ລົດໄຟລາວ-ຈີນ ພ້ອມບໍລິການມວນຊົນ 4ທັນວາ ມື້ນີ້ສາມາດຊື້ປີ້ໄດ້ແລ້ວ

971

ໂດຍອີງຕາມປະກາດແຈ້ງການເປີດບໍລິການຂົນສົ່ງຜູ້ໂດຍສານ ທາງລົດໄຟລາວ-ຈີນ ຈໍາກັດ ໃນວັນທີ 1 ທັນວາ 2021ນີ້ໃຫ້ຮູ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ທົ່ວແລວທາງ ປະກອບມີ 10 ສະຖານີຂົນສົ່ງຜູ້ໂດຍສານທາງລົດໄຟ, ໃນນັ້ນມີສະຖານີນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີຫຼຼວງພະບາງ, ສະຖານີເມືອງງາ, ສະຖານີເມືອງໄຊ, ສະຖານີນາໝໍ້, ສະຖານີນາເຕີຍ ແລະ ສະຖານີບໍ່ເຕນ.

ເຊິ່ງໃນຊ່ວງການລະບາດໂຄວິດ-19 ຈະເປີດບໍລິການກ່ອນ 6 ສະຖານີໂດຍສານຄື: ສະຖານີນະຄອນຫຼວງ ວຽງຈັນສະຖານີໂພນໂຮງສະຖານີວັງວຽງ, ສະຖານີຫຼວງພະບາງສະຖານີເມືອງໄຊ ແລະ ສະຖານີບໍ່ເຕັນ ເພື່ອສະໜອງບໍລິການໃຫ້ຜູ້ໂດຍສານ.

ສໍາລັບ ແຜນເວລາເດີນລົດ ແລະ ຕາຕາລາງເວລາເດີນ ໃນຊ່ວງມີການລະບາດຂອງພະຍາດໂຄວິດ-19 ຈະບໍ່ເປີດໂດຍສານລະຫວ່າງປະເທດເທື່ອ, ແຕ່ເລີ່ມຈາກ ວັນທີ 4 ທັນວານີ້ ໃນແຕ່ລະມື້ຈະເປີດແລ່ນຂະບວນລົດໄຟສາຍພາຍໃນປະເທດ 2 ຄູ່/ມື້ ໃນນັ້ນ ແມ່ນແລ່ນຈາກ ນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ 1 ຄູ (ຂາໄປ 8:00 ໂມງອອກຈາກສະຖານີ ນະຄອນຫຼວງວຽງຈັນ ເຖິງ ສະຖານີບໍ່ເຕ່ນ 11:30 ໂມງຂາກັບ ອອກຈາກສະຖານີບໍ່ເຕ່ນ 12:00 ໂມງ ເຖິງສະຖານີນະຄອນຫຼວງ 15:14 ໂມງ), ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ 1 ຄູ່ ( ຂາໄປ 15:44 ໂມງ ອອກຈາກສະຖານີນະຄອນຫຼວງວຽງຈັນ ເຖິງ ສະຖານີຫຼວງພະບາງ 17:46, ຂາກັບ 18:16 ໂມງ ອອກຈາກສະຖານີຫຼວງພະບາງ ເຖິງ ສະຖານີນະຄອນຫຼວງວຽງຈັນ 20:22 ໂມງ)

