ສູນທອນພົດ ຂອງ ສະຫາຍ ທອງລຸນ ສີສຸລິດ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ

696

ເນື່ອງໃນວັນຊາດທີ2 ທັນວາ ຄົບຮອບ46ປີ​ ໜັງສືພິມເສດຖະກິດ ການຄ້າ ຂໍນຳເອົາບາດຕອນຂອງສູນທອນພົດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນພາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ.

ມື້ນີ້, ວັນທີ 2 ທັນວາ 2021 ທີ່ພວກເຮົາ ກຳລັງສະເຫຼີມສະຫຼອງ ຄົບຮອບ 46 ປີ ຢູ່ນີ້, ພວກເຮົາ ຈົ່ງພ້ອມກັນຫວນຄືນ ພິທີທີ່ເປັນເຫດການປະຫວັດສາດ ຂອງມື້ນີ້. ກ່ອນໜ້ານີ້ 46 ປີ ຄື ວັນທີ 2 ທັນວາ 1975, ເປັນມື້ ທີ່ປະຊາຊົນລາວທັງຊາດ ໄດ້ປະກາດ ຕໍ່ໂລກຢ່າງກ້ອງກັງວານ ວ່າ : “ ນັບແຕ່ມື້ນີ້ ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດ ທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າປະເທດຊາດ ຢ່າງແທ້ຈິງ, ເປັນເຈົ້າປິຕຸພູມ ທີ່ແສນຮັກ ແລະ ຫວງແຫນ ຂອງຕົນ… ” ສຽງປະກາດ ອັນສະຫງ່າລາສີ ແລະ ສົມກຽດນັ້ນ, ເຮັດໃຫ້ຊາດລາວ ເປັນຊາດໜຶ່ງ ທີ່ມີກຽດສັກສີ ເທົ່າທຽມກັບຊາດອື່ນໆ ໃນອາຊີ ແລະ ໃນໂລກ.


ພວກເຮົາ ພ້ອມກັນສະຫຼອງວັນຊາດ ທີ 2 ທັນວາ ທຸກໆປີ ແມ່ນການສະຫຼອງວັນມະຫາໄຊ ອັນເຕັມໄປດ້ວຍຄວາມພາກພູມໃຈ ຂອງຄົນໃນຊາດ ຊຶ່ງໄດ້ມາຈາກການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ ຂອງບັນພະບູລຸດເຮົາ, ໄດ້ມາຈາກ ເລືອດ, ຢາດເຫຶື່ອ ແລະ ນ້ຳຕາ ຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ຮັກຊາດ ບັນດາເຜົ່າ ທີ່ໄດ້ຕໍ່ສູ້ດ້ວຍນຳໃຈເສຍສະຫຼະ ຈຶ່ງໄດ້ນຳເອົາວັນນີ້ມາໃຫ້ຊາດ, ມາໃຫ້ປະຊາຊົນເຮົາ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !
ເຖິງວ່າປີນີ້, ພວກເຮົາ ບໍ່ມີເງື່ອນໄຂ ສະຫຼອງວັນຊາດ ທີ 2 ທັນວາ ດ້ວຍການໂຮມຊຸມນຸມມິດຕິ່ງໃຫຍ່ໂຕ, ຍ້ອນພະຍາດໂຄວິດ-19 ລະບາດຮ້າຍແຮງກໍຕາມ, ແຕ່ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ຮ່ວມກັບປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ສະເຫຼີມສະຫຼອງ ໃນຮູບແບບໃໝ່, ໂດຍໄດ້ກ່າວສູນທອນພົດ ເພື່ອເປັນການສະດຸດີ ວັນສຳຄັນຂອງຊາດເຮົາ, ໂດຍຜ່ານສື່ມວນຊົນມານະທີ່ນີ້ ເພື່ອເປັນການຂໍ່ານັບຊົມເຊີຍ ແລະ ອວຍພອນໄຊ ວັນຊາດທີ 2 ທັນວາ ຄົບຮອບ 46 ປີ ມານະໂອກາດນີ້ ແລະ ຂ້າພະເຈົ້າ ຂໍໃຫ້ຜູ້ຟັງ, ຜູ້ຊົມ ໃນທົ່ວປະເທດ ຈົ່ງຮັບເອົາພອນໄຊອັນປະເສີດ ແລະ ຄວາມປາຖະ ໜາດີ ຂອງຂ້າພະເຈົ້າ ໄປຍັງການນຳທຸກຂັ້ນ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງປະຊາຊົນທຸກໆຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າ ໃນໜ້າທີ່ວຽກງານ ຂອງທຸກໆຄົນ ດ້ວຍເຖີ້ນ.


