຕັ້ງໜ້າ, ແຕ່ເວລາດຽວກັນ ພວກເຮົາກໍ່ຮຽນຮູ້ຈາກຄວາມຜິດພາດ ແລະ ຂໍ້ບົກຜ່ອງ ໄດ້ເປັນຢ່າງດີແລ້ວ. ຂ້າພະເຈົ້າຢາກຂໍຝາກຂໍ້ຄິດ ໄວ້ກັບຄົນຮຸ່ນນີ້ ແລະ ຄົນຮຸ່ນຕໍ່ໆໄປ ວ່າ: ຮຽນໃຫ້ຮູ້ຈາກການນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງກຸ້ມຄ່າ ນັ້ນ, ຈະເຮັດແນວໃດ ຈຶ່ງສ້າງໄດ້ທັດສະນະຄະຕິ ທີ່ດີກວ່າ ເພື່ອປ້ອງກັນການສູນເສຍອັນໃຫຍ່ຫຼວງ ຂອງຊັບພະຍາກອນ ຂອງພວກເຮົາໄປ ຢ່າງໜ້າເສຍດາຍ ທີ່ບໍ່ສາມາດເອົາຄືນມາໄດ້… ຂໍຝາກໄວ້ນຳທຸກຄົນ, ທັງຮຸ່ນປະຈຸບັນ ແລະ ຮຸ່ນຕໍ່ໄປ ວ່າ: ໃຫ້ຕັດສິນໃຈປ່ຽນແປງທັດສະນະຄະຕິ ແລະ ໃຫ້ຄິດສະເໝີ ວ່າ : “ເຮົາຈະເອົາຊີວິດເຮົາ ເປັນເດີມພັນ ເພື່ອປົກປ້ອງຊັບພະຍາກອນອັນລໍ້າຄ່າຂອງຊາດ ໄວ້ໃຫ້ໄດ້ນຳໃຊ້ຍາວນານ, ໄດ້ຜົນປະໂຫຍດ ແຕ່ບໍ່ທຳລາຍໃຫ້ເສຍຫາຍ, ພວກເຮົາຈະບໍ່ປ່ອຍໃຫ້ຄົນເອົາຊັບພະຍາກອນ ທີ່ອຸດົມຮັ່ງມີເຫຼົ່ານີ້ໄປໃຊ້ ໂດຍຂາດຄວາມຮັບຜິດຊອບ, ຂາດຈັນຍາທຳ, ຂາດຈັນຍາບັນ ເພື່ອທຳລາຍໄປ, ສູນຫາຍໄປ ຢ່າງໜ້າເສຍດາຍອີກຕໍ່ໄປໄດ້ແນວໃດ ”. ຂໍໃຫ້ນຳເອົາບັນຫານີ້ ເຂົ້າສູ່ການຄົ້ນຄວ້າສົນທະນາ ແລະ ນຳໄປສູ່ການມີມາດຕະການ ທີ່ດີກວ່າ ເພື່ອສ້າງອະນາຄົດອັນດີງາມ ໃຫ້ປະເທດຊາດຂອງພວກເຮົາ ຍືນຍົງຕໍ່ໄປ ແລະ ພັດທະນາໄປຕາມແນວທາງນະໂຍບາຍຂອງພັກ ຄື : “ພັດທະນາ ທີ່ຍືນຍົງ ແລະ ສີຂຽວ”.


