ເສຍຊີວິດໃໝ່ 8 ກໍລະນີ, ໃນນັ້ນມີໄວໜຸ່ມ 26 ປີ ເປັນຄົນຕຸ້ຍ ນໍ້າໜັກ 100 ກິໂລ R.I.P

690

ມາຮອດວັນທີ 02 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 76.496 ຄົນ, ເສຍຊີວິດສະສົມ 186 ຄົນ (ໃໝ່ 08), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 659 ຄົນ, ກໍາລັງປິ່ນປົວ 12.170 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 08 ຄົນ ມີດັ່ງນີ້

1 ເປັນເພດຊາຍ, ອາຍຸ 72 ປີ, ບ້ານປ່າສັກ, ເມືອງໄຊ, ແຂວງອຸດົມໄຊ ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ, ບໍ່ໄດ້ຮັບການສັກຢາວັກຊີນ, ວັນທີ 29 ພະຈິກ 2021: ຜົນກວດພົບເຊື້ອ ໂຄວິດ-19, ຄົນເຈັບມີອາການໜັກ ຈື່ງເຂົ້ານອນປີ່ນປົວຢູ່ໂຮງໝໍແຂວງ ເວລາ 10:00 ໂມງເຊົ້າຂອງວັນທີ່ 30 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

2 ເພດຊາຍ ອາຍຸ 68 ປີ, ບ້ານປາກທ້າງ, ເມືອງສີໂຄດຕະບອງ, ນະຄອນຫລວງ.
ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ພະຍາດອັກເສບປອດ ໄດ້ສັກຢາວັກຊີນຄົບ ວັນທີ 30 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຮອດເວລາ 07:07 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

3 ເພດຊາຍ, ອາຍຸ 53 ປີ, ບ້ານ ໜອງດ້ວງເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫລວງ
ພະຍາດປະຈຳໂຕ: ພະຍາດໄຂ່ຫຼັງຊຸດໂຊມ ໄດ້ສັກຢາວັກຊີນ ແຕ່ບໍ່ຮູ້ຊະນິດ ວັນທີ 25 ພະຈິກ 2021: ຜົນກວດພົບເຊື້ອ ແລະ ເຂົ້າມານອນປີ່ນປົວ ຢູ່ໂຮງໝໍມິດຕະພາບ ເວລາ 06:09 ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

4 ເພດຊາຍ ອາຍຸ 58 ປີ, ບ້ານຈັນສະຫວ່າງ , ເມືອງ ສີໂຄດຕະບອງ, ນະຄອນຫລວງ.
ພະຍາດປະຈຳໂຕ: ພະຍາດຕັບອັກເສບບີ ແລະ ຕັບແຂງ, ໄດ້ສັກຢາວັກຊີນຄົບ, ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19, ຮອດເວລາ 15:20 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

5 ເພດຍິງ, ອາຍຸ 80 ປີ, ບ້ານ ປາກກະຍຸງ, ເມືອງ ວຽງຄຳ, ແຂວງ ວຽງຈັນ ຜ່ານມາບໍ່ໄດ້ກວດສຸຂະພາບ, ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 11 ຄົນ, ວັນທີ 20 ພະຈິກ 2021: ຜົນກວດພົບເຊື້ອ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ. ມາຮອດເວລາ 3:30 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

6 ເພດຊາຍ, ອາຍຸ 88 ປີ, ບ້ານ ໜອງນາກ, ເມືອງ ໂພນໂຮງ, ແຂວງ ວຽງຈັນ
ເຄີຍເປັນ ischemic stroke ຫຼາຍປີກ່ອນ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ. ວັນທີ 28 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈື່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ. ມາຮອດເວລາ 12:30 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ


7 ເພດຊາຍ, ອາຍຸ 26 ປີ, ບ້ານ ໜອງນາກ, ເມືອງ ໂພນໂຮງ, ແຂວງ ວຽງຈັນບໍ່ມີພະຍາດປະຈຳຕົວ, ເປັນຄົນຕຸ້ຍ ນໍ້າໜັກ  100 ກິໂລ ໄດ້ສັກວັກຊີນປ້ອງກັນໂຄວິດຄົບ ວັນທີ 28 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈື່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ. ມາຮອດເວລາ 13:30 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

.
8 ເພດຍິງ, ອາຍຸ 52 ປີ, ບ້ານສະພັງໝໍ້, ເມືອງໄຊເສດຖາ, ນະຄອນຫລວງ ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ເບົາຫວານ ໄດ້ສັກຢາວັກຊີນ 1 ເຂັມ ວັນທີ 26 ພະຈິກ 2021 ຜົນກວດພົບເຊື້ອໂຄວິດ-19 ແລະ ເຂົ້ານອນໂຮງໝໍ ມາຮອດເວລາ 16:50 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