ພີ່ນ້ອງ ຮ່ວມຊາດ ທີ່ເຄົາລົບຮັກ,
ເພື່ອນມິດສະຫາຍ ທີ່ນັບຖື ທັງຫຼາຍ,
ການສະເຫຼີມສະຫຼອງວັນບຸນໃຫຍ່ ຂອງຊາດເຮົາທຸກໆຄັ້ງ, ພວກເຮົາ ຍາມໃດກໍຈົດຈຳລໍ້າລຶກ ເຖິງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນຳ ທີ່ເຄົາ ລົບຮັກຂອງພັກ, ຂອງຊາດເຮົາ ຈົດຈຳບຸນຄຸນອັນໃຫຍ່ຫຼວງລ້ຳຄ່າ ຂອງບັນດາຜູ້ນຳຂອງພັກ, ຂອງລັດເຮົາຮຸ່ນກໍ່ຕັ້ງ ແລະ ຮຸ່ນຕໍ່ໆມາ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ, ເຫື່ອແຮງຂອງຕົນ ດ້ວຍຄວາມເສຍສະຫຼະ ເພື່ອປະເທດຊາດ, ເພື່ອການປະຕິວັດ ໄດ້ນຳເອົາເອກະລາດແຫ່ງຊາດ ມາໃຫ້ພວກເຮົາໄດ້ດຳລົງຄົງຢູ່ ຈົນເທົ່າທຸກວັນນີ້. ຈົດຈຳລໍ້າລຶກ ເຖິງນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຕົນ, ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນເຮົາ ໃນເວລາທີ່ຜ່ານມາ. ພວກເຮົາ ທີ່ມີຊີວິດຢູ່ໃນແຜ່ນດິນແຫ່ງນີ້ ຈົ່ງພ້ອມກັນອາໄລຮັກເຖິງພວກເພິ່ນ ແລະ ຈົດຈຳວິລະກຳອັນລໍ້າເລີດຂອງພວກເພິ່ນ ໄວ້ໃນສ່ວນເລິກ ຂອງຫົວໃຈ ຂອງພວກເຮົາຕະຫຼອດໄປ.


ບັນດາທ່ານ ເພື່ອນມິດ ທີ່ຮັກແພງທັງຫຼາຍ !
ເພື່ອທົບທວນຄືນປະຫວັດສາດ ເປັນທີ່ຮັບຮູ້ກັນ ຢູ່ສະເໝີແລ້ວວ່າ: ຊາດລາວເຮົາ ຊຶ່ງເປັນຊາດໜຶ່ງ ທີ່ມີອະລິຍະທຳອັນຮຸ່ງເຮືອງ ແລະ ຄົນລາວໄດ້ດໍາລົງຄົງຕົວ ຢູ່ບົນດິນແດນອັນແສນສັກກາລະບູຊາ ແລະ ຫວງແຫນແຫ່ງນີ້ ມາຕັ້ງແຕ່ບູຮານນະການ ຢ່າງຍາວນານສືບຕໍ່ມາເປັນຫຼາຍພັນປີ ແລະ ໄດ້ຜ່ານຫຼາຍຍຸກປະຫວັດສາດ ອັນລະອິດລະອ້ຽວ ນັບແຕ່ເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມແຜ່ນດິນລາວ ທີ່ກະແຈກກະຈາຍ ເປັນອານາຈັກລາວລ້ານຊ້າງ ທີ່ຂຶ້ນຊື່ລືນາມ ເມື່ອປີ ຄສ. 1353 ເປັນຕົ້ນມາ, ຊາດລາວ ໄດ້ຜ່ານໄລຍະແຫ່ງຄວາມເປັນເອກະພາບພາຍໃນຊາດ, ມີທັງຄວາມຈະເລີນຮຸ່ງເຮືອງ; ແຕ່ກໍມີໄລຍະແຫ່ງຄວາມເສົ້າໝອງ, ແຜນດິນໄດ້ຖືກຕັດແບ່ງ ທັງມີຄວາມແບ່ງແຍກ ແຕກແຫງ ເປັນເຫດໃຫ້ຖືກຊາດອື່ນສວຍໃຊ້ ເປັນໂອກາດເຂົ້າມາຮຸກຮານ, ຄອບຄອງເອົາເປັນເມືອງຂຶ້ນ, ເມືອງສ່ວຍ ຕະຫຼອດມາ ເປັນເວລາຍາວນານ ແຕ່ບໍ່ວ່າຍຸກໃດສະໄໝໃດ ກໍລ້ວນໄດ້ເກີດມີວິລະບູລຸດ ທີ່ປີຊາສາມາດ ແລະ ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງ ໃຫ້ແກ່ຊາດລາວ ຊຶ່ງໄດ້ຈາລຶກໄວ້ໃນໜ້າປະຫວັດສາດຂອງຕົນ. ບັນພະບູລຸດລາວ ໄດ້ພ້ອມກັບປະຊາຊົນລາວບັນດາເຜົ່າ ສ້າງສາພັດທະນາບ້ານເມືອງ ແລະ ປົກປັກຮັກສາຜືນແຜ່ນດິນແຫ່ງນີ້ ດ້ວຍການຕໍ່ສູ້ຢ່າງອົງອາດກ້າແກ່ນ ຕ້ານສັດຕູຜູ້ຮຸກຮານ ໃນແຕ່ລະໄລຍະປະຫວັດສາດ ເພື່ອຮັກສາໄວ້ ຊຶ່ງຄວາມເປັນຊາດລາວ ເພື່ອສ້າງຄວາມຍືນຍົງ ໃຫ້ປະເທດຊາດ…


ຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ມີອິດສະຫຼະພາບ ຂອງຊາດລາວ ທີ່ຈາລຶກໄວ້ ໄດ້ແກ່: ເຈົ້າໄຊເສດຖາ, ເຈົ້າອານຸວົງ… ໃນສະໄໝບູຮານ, ຕໍ່ມາກໍມີນັກຕໍ່ສູ້ ທີ່ອົງອາດກ້າຫານ ຄື: ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໃຈ ແລະ ອື່ນໆ ທີ່ຍອມຕາຍ ແຕ່ບໍ່ຍອມ ເປັນຂ້ອຍຂ້າ, ຕໍ່ສູ້ບໍ່ຍອມຈຳນົນຕໍ່ສັດຕູໃດໆ.
ນັບແຕ່ປີ 1930 ເປັນຕົ້ນມາ, ພາຍໃຕ້ແສງສະຫວ່າງ ຈາກທວນໄຟປະຕິວັດ ຂອງລັດທິມາກ-ເລນິນ, ພາຍໃຕ້ການນໍາພາ ຂອງຄະນະພັກແຄວ້ນລາວ ຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ຕໍ່ມາໄດ້ສ້າງເປັນພັກປະຊາຊົນລາວຄື: ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ດຳເນີນການຕໍ່ສູ້ ຢ່າງຍືດເຍື້ອຍາວນານ ດ້ວຍການເສຍສະຫຼະອັນໃຫຍ່ຫຼວງຂອງພະນັກງານ, ນັກຮົບປະຕິວັດ ແລະ ປະຊາຊົນລາວຜູ້ຮັກເຊື້ອແພງຊາດ ຈົນໄດ້ຮັບໄຊຊະນະຢ່າງສົມບູນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ຊຶ່ງໄດ້ໄຂສັງກາດໃໝ່ ແລະ ຂຽນປະຫວັດສາດໜ້າໃໝ່ ຂອງຊາດລາວຍຸກໃໝ່ ຢ່າງເອກອ້າງທະນົງໃຈ.
ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ, ພາລະກິດປະຕິວັດພາຍໃຕ້ການນຳພາຂອງພັກ ກ້າວສູ່ໄລຍະໃໝ່ ຊຶ່ງເລີ່ມຕົ້ນຈາກການຮໍາບາດແຜສົງຄາມ, ຟື້ນຟູການຜະລິດ, ຂະຫຍາຍວັດທະນະທໍາ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນເຮົາ ໃຫ້ເປັນປົກກະຕິ, ແລ້ວດຳເນີນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ. ເຖິງຈະຢືນຕໍ່ໜ້າຄວາມຫຍຸ້ງຍາກ ແລະ ການທົດສອບອັນຂ້ຽວຂາດ, ສັບສົນນາໆປະການ ຊຶ່ງເກີດຈາກການເຄື່ອນໄຫວມ້າງເພ ຢ່າງຮອບດ້ານ ແລະ ລຽນຕິດຂອງອິດທິກຳລັງເປັນປໍລະປັກ; ຄວາມດ້ອຍພັດທະນາຫຼ້າຫຼັງ ດ້ານເສດຖະກິດ-ສັງຄົມ ຂອງລະບອບເກົ່າ ແລະ ຜົນຮ້າຍຈາກສົງຄາມທໍາລາຍຢ່າງໜັກໜ່ວງເປັນຫຼາຍສິບປີ, ແຕ່ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ກໍໄດ້ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈທັບມ້າງກົນອຸບາຍ ທໍາລາຍມ້າງເພ ແລະ ການປິດລ້ອມໂຈມຕີ ຂອງອິດທິກໍາລັງປໍລະປັກ, ທັງເປັນເຈົ້າການເຂົ້າຮ່ວມ ຂະບວນການສ້າງສາພັດທະນາປະເທດຊາດ ຕາມແນວທາງຂອງພັກ ຈົນສາມາດປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ ແລະ ພັດທະນາສ້າງສາກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ ຈົນມາຮອດເທົ່າທຸກວັນນີ້.

ປັດໄຈສຳຄັນຍິ່ງອັນໜຶ່ງ ແມ່ນພັກເຮົາໄດ້ສະດຸ້ງໄວ, ກ້າຫານ, ໄດ້ວາງແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫຼັກການ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ເປັນສະຖາປະນິກຫຼັກ ຂອງນະໂຍບາຍນີ້ ນັບແຕ່ປີ 1986 ເປັນຕົ້ນມາ, ການພັດທະນາ ຂອງ ສປປ ລາວ ໄດ້ມີຜົນສໍາເລັດອັນສໍາຄັນ ແລະ ເປັນບາດລ້ຽວປະຫວັດສາດ ທີ່ນໍາເອົາຄວາມຈະເລີນກ້າວໜ້າ ມາສູ່ສັງຄົມລາວ. ຜົນງານອັນສໍາຄັນ ແລະ ເປັນພື້ນຖານກວ່າໝູ່, ແມ່ນຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນເຮົາ ມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ; ສ້າງສະພາບແວດລ້ອມທີ່ສະຫງົບສັນຕິ ແລະ ສ້າງເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການດຳລົງຊີວິດ, ການທໍາມາຫາກິນ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວ ໃນຈັງຫວະທີ່ໄວ, ຕໍ່ເນື່ອງ ແລະ ໝັ້ນທ່ຽງ; ອັດຕາການເຕີບໂຕ ຂອງເສດຖະກິດ ສະເລ່ຍເພີ່ມຂຶ້ນໃນແຕ່ລະໄລຍະ (GDP) ຕໍ່ຫົວຄົນໄດ້ເພີ່ມຂຶ້ນ ຈາກ 114 ໂດລາ ໃນປີ 1985 ມາເປັນ 2.664 ໂດລາ ໃນປີ 2020. ບັນຫາສໍາຄັນ ແມ່ນພວກເຮົາ ສາມາດບຸກທະລຸ ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ໃນປີ 2019 ຄອບຄົວທຸກຍາກ ຍັງເຫຼືອ 62.384 ຄອບຄົວ ເທົ່າກັບ 5,16% ຂອງຄອບຄົວ ໃນທົ່ວປະເທດ; ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນຢ່າງຕັ້ງໜ້າ ໄປຕາມທິດພັດທະນາກະສິກໍາ ເປັນສິນຄ້າ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ; ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໃນຂະແໜງການທີ່ປະເທດເຮົາ ມີທ່າແຮງໄດ້ປຽບເປັນຕົ້ນ: ແມ່ນການພັດທະນາພະລັງງານໄຟຟ້ານໍ້າຕົກ ໄດ້ມີການຂະຫຍາຍຕົວຢ່າງກະໂດດຂັ້ນ, ປັດຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 80 ກວ່າແຫ່ງ; ການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໄດ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ເຄີຍມີມາກ່ອນ, ບໍ່ວ່າຢູ່ໃນຕົວເມືອງ ກໍຄືຊົນນະບົດ.

ສປປ ລາວ ເຮົາ ໄດ້ຮັບຜົນສໍາເລັດເປັນສ່ວນໃຫຍ່ ແລະ ມີການຫັນປ່ຽນຢ່າງຈະແຈ້ງ ໃນການປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ (MDGs) ແລະ ສືບຕໍ່ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດປີ 2030 ຢ່າງຕັ້ງໜ້າ. ໃນວັນທີ 24 ພະຈິກ 2021 ຜ່ານມານີ້, ກອງປະຊຸມສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຕົກລົງໃຫ້ ສປປ ລາວ ສາມາດ ເປັນປະເທດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້, ຍ້ອນຮັບຮູ້ວ່າປະຕິບັດໄດ້ຄົບເງື່ອນໄຂ, ແຕ່ພວກເຮົາ ຍັງຕ້ອງໄດ້ສືບຕໍ່ປະຕິບັດໄລຍະຂ້າມຜ່ານຕື່ມອີກ 5 ປີ ໃນຕໍ່ໜ້າ. ໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ເສັ້ນທາງດ່ວນ ໄລຍະທີ 1 ວຽງຈັນ-ວັງວຽງ ໃນປີ 2020, ໂຄງການສ້າງທາງລົດໄຟ ທີ່ເຊື່ອມຕໍ່ ສປ ຈີນ ແລະ ສປປ ລາວ ທັງນອນໃນແຜນເຊື່ອມຈອດກັບປະເທດໃກ້ຄຽງ ໃນພາກພື້ນອາຊີອາຄະເນ ກໍໄດ້ຮັບຜົນສໍາເລັດ ແລະ ຈະເປີດນໍາໃຊ້ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ຊຶ່ງຖືເປັນຄວາມເອກອ້າງ ແລະ ເປັນບາດກ້າວກະໂດດ ໃນການນໍາໃຊ້ພື້ນຖານວັດຖຸ-ເຕັກນິກ ທີ່ທັນສະໄໝ ແລະ ໄດ້ສ້າງພື້ນຖານໃຫ້ແກ່ການຄົມມະນາຄົມຂົນສົ່ງ ຂອງປະເທດເຮົາໄດ້ສະດວກຍິ່ງຂຶ້ນ “ເປັນຂອງຂັວນ” ທີ່ມີຄວາມໝາຍສໍາຄັນປະຫວັດສາດ ໃນການປະຕິບັດຍຸດທະສາດ “ຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມຈອດ” ໂດຍສະເພາະແມ່ນ ການເຊື່ອມຈອດ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງຕາມແລວເສດຖະກິດເໜືອ- ໃຕ້, ຕາເວັນອອກ-ຕາເວັນຕົກ ຊຶ່ງເປັນທ່າແຮງດ້ານການບໍລິການທາງຜ່ານຢູ່ປະເທດເຮົາ… ເປັນການສ້າງເງື່ອນໄຂ ໃຫ້ປະເທດເຮົາກ້າວສູ່ບາດກ້າວສຳຄັນຂອງການກ້າວຂຶ້ນເປັນປະເທດກຳລັງພັດທະນາ ໄດ້ບາດກ້າວເບື້ອງຕົ້ນ.


ດ້ານວັດທະນາທໍາ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍຖືເອົາການພັດທະນາຊັບພະຍາກອນມະນຸດ ເປັນເປັນບຸລິມະສິດສໍາຄັນ, ຫຼາຍທ້ອງຖິ່ນ ໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນ, ຖັນແຖວປັນຍາຊົນ, ນັກ ຮຽນຮູ້, ບັນດາຊ່ຽວຊານດ້ານຕ່າງໆ ກໍຄືແຮງງານ ທີ່ໄດ້ຮັບການຝຶກສີມື ນັບມື້ນັບຫຼາຍຂຶ້ນ, ຕາໜ່າງສາທາລະນະສຸກ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍອອກ ໄປສູ່ເຂດຫ່າງໄກສອກຫຼີກ, ເຮັດໃຫ້ຄຸນນະພາບຊີວິດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນ; ຄຸນຄ່າດ້ານວັດທະນາທໍາ, ຮີດຄອງປະເພນີ ທີ່ເປັນມູນເຊື້ອດີງາມຂອງຊາດລາວ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ ໃຫ້ອຸດົມຮັ່ງມີ ໄປພ້ອມກັບການຈໍາກັດ ແລະ ລຶບລ້າງວັດທະນາທໍາ ທີ່ເຊື່ອມຊາມ-ຊອດກະຈາ, ການເຊື່ອຖືງົມງວາຍ ໄດ້ຫຼຸດລົງເປັນກ້າວໆ; ບົດບາດຍິງຊາຍ ໄດ້ຮັບການຍົກສູງຂຶ້ນ ຢ່າງເຫັນໄດ້ຊັດເຈນ… ການພົວພັນລະຫວ່າງປະເທດ ແລະ ການທູດ ໄດ້ຮັບການເປີດກວ້າງ ແລະ ສາມາດຍົກບົດບາດ, ອິດທິພົນ ຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນ ໃນເວທີສາກົນ ຢ່າງບໍ່ຢຸດຢັ້ງ… ທັງໝົດເຫຼົ່ານັ້ນ, ເປັນການສ່ອງແສງໃຫ້ເຫັນລັກສະນະດີເດັ່ນ ຂອງລະບອບໃໝ່ ກໍຄື ສັງຄົມລາວເຮົາ ຕະຫຼອດ 46 ປີ ຜ່ານມາ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!


ຜ່ານພຶດຕິກໍາຕົວຈິງ ຕະຫຼອດໄລຍະ 46 ປີ ຂອງລະບອບປະຊາທິປະໄຕ ປະຊາຊົນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງ ວ່າ: ຊາດລາວເຮົາ ບໍ່ພຽງແຕ່ຈາກເປັນປະເທດນ້ອຍ, ຫຼ້າຫຼັງ, ຊໍ້າຍັງຖືກເສດເຫຼືອ ຂອງແນວຄິດສັກດີນາ-ຂຸນເສິກ ແລະ ລ່າເມືອງຂຶ້ນ ກົດໜີບ, ປະເທດຊາດໄດ້ຖືກທໍາລາຍມ້າງເພ ຈາກສົງຄາມຢ່າງໜັກໜ່ວງ ແລະ ການບີບຮັດຢ່າງອັດຕະຂັດທີ່ສຸດ ຂອງສະພາບແວດລ້ອມ ທັງພາຍໃນ ແລະ ພາຍນອກ, ແຕ່ຍ້ອນມູນເຊື້ອອັນພິລະອາດຫານ ມູນເຊື້ອວິລະຊົນ ຂອງຊາດລາວ, ຄວາມດຸໝັ່ນພາກພຽນ, ການປະດິດສ້າງ, ຄວາມສະດຸ້ງໄວ ຂອງທົ່ວພັກເຮົາ ທີ່ຊີ້ນຳ-ນຳພາ ລັດ ແລະ ປັບປຸງການບໍລິຫານປະເທດ ໃນແຕ່ລະໄລຍະໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ຈຸດພິເສດຂອງປະເທດເຮົາ, ເຕົ້າໂຮມທຸກກຳລັງແຮງ ແລະ ສະຕິປັນຍາ ຂອງປະຊາຊົນທັງປະເທດ ໃຫ້ເປັນຈິດໜຶ່ງໃຈດຽວ ຈຶ່ງໄດ້ເຮັດໃຫ້ ສປປ ລາວ ສາມາດດໍາລົງຄົງຕົວ, ນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ ມາເຖິງປັດຈຸບັນນີ້.


– ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ !
– ພັກປະຊາຊົນປະຕິວັດລາວ ຜູ້ຈັດຕັ້ງນຳພາທຸກໄຊຊະນະ ຂອງການປະຕິວັດລາວ ໝັ້ນຍືນ !
– ນ້ຳໃຈ ວັນຊາດ ທີ 2 ທັນວາ ໝັ້ນຍືນ !
– ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງປະຊາຊົນລາວ ຕະຫຼອດໄປ !