ເຕືອນອາກາດໜາວ ອຸນຫະພູມຈະຫຼຸດລົງອີກ 3 ຫາ 5 ອົງສາ

818

ກົມອຸຕຸເຕືອນອຸນຫະພູມ ຈະຫຼອດອາທິດນີ້ ອາກາດຈະເຢັນ ຫາ ໜາວເຢັນລົງຕື່ມອີກ 3 ຫາ 5 ອົງສາ ໂດຍສະເພາະຢູ່ຕາມເຂດພູດອຍ ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ, ຈິ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1263/ກອຕທ, ລົງວັນທີ 29 ພະຈິກ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 29 ພະຈິກ ຫາ 05 ທັນວາ 2021 ວ່າ: ໃນໄລຍະຕົ້ນອາທິດ ວັນທີ 29 ຫາ 30 ພະຈິກນີ້ ຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງປານກາງ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີຝົນຕົກເລັກນ້ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນໃນວັນທີ 1 ຫາ 5 ທັນວາ 2021 ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໝືອທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນ ລົງ 3 ຫາ 5 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ.

ສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີຝົນຕົກຄ່ອຍຢູ່ບາງທ້ອງຖີ່ນ ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ເຊິ່ງຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມຮ່າງກາຍໃຫ້ອົບອຸ່ນຢູ່ສະເໜີ ເພື່ອບໍ່ໃຫ້ຮ່າງກາຍໄດ້ຮັບຜົນກະທົບຕໍ່ການແປປ່ວນຂອງສະພາບອາກາດໃນຕະຫຼອດໄລຍະເວລາດັ່ງກ່າວ.