ສ່ວນຂັ້ນຕອນການຊື້ປີ້ ແລະ ຂຶ້ນລົດໄຟຂອງຜູ້ໂດຍສານແມ່ນປະຕິບັດດັ່ງນີ້: 1) ການຊື້ປີ້ລົດໄຟຂອງຜູ້ໂດຍສານ ແມ່ນເດີນທາງມາຊື້ປີ້ຢູ່ປ່ອງບໍລິການຂາຍປີ້ ທີ່ສະຖານີລົດໄຟ ໃນຊ່ວງການລະບາດຂອງໂຄວິດ-19 ສາມາດຊື້ປີ້ລ່ວງໜ້າໄດ້ 3 ວັນກ່ອນມື້ເດີນທາງ. ໃນເວລາຊື້ປີ້ ລົດໄຟຕ້ອງສະແດງບັດປະຈໍາຕົວເພື່ອຢັ້ງຢືນ ແລະ ບັດສັກວັກຊີນຄົບ 2 ເຂັມ ແລະ ຜູ້ໂດຍສານສາມາດປ່ຽນ ສະຖານີຂື້ນ-ລົງລົດໄຟ, ເວລາຂື້ນລົດໄຟ ແລະ ປະເພດຕັ່ງນັ່ງ ໄດ້ ທີ່ປ່ອງບໍລິການຂາຍປີ້ໄດ້ ພາຍໃນ 48 ຊົ່ວໂມງ ກ່ອນລົດໄຟອອກ, ໃນກໍລະນີຫຼັງລົດໄຟອອກແລ້ວ ສາມາດປ່ຽນໃໝ່ພາຍໃນມື້ທີ່ລະບຸຢູ່ໃນປີ້ ຈະບໍ່ສາມາດດໍາເນີນການປ່ຽນເປັນມື້ຖັດໄປ ຫຼື ພາຍຫຼັງໄດ້ການຖອນປີ້ ຕ້ອງດໍາເນີນການກອນລົດໄຟອອກ, ການຖອນປີ້ຈະຫັກຄ່າທຳນຽມການຖອນປີ້ 20 % ຂອງມູນຄ່າປີ້.

ພ້ອມນີ້ ການຂື້ນລົດໄຟ ໃຫ້ຜູ້ໂດຍສານເດີນທາງມາຮອດສະຖານີລົດໄຟກ່ອນ 1 ຊົ່ວໂມງກ່ອນລົດໄຟຈະອອກ, ໃຊ້ປີ້ຢັ້ງຢືນ ເພື່ອເຂົ້າໃນສະຖານີ ແລະ ດຳເນີນການກວດກາຄວາມປອດໄພເຄື່ອງ, ຫຼັງຈາກກວດກາ ແລ້ວໃຫ້ໄປລໍຖ້າທີ່ເຂດລໍຖ້າ, ຕາມຫຼັກການ ກ່ອນຂະບວນລົດໄຟ EMU ຈະອອກເດີນທາງ ຈາກສະຖານີຕົ້ນທາງ 20 ນາທີ ຈະເລີ່ມຂັ້ນຕອນການແຈ້ງປີ້ເພື່ອຂື້ນລົດໄຟ ແລະ ຈະຢຸດການແຈ້ງປີ້ກ່ອນ ລົດໄຟຈະອອກ 5 ນາທີ. ທັງນີ້ຕ້ອງເກັບຮັກສາປີ້ລົດໄຟໃຫ້ດີ, ລະຫວ່າງທາງ ຂື້ນລົດ, ລົງລົດໄຟ, ສໍາລັບ ປີ້ລົດໄຟຊ່ວງທາງທີ່ບໍ່ໄດ້ນັ່ງໄປຮອດປາຍທາງຈະບໍ່ສາມາດນໍາໃຊ້ໄດ້, ຫຼັງຈາກຮອດສະຖານີ ຈະຕ້ອງໄປ ບ່ອນກວດກາປີ້ຢູ່ຊ່ອງທາງອອກເພື່ອອອກຈາກສະຖານີ.

ສໍາລັບ ປີ້ລາຄາສິດທິພິເສດ ຜູ້ໂດຍສານຜູ້ໃຫຍ່ໜຶ່ງຄົນ ສາມາດພາເດັກນ້ອຍທີ່ມີສ່ວນສູງບໍ່ເກີນ 1.2 m ຂື້ນລົດໄຟໂດຍບໍ່ ເສຍຄ່າປີ້ໄດ້ 1 ຄົນ, ແຕ່ຈະບໍ່ມີຕັ່ງນັ່ງໃຫ້ສໍາລັບເດັກນ້ອຍທີ່ພາຂຶ້ນລົດໄຟມາ, ຖ້າຫາກມີເດັກນ້ອຍເກີນ 1 ຄົນ, ຈຳນວນຄົນທີ່ເກີນມາຕ້ອງໄດ້ຊື້ປີ້ສໍາລັບເດັກນ້ອຍ, ກໍລະນີເດັກນ້ອຍທີ່ພາຂື້ນລົດໄຟໂດຍບໍ່ ເສຍຄ່າປີ້ຢາກຈະນໍາໃຊ້ຕັ່ງນັ່ງຂອງຜູ້ໃຫຍ່, ຈະຕ້ອງໄດ້ຊື້ປີ້ສໍາລັບເດັກນ້ອຍ.

ໃນນີ້ມາດຕະການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ການເປີດແລ່ນລົດໄຟຜູ້ໂດຍສານຊ່ວງລະບາດຂອງພະຍາດໂຄວິດ-19ຜູ້ໂດຍສານ ກະລຸນາ ເຄົາລົບລະບຽບ, ມາດຕະການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ດັ່ງນີ້: 1) ຜູ້ໂດຍສານຕ້ອງ ປະຕິບັດຕາມລະບຽບມາດຕະການປ້ອງພະຍາດໂຄວິດ-19 ທີ່ ລັດຖະບານວາງອອກ ແລະ ຕ້ອງມີປີ້ລົດໄຟ, ບັດປະຈໍາຕົວຢັ້ງຢືນ, ມີໃບຢັ້ງຢືນການສັກວັກຊີນຄົບ 2 ເຂັມຕາມເງື່ອນໄຂ ຈຶ່ງສາມາດຂື້ນລົດໄຟໄດ້; 2) ກ່ອນເຂົ້າສະຖານີລົດໄຟ ຕ້ອງວັດແທກອຸນຫະພູມຖ້າຫາກມີອຸນຫະພູມສູງເກີນ ລະບຽບທີ່ກຳນົດ 37.3 °C) ແມ່ນຫ້າມເຂົ້າໃນສະຖານີເພື່ອຂື້ນລົດໄຟ. 3) ໃນລະຫວ່າງການເດີນທາງ ທ່ານຜູ້ໂດຍສານ ແລະ ພະນັກງານທາງລົດໄຟຕ້ອງໃສ່ຜ້າ ປິດປາກ-ດັງ ຕະຫຼອດໄລຍະເວລາການເດີນທາງ, ຫ້າມຮັບປະທານອາຫານພາຍໃນຕູ້ໂດຍສານ.4) ໃນເວລາຜູ້ໂດຍສານ ຊື້ປີ້ລົດໄຟເຂົ້າ-ອອກສະຖານີ, ກວດປີ້ຂື້ນ-ລົງລົດໄຟແມ່ນ ໃຫ້ຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດ ເພື່ອຮັກສາ ໄລຍະຫ່າງຄວາມປອດໄພທາງສັງຄົມ. 5) ຜູ້ໂດຍສານ ເຂົ້າ ແລະ ອອກຈາກສະຖານີ ເພື່ອຫຼີກເວັ້ນການຢ່າງສັບກັນ ຕ້ອງຟັງຄຳແນະນໍາຂອງພະນັກງານທາງລົດໄຟ ໃຫ້ຍ່າງຕາມແລວທາງທີ່ກໍານົດ.

ທັງນີ້, ຄວາມປອດໄພໃນການຂື້ນລົດໄຟທີ່ຜູ້ໂດຍສານຄວນຮູ້: 1) ຫ້າມພົກພາຖືມີດ ຫຼື ຂົນສົ່ງວັດຖຸອັນຕະລາຍທີ່ໄວໄຟ, ແຕກງ່າຍເນົ່າເສຍງ່າຍມີພິດ, ມີກຳມັນຕະລັງສີ ຂື້ນລົດໄຟເດັດຂາດ. 2) ສະຖານີຈະຢຸດການກວດປີ້ລົດໄຟ ກ່ອນລົດໄຟຈະອອກ, ກະລຸນາຕິດຕາມການປະກາດ ເວລາຢຸດກວດປີ້, ກະລຸນາຂື້ນລົດໄຟກ່ອນລ່ວງໜ້າ ຫຼື ລໍຖ້າໃນເສັ້ນຂີດແດນຄວາມປອດໄພເທິງແທ່ນ ຂື້ນລົງລົດໄຟ.3) ເວລາຂື້ນ-ລົງລົດໄຟ ກະລຸນາລຽນແຖວໃຫ້ເປັນລະບຽບຫ້າມບຽດແຫຍ້ກັນ ໃຫ້ຜູ້ໂດຍສານທີ່ຈະລົງ ລົງໄປກ່ອນ ແລ້ວຈຶ່ງຂື້ນລົດໄຟ, ຫ້າມຄານຢູ່ລຸ່ມພື້ນຂະບວນລົດໄຟ ຫຼື ປີນຂື້ນເທິງ ເພດານລົດໄຟຫ້າມໂດດລົງແທ່ນຂື້ນລົງ ລົດໄຟຫ້າມເຂົ້າໄປໃນ ແລວທາງລົດໄຟ ແລະ ອື່ນໆທີ່ເປັນອັນຕະລາຍ, ຫ້າມແລ່ນໃນເວລາລົດໄຟຍັງບໍ່ຈອດຢຸດນິ່ງ ແລະ ຫ້າມຍາດກັນຂື້ນລົງລົດໄຟເດັດຂາດ.

4) ເວລາຂື້ນລົດໄຟກະລຸນາ ຫ້າມບຽດແຫຍ້ກັນຫ້າມຢືນຕິດປະຕູ, ຫ້າມດຶງ(ກົດ)ວາວ ສຸກເສີນຕ່າງໆທີ່ຢູ່ເທິງຂະບວນລົດໄຟ, ວາວເບກສຸກເສີນປຸ່ມ(ວາວ)ຢຸດລົດສຸກເສີນ ແລະ ອຸປະກອນ ຄວາມປອດໄພຕ່າງໆເດັດຂາດ. 5) ເວລາເກີດເຫດມີສະພາບຄວາມສ່ຽງຕໍ່ຄວາມປອດໄພຂອງຜູ້ໂດຍສານ ແລະ ຂະບວນລົດໄຟຕ້ອງຟັງຄໍາແນະນໍາຈາກພະນັກງານເທິງລົດໄຟ, ຮັກສາຄວາມເປັນລະບຽບໃຫ້ດີ ບໍ່ຟ້າວເອົາເຄື່ອງຕ້ອງຊ່ວຍເຫຼືອຜູ້ຕ້ອງການຄວາມຊ່ວຍເຫຼືອເຊັ່ນ: ຜູ້ເຖົ້າເດັກນ້ອຍຄົນປ່ວຍຄົນພິການ ແລະ ຜູ້ຖືພາກ່ອນກໍລະນີມີເຫດອັນຕະລາຍ, ກະລຸນາແຈ້ງໃຫ້ພະນັກງານເທິງຂະບວນຮັບຊາບທັນທີ. 6) ໃນສະຖານະການສຸກເສີນຕ້ອງອອກຈາກຕູ້ຂະບວນລົດໄຟ, ສາມາດອອກຫຼັງຈາກ ຂະບວນລົດໄຟຢຸດຈອດນິ່ງ ແລ້ວໃຊ້ຄ້ອນຕີທຸບກະຈົກເພື່ອອອກ, ສາມາດກົດປຸ່ມວາວຢຸດລົດສຸກ ເສີນໃນຂະບວນລົດໄຟດ່ວນ.