ສະຖິຕິນັບແຕ່ປີ 2004 ທີມຊາດລາວ ເຮັດຫຍັງ ຫວຽດນາມ ບໍ່ໄດ້ເລີຍໃນຊູຊູກິຄັບ ແຕ່ປີນີ້ມີຄວາມຫວັງ!

322

ໃນທີ່ສຸດ ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນລາຍການ AFF SUZUKI CUP 2020 ກຽມລະເບີດຄວາມມັນລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ທີ່ປະເທດສິງກະໂປ ກໍເປີດສາກຂຶ້ນມາຢ່າງເປັນທາງການໃນທ້າຍອາທິດ ທີ່ຜ່ານມາ,​ ເຊິ່ງມື້ນີ້ວັນທີ 6 ທັນວາ 2021 ທີມຊາດລາວ ຈະລົງສະໜາມນັດທໍາອິດພົບກັບ ຫວຽດນາມ ເວລາ 19:30 ໂມງ ທີ່ສະໜາມ BISHAN STADIUM ປະເທດສິງກະໂປ.

ສໍາລັບ ທີມຊາດລາວ ຊຸດໃຫຍ່ ເດີນທາງຮອດສິງກະໂປ ໃນວັນທີ 1 ທັນວາ 2021 ແລະ ກໍໄດ້ມີການກວດໂຄວິດ-19 ເຊິ່ງກໍບໍ່ມີບັນຫາຫຍັງເພາະຜົນກວດອອກມາເປັນລົບ ເຊິ່ງໄດ້ລົງຊ້ອມຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ທັນວາ 2021 ເຊິ່ງແນ່ນອນ ຄະນະນໍາ, ຄະນະຄູຝຶກ ແລະ ນັກເຕະ ທີມຊາດລາວ ຕັ້ງຄວາມຫວັງແບ່ງຄະແນນຈາກ ທີມຊາດຫວຽດນາມ ໃນນັດທໍາອິດຂອງກຸ່ມ B.

ແນ່ນອນວ່າ ນັດທໍາອິດຈະເປັນນັດທີ່ໜັກທີ່ສຸດຂອງ ທີມຊາດລາວ ເພາະຕ້ອງພົບກັບ ທີມຊາດຫວຽດນາມ ແຊັມເກົ່າ ເຊິ່ງ 30 ລາຍຊື່ນັກເຕະທີມຊາດຫວຽດນາມ ຖືວ່າໜ້າສົນໃຈ ເພາະເປັນຊາດດຽວໃນລາຍການນີ້ທີ່ບໍ່ໃຊ້ນັກເຕະຕ່າງປະເທດເຊື້ອສາຍຫວຽດນາມ ມາຊ່ວຍທີມ ໂດຍນັກເຕະທີ່ໜ້າຈັບຕາທີ່ສຸດກໍເປັນ ຫງຽນ ຄອງເຟືອງ ກອງໜ້າຈາກສະໂມສອນຮວງແອງ ຢາລາຍ ທີ່ເຄີຍມີປະສົບການໃນລີກເອີຣົບມາແລ້ວ ແລະ ຫງຽນ ກວາງ ໄຮ ກອງກາງທີ່ສ້າງຜົນງານໂດດເດັ່ນທີ່ສຸດໃນ 2-3 ປີທີ່ຜ່ານມາ. ນອກນັ້ນ ທີມຊາດຫວຽດນາມ ຍັງໄດ້ ທ່ານ ປາກ ຮັງ ຊໍ ຫົວໜ້າຄູຝຶກຊາວເກົາຫຼີ ທີ່ມາຊ່ວຍພັກດັນທີມຊາດຫວຽດນາມ ພັດທະນາຂຶ້ນຢ່າງກະໂດດຂັ້ນຄືພາທີມຄວ້າແຊັມ AFF SUZUKI CUP 2018 ແລະ ຜົນງານຫຼ້າສຸດຄື ພາທີມຊາດຫວຽດນາມ ສ້າງປະຫວັດສາດ ເຂົ້າຮອບ 12 ທີມສຸດທ້າຍໃນຄັດບານໂລກ 2022.

