ລາຍລະອຽດຜູ້ເສຍຊີວິດ 7 ຄົນມື້ນີ້

793

ມາຮອດວັນທີ 26 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 70.323 ຄົນ, ເສຍຊີວິດສະສົມ 154 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 607ຄົນ ແລະ ກໍາລັງປິ່ນປົວ 11.378 ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້

1 ເພດຊາຍ, ອາຍຸ 59 ປີ, ບ້ານນາກໍາ, ເມືອງໂພນໂຮງ, ແຂວງວຽງຈັນ ບໍ່ມີພະຍາດປະຈຳໂຕ, ໄດ້ສັກຢາວັກຊີນຄົບ
ເວລາ 22:15 ນາທີ ຂອງວັນທີ 25 ພະຈິກ 2021 ຄົນເຈັບບໍ່ໄດ້ສະຕິ ຫຼັງຈາກລົ້ມຢູ່ບ້ານ, ຄອບຄົວໄດ້ພາ ໄປກວດຢູ່ໂຮງໝໍເມືອງ ແລະ ຖືກນຳສົ່ງມາຍັງສຸກເສີນຂອງໂຮງໝໍແຂວງວຽງຈັນ ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ, ໃນເວລາ 23:00 ໂມງ ຄົນເຈັບໄດ້ເສຍຊີິວິດ

2 ເພດຍິງ, ອາຍຸ 50 ປີ, ອາຊີບ ຄ້າຂາຍ, ບ້ານຫາດສະ, ເມືອງປາກທາ, ແຂວງບໍ່ແກ້ວ ພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເຄີຍຜ່າຕັດໜີ້ວໄຂ່ຫຼັງໄດ້ 10 ປີ ຜ່ານມາບໍ່ໄດ້ສັກວັກຊີນ ກັນໂຄວິດ -19 ວັນທີ 24 ພະຈິກ 2021 ມາໂຮງໝໍດ້ວຍອາການຊຸດໂຊມທາງລະບົບຫາຍໃຈ, ຕົນຕົວກໍ່າແຫຼ້,

ກະວົນກະວາຍ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອ ຄົນເຈັບເຂົ້າມາປິ່ນປົວຢູ່ຫ້ອງມໍລະສຸມ , ດ້ວຍລະບົບຫາຍໃຈຊຸດໂຊມ, ຕົນຕົວກໍ່າ ແຫຼ້, ກະວົນກະວາຍ, ວັດແທກຄວາມດັນບໍ່ໄດ້ ແລະ ອົກຊີຕໍ່າ. ຮອດ ວັນທີ 25 ພະຈິກ 2021.ຄົນເຈັບມີ ໄດ້ ເສຍ ຊີວິດ

3 ເພດຊາຍ, