ລາຍລະອຽດຜູ້ເສຍຊີວິດໃໝ່ 8 ກໍລະນີ

294

ປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 75.163 ຄົນ, ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 595 ຄົນ, ກໍາລັງປິ່ນປົວ 11.853 ຄົນ.


ສໍາລັບ ລາຍລະອຽດຜູ້ເສຍຊີວິດໃໝ່ 08 ຄົນ ມີດັ່ງນີ້
1 ເພດຊາຍ, ອາຍຸ 71 ປີ, ບ້ານນາປາຝາ, ເມືອງ ຊະນະຄາມ, ແຂວງ ວຽງຈັນ, ພະຍາດປະຈຳຕົວ ຄວາມດັນເລືອດສູງ ແລະ ພະຍາດເບົາຫວານ ໄດ້ສັກຢາວັກຊີນຄົບ ໃນວັນທີ 27 ພະຈິກ 2021 ກວດພົບເຊື້ອໂຄວິດ-19 ມາໃນວັນທີ 29 ພະຈິກ 2021 ມາຮອດເວລາ 9:30 ໂມງ ຄົນເຈັບເສຍຊີວິດ

2 ເພດຍິງ, ອາຍຸ 51 ປີ, ອາຊີບ ພະນັກງານ, ບ້ານນາຫມາກ, ເມືອງທຸລະຄົມ ແຂວງວຽງຈັນ (ນັບເປັນຄົນເສຍຊີວິດ ຢູ່ນະຄອນຫລວງ), ພະຍາດປະຈຳໂຕ ຜ່າຕັດສະຫມອງເດືອນ ມີນາ ປີ 2020 ແລະ ຄວາມດັນເລືອດສູງ ໄດ້ສັກຢາວັກຊີນຄົບ ໃນວັນທີ 19 ພະຈິກ 2021 ກວດພົບເຊື້ອໂຄວິດ-19 ຮອດເວລາ 05:05 ນາທີ ຂອງວັນທີ 30 ພະຈິກ 2021ຄົນເຈັບ ໄດ້ເສຍຊີວິດ


3 ເພດຍິງ ອາຍ 37 ປີ, ບ້ານເພຍວັດ, ເມືອງສີນາກ, ນະຄອນຫລວງ , ພະຍາດຜ່ານມາ ບໍ່ໄດ້ກວດສຸຂະພາບ ໄດ້ຮັບການສັກຢາວັກຊີນຄົບ ໃນວັນທີ 24 ພະຈິກ 2021 ກວດພົບເຊື້ອໂຄວິດ-19 ຕໍ່ມາເວລາ 06:10 ນາທີ ຂອງວັນທີ 30 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ


4 ເພດຊາຍ, ອາຍຸ 59 ປີ, ບ້ານໂນນສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ, ພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ປະດົງ ເຊິ່ງຜູ້ກ່ຽວບໍ່ໄດ້ສັກຢາວັກຊີນ ໃນວັນທີ 30 ຕຸລາ 2021 ເຂົ້າປີ່ນປົວ ຢູ່ສູນດົງໂດກ, ມາຮອດເວລາ 3:15 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ

5 ເພດຊາຍ, ອາຍຸ 75 ປີ, ບ້ານໜອງວຽງຄໍາ, ເມືອງໄຊທານີ, ນະຄອນຫລວງ, ພະຍາດປະຈໍາຕົວ ຄວາມດັນເລືອດສູງ, ໄດ້ສັກຢາວັກຊີນຄົບ ໃນວັນທີ 21 ພະຈິກ 2021 ກວດພົບເຊື້ອໂຄວິດ-19 ມາຮອດເວລາ 3:15 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ


6 ເພດຍິງ, ອາຍຸ 69 ປີ, ບ້ານໂນສີ, ເມືອງສີສັດຕະນາກ, ນະຄອນຫລວງ ເຊິ່ງພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ເບົາຫວານ ແລະ ໄດ້ສັກຢາວັກຊີນຄົບ, ວັນທີ 20 ພະຈິກ 2021 ກວດພົບເຊື້ອໂຄວິດ-19ມາຮອດເວລາ 3:30 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ

7 ເພດຍິງ, ອາຍຸ 75 ປີ, ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫລວງ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ເບົາຫວານ ຜູ້ກ່ຽວບໍ່ໄດ້ຮັບການສັກຢາວັກຊີນ ໃນວັນທີ 29 ພະຈິກ 2021 ກວດພົບເຊື້ອໂຄວິດ-19 ມາຮອດເວລາ 6:30 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ


8 ເພດຊາຍ, ອາຍຸ 27 ປີ, ບ້ານນາລ້ອມ, ເມືອງໄຊທານີ, ນະຄອນຫລວງ ພະຍາດປະຈໍາຕົວມີ ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ ແລະ ບໍ່ໄດ້ຮັບການສັກຢາວັກຊີນ ໃນວັນທີ 29 ພະຈິກ 2021 ກວດພົບເຊື້ອໂຄວິດ-19 ມາຮອດເວລາ 23:30 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.