ຫ້າ : ຖ້າພວກເຮົາເຫັນວັດທະນະທຳອັນດີງາມ, ລໍ້າຄ່າ ຮີດຄອງປະເພນີ ອັນໜ້າປົກປ້ອງ, ຫວງແຫນ ແລະ ສາມາດພັດທະນາ ໃຫ້ເປັນເອກະລັກຂອງຊາດ ອອກສູ່ສາກົນນັ້ນ… ພວກເຮົາຕ້ອງຮ່ວມກັນເສີມຂະຫຍາຍມັນໃຫ້ສຸດຂີດ ເພື່ອຮັກສາໄດ້ເອກກະລັກ, ແຕ່ໃຫ້ເອົາສິ່ງເຫຼົ່ານັ້ນ ມາຮັບໃຊ້ຊີວິດການເປັນຢູ່ ທີ່ດີກວ່າຂອງປະຊາຊົນເຮົາ ນຳເອົາຜົນປະໂຫຍດ ໃຫ້ຊາດ ແລະ ໃຫ້ປະຊາຊົນ, ສືບຕໍ່ເປັນຄວາມເອກອ້າງສືບຕໍ່ໄປ.
ຂ້າພະເຈົ້າ ຂໍຝາກໄວ້ເປັນຂໍ້ຄິດທີ່ວ່າ ເຖິງວ່າໂລກຈະປ່ຽນໄປ, ຄ່ານິຍົມ ຂອງຄົນຫຼາຍປະເທດປ່ຽນໄປ, ຜົນສະທ້ອນ ຂອງການປ່ຽນແປງ ຂອງໂລກນັ້ນ, ຂໍຢ່າໃຫ້ມາປ່ຽນແປງວັດທະນະທຳ ແລະ ປະເພນີອັນດີງາມ ຂອງຊາດລາວເຮົາໄດ້. ການຮັກສາຄຸນຄ່າ ຂອງຄວາມເປັນລາວທາງດ້ານປະເພນີຮີດຄອງ ເອົາໄວ້ໄດ້ ຈົນເທົ່າໃດໆນັ້ນ, ເປັນການຮັກສາຄວາມເປັນຊາດລາວ ໄວ້ຈົນເທົ່າໃດໆເໝືອນກັນ.


ຫົກ : ມູນເຊື້ອອັນດີງາມ ເປັນທີ່ໂດດເດັ່ນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຮົາ ໃນ 46 ປີ ຜ່ານມານັ້ນ, ແມ່ນນະໂຍບາຍການຕ່າງປະເທດ ທີ່ສະເໝີຕົ້ນສະເໝີປາຍ, ເປີດກວ້າງ, ຫຼາຍຮູບ, ຫຼາຍສີ, ພົວພັນຫຼາຍຝ່າຍ, ຫຼາຍລະດັບ ທີ່ສະຫຼາດພິກໄຫວ ແລະ ຄ່ອງຕົວ ຂອງພັກ ແລະ ລັດ ທີ່ໄດ້ສືບທອດມໍລະດົກມາແຕ່ສະໄໝຕໍ່ສູ້ກູ້ຊາດ.
ພວກເຮົາຄົນລຸ້ນນີ້ ແລະ ຄົນລຸ້ນຕໍ່ໄປ ບໍ່ສະເພາະແຕ່ຮັກສາມູນເຊື້ອອັນດີງາມນີ້ ໄວ້ເປັນບົດຮຽນເທົ່ານັ້ນ, ຫາກຍັງຕ້ອງເຊີດຊູຄວາມຮັບຜິດຊອບ, ພັດທະນາວຽກງານການພົວພັນຕ່າງປະເທດ ແລະ ການທູດ ໃຫ້ສືບຕໍ່ໜັກແໜ້ນ, ກວ້າງໄກ, ມີໄຫວພິບ, ຮູ້ເລິກ, ຮູ້ຕື້ນ, ຮູ້ໜາ, ຮູ້ບາງ, ຮູ້ມິດ, ຮູ້ສັດຕູ ແລະ ສືບຕໍ່ປະຕິບັດ “ ນະໂຍບາຍການທູດປ້ອງກັນເຫດ, ບຸກທະລຸ ເພື່ອພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດເຮົາ ” ການທູດທີ່ດີ ຈະຊ່ວຍວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ດີ, ການທູດທີ່ດີ ຈະຊ່ວຍການພັດທະນາເສດຖະກິດ, ການທູດທີ່ດີຈະຊ່ວຍສ້າງບົດບາດໜ້າຕາຂອງປະເທດ… ນີ້ຄື ບົດຮຽນຕົວຈິງ ຂອງ 46 ປີ ຜ່ານມາ ຫຼື ຫຼຽວຄືນໄປອະດີດ, ການທູດສ້າງເງື່ອນໄຂໃຫ້ການຕໍ່ສູ້ ທີ່ເປັນທຳ ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນຂັ້ນໆມາ.


ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກການຈັດຕັ້ງໃນລະບົບການເມືອງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຄວາມຮັບຜິດຊອບການເມືອງ, ເປັນເຈົ້າການຫັນເອົາມູນເຊື້ອ ແລະ ນໍ້າໃຈວັນຊາດ ທີ 2 ທັນວາ, ພ້ອມກັນເສີມຂະຫຍາຍໝາກຜົນທີ່ຍາດມາໄດ້ໃນພາລະກິດປ່ຽນແປງໃໝ່, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທໍາຕົວຈິງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ ກ້າວຂຶ້ນບໍ່ຢຸດຢັ້ງ.