ຄວາມໃນໃຈຂອງຕົວແທນປະເທດລາວ ດາວມີໄຊ Miss grand Laos 2021 ຮັກລາວເຊຍລາວ ພູມໃຈທີ່ໄດ້ເກີດເປັນຄົນລາວ

431

ກໍາລັງເປັນທີ່ຕິດຕາມເຊຍ ຕົວແທນປະເທດ Miss grand Laos 2021 ດາວມີໄຊ ພະຈັນສິດທິ ທີ່ກໍາລັງປະກວດ Miss grand Internatonal 2021 ທີ່ປະເທດໄທ

ຫຼ້າສຸດສາວດາວມີໄຊໂພສຂໍ້ຄວາມໃນໃຈ ແລະ ຂອບໃຈທຸກຄົນຜ່ານເຟດບຸກສ່ວນຕົວ Daomixay Pcst ວ່າ


ຄຳວ່າ Laos ສຳຫລັບນ້ອງແລ້ວ ມັນຄືຄວາມພາກພູມໃຈ ທີ່ໄດ້ຮ້ອງດັງໆ ຄຳວ່າ ດາວມີໄຊ ພະຈັນສິດທິ Miss grand Laos ແລະ ພູມໃຈທີ່ໄດ້ເກີດເປັນຄົນລາວ ໄດ້ຢູ່ໃນແຜ່ນດິນລາວ ແລະ ໄດ້ເປັນໂຕແທນຂອງຄົນລາວ ເຜີຍແຜ່ວັດທະນະທຳລາວ ໃຫ້ທົ່ວໂລກໄດ້ຮູ້ ມື້ອື່ນແລ້ວທີ່ຈະເປັນມື້ສຸດທ້າຍຂອງການປະກວດ ຮອບຕັດສິນ ຈະແພ້ຫລືຊະນະ ນ້ອງຈະສູ້ຈົນເຖີງທີ່ສຸດ ຈະບໍ່ຍອມຖອຍ ເພື່ອໃຫ້ເປັນຕຳນານ ໃຫ້ແຟນນາງງາມໄດ້ຈົດຈຳຊື່ນີ້ ດາວມີໄຊ ພະຈັນສິດທິ Miss grand Laos 2021 ໄປຕະຫລອດການ


ກ່ອນອື່ນນ້ອງຕ້ອງຂໍຂອບໃຈຜູ້ຢູ່ເບື້ອງຫລັງຄວາມອະລັງການນີ້ ເປັນທີ່ສຸດຈາກຫົວໃຈ ກໍ່ຄື ND ຫລື ປະທານໂຄງການ ທ່ານ ສາຍແກ້ວ ສີດາວົງ Saykeo Make ທີ່ໄດ້ມອບໜ້າທີ ອັນຊົງກຽດ ແລະ ເຫັນເຖີງຄວາມເປັນນາງງາມໃນໂຕນ້ອງ ແລະ ບອກສອນທຸກຢ່າງ ເປັນທັງຜູ້ຈັດ ຜູ້ອອກແບບການຖ່າຍພາບ ເປັນທັງສຕາຍລີດເສື້ອຜ້າ ໜ້າຜົມ ຖ່າຍວິດີໂອ ຖ່າຍພາບໃຫ້ ຕັດວິດີໂອໃຫ້ອີກ ຄຸ້ມທຸກຢ່າງເອງ ຈັດແຕ່ສິ່ງດີໆໃຫ້ນ້ອງ ຄືຕ້ອງເລີດ ແລະ ເປະທີ່ສຸດ ເພື່ອໃຫ້ສູ້ກັບປະເທດອື່ນໄດ້ ຂອບໃຈສະປອນເຊີທຸກທ່ານ ທີ່ໃຫ້ການສະໜັບສະໜູນ ບໍ່ວ່າຈະເປັນເສື້ອຜ້າ, ກະເປົ່າ ຈາກ Fairy Angel Viphavanh Pyv, ເກີບງາມໆຈາກ ZOEY Style


ແລະ ຂອບໃຈອ້າຍ Vilasak Sengphetmanyທີ່ຖ່າຍພາບງາມໆໃຫ້ນ້ອງ, ຂອບໃຈຊຸດປະຈໍາຊາດ คำภีร์ อลังการຂອບໃຈທີມແຕ່ງຫນ້າ ແລະ ຜົມຈາກຝັ່ງໄທທີ່ເອັນດູນ້ອງ Ntw Nanthawat Samitanun Ponlakid ຂອບໃຈສູນຄວາມງາມ ທິບສະຫວັນຄອສເມຕິກ Done Tono ທີ່ດູແລຄວາມງາມໃຫ້ນ້ອງກ່ອນອອກເດີນທາງ ຂອບໃຈ ອ້າຍເຕີ Ater Senthavisouk, ອ້າຍຊ້າງ TOo Sang Poutisar, ອ້າຍໂດ້ Do Chanthavong ທີ່ສອນສເຕັບການເດີນ ການຍ່າງ ການເຕັ້ນ ການໂພສທ່າໃຫ້ ຂອບໃຈອ້າຍບິວ Bill Khammoungkhoun, ອ້າຍຊາຍ Saiy Laos ທີ່ຖ່າຍວິດີໂອ ແລະ ຕັດຕໍ່ພາບງາມໆໃຫ້, ຂອບໃຈຫມູ່ທີ່ຊ່ວຍເຫລືອ ແລະ ຊັບພອດຕະຫລອດການເກັບໂຕຢູ່ໄທ Kounlanath Phongsavanh,


ຂອບໃຈຫມູ່ຄົນນີ້ທີ່ຄຽງຂ້າງກັນ Fon Thanaphone ຂອບໃຈອ້າຍໂຕ້ Ponsinh Toto Boutkaska ທີ່ໃຫ້ການຊ່ວຍເຫລືອຕະຫລອດການເດີນທາງ, ຂອບໃຈຮອຍຍິ້ມງາມໆຈາກ Lattanavongsinh Dental Clinic,


ຂອບໃຈຄອບຄົວທີ່ໃຫ້ການສະຫນັບສະຫນູນລູກຄົນນີ້ໄດ້ເຮັດໃນສິ່ງທີ່ຮັກPhetphouthone Phachanesitty Jennị Pcst, ພີ່ນ້ອງ, ໜູ່ຄູ່ທີ່ຢູ່ຄຽງຂ້າງ ແລະ ຄອຍເປັນກຳລັງໃຈໃຫ້ສະເໝີມາ ແລະ ທີ່ສຸດທີ່ຂາດບໍ່ໄດ້ ກໍ່ຄືແຟນນາງງາມທຸກຄົນ,

ຂອບໃຈສື່ມວນຊົນທັງຝັ່ງລາວ – ໄທ ທີ່ support ແລະ ສະໜັບສະໜູນຜູ້ຍິງທີ່ຊື່ ດາວມີໄຊ ຄວາມຊົງຈຳ ແລະ ຄວາມພູມໃຈນີ້ຈະຢູ່ໃນໃຈຂອງນ້ອງຕະຫລອດໄປຮັກທຸກຄົນ ຮັກລາວເຊຍລາວ ພູມໃຈທີ່ໄດ້ເກີດເປັນຄົນລາວ