ດ້ວຍສັກກະຍາພາບຂອງ ທີມຊາດຫວຽດນາມ ທີ່ກ່າວມາຂ້າງເທິງນັ້ນ ເຮັດໃຫ້ເປັນງານໜັກຂອງ ທີມຊາດລາວ ໃນນັດທໍາອິດຂອງ AFF SUZUKI CUP 2020 ທີ່ຈະແຂ່ງຂັນໃນແລງມື້ນີ້ວັນທີ 6 ທັນວາ 2021. ນອກນັ້ນ ສະຖິຕິໃນລາຍການນີ້ຂອງທີມຊາດລາວ ແມ່ນບໍ່ເຄີຍສະເໝີ ຫຼື ຊະນະ ຫວຽດນາມ ໄດ້ເລີຍນັບແຕ່ປີ 2004 ຈົນເຖິງປັດຈຸບັນດັ່ງນີ້:
– AFF SUZUKI CUP 2004 ຫວຽດນາມ ຊະນະ ລາວ 3-0
– AFF SUZUKI CUP 2007 ຫວຽດນາມ ຊະນະ ລາວ 9-0

– AFF SUZUKI CUP 2008 ຫວຽດນາມ ຊະນະ ລາວ 4-0
– AFF SUZUKI CUP 2014 ລາວ ເສຍໃຫ້ ຫວຽດນາມ 0-3
– AFF SUZUKI CUP 2018 ລາວ ເສຍໃຫ້ ຫວຽດນາມ 0-3.

ຢ່າງໃດກໍຕາມ, ເຖິງສະຖິຕິບໍ່ເຄີຍມີຄະແນນໃນນັດທີ່ພົບກັບ ທີມຊາດຫວຽດນາມ, ແຕ່ ທີມຊາດລາວ ຊຸດນີ້ຖືເປັນທີມທີ່ດີທີ່ສຸດ ນອກຈາກຈະມີນັກເຕະທີ່ຜົນງານໂດດເດັ່ນ ແລະ ໜ້າຕິດຕາມຢ່າງ ບຸນພະຈັນ ບຸນກອງ ກອງກາງທີ່ສ້າງຜົນງານໂດດເດັ່ນໃນ ຢູ 23 ໃນປີນີ້ທີ່ຜ່ານມາ, ໂຈນີ ແຫວນປະເສີດ ກອງໜ້າຄວາມໄວສູງ ແລະ ຄົນອື່ນໆໃນລາວລີກແລ້ວ ຍັງໄດ້ ບິລລີ ເກດແກ້ວພົມພອນ ນັກເຕະຊາວຝຣັ່ງເຊື້ອສາຍລາວ ຈາກສະໂມສອນໃນລີກຝຣັ່ງ, ພຸດທະໄຊ ໂຄຈະເລີນ ກອງກາງຈາກໄທລີກ 1, ສຸກອາພອນ ວົງຈຽງຄໍາ ກອງໜ້າຈາກໄທລີກ 2 ແລະ ມິດສະດາ ສາຍໃຕ້ຟ້າ ກອງກາງຈາກໄທລີກ 3 ມາຊ່ວຍ ເຮັດໃຫ້ທີມຊາດລາວ ຊຸດນີ້ມີຄວາມໝັ້ນໃຈເພີ່ມຂຶ້ນ ແລະ ມີຄວາມຫວັງໃນການເກັບຄະແນນຈາກ ຫວຽດນາມ.

ສໍາລັບ ທີມຊາດລາວ ແມ່ນເລີ່ມຊ້ອມຄົບທີມໃນຕອນແລງວັນທີ 2 ທັນວາ 2021 ເປັນຕົ້ນມາ ເຊັ່ນດຽວກັບ ທີມຊາດຫວຽດນາມ ທີ່ເລີ່ມຊ້ອມໃນວັນດັ່ງກ່າວເຊັ່ນກັນ, ສ່ວນຕາຕະລາງແຂ່ງຂັນຂອງ ທີມຊາດລາວ ໃນ AFF SUZUKI CUP 2020 ມີດັ່ງນີ້:
– ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ທີມຊາດລາວ ພົບ ຫວຽດນາມ
– ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ມາເລເຊຍ
– ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
– ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ກຳປູເຈຍ