ຣັງນິກ ຜູ້ຈັດການທີມ ແມນຢູ ຄົນໃໝ່ມີພາລະກົດທໍາອິດຮັບມື ອາເຊນອລ ຄືນນີ້

536

ຣາຟ ຣັງນິກ ກາຍເປັນຜູ້ຈັດການທີມຄົນໃໝ່ຂອງ ແມນເຊັສເຕີ ຢູໄນເຕັດ ຢ່າງເປັນທາງການ ເມື່ອວັນທີ 29 ພະຈິກ ທີ່ຜ່ານມາ ຫຼັງຈາກທີ່ ແມນເຊັສເຕີ ຢູໄນເຕັດ ປົດຕໍາແໜ່ງ ໂອເລ ກຸນນາ ໂຊລຊາ ແລະ ແຕ່ງຕັ້ງ ໄມເຄິລ ຄາຣິກ ມາຄຸມທີມຊົ່ວຄາວ.

ຣັງນິກ ໄດ້ສັນຍາຄຸມທີມແມນເຊັສເຕີ ຢູໄນເຕັດ ຈົນຈົບລະດູການ 2021-2022 ກ່ອນຈະມີການປັບບົດບາດໃຫ້ເປັນທີ່ປຶກສາໃນລະດັບສູງຕໍ່ໄປອີກ 2 ປີ ຫຼ້າສຸດໃຫ້ສໍາພາດວ່າ: ຂ້ອຍຮູ້ສຶກຕື່ນເຕົ້ນທີ່ໄດ້ຮ່ວມງານກັບ ແມນເຊັສເຕີ ຢູໄນເຕັດ ທີ່ເຕັມໄປດ້ວຍນັກເຕະທີ່ມີຄຸນນະພາບ ເຊິ່ງຂ້ອຍຕ້ອງການດືງສັກຍະກາຍພາບນັກເຕະເຫຼົ່ານີ້ອອກມາໃຫ້ເຕັມທີ່ຫຼາຍທີ່ສຸດ ທັງແບບບຸກຄົນ ແລະ ທີ່ສໍາຄັນທີ່ສຸດໃນຖານະທີມ ຍິ່ງໄປກວ່ານັ້ນຂ້ອຍຫວັງວ່າຈະໄດ້ຊ່ວຍສະໜັບສະໜູນເປົ້າໝາຍໄລຍະຍາວຂອງສະໂມສອນໃນຖານະທີ່ປຶກສາທີມຕໍ່ໄປອີກ.

ສ່ວນພາລະກິດນັດທໍາອິດຂອງ ຣັງນິກ ໃນການພາ ແມນເຊັສເຕີ ຢູໄນເຕັດ ລົງສະໜາມຮັບມືກັບ ອາເຊນອລ ໃນການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ໃນຄືນນີ້ວັນທີ 2 ທັນວາ 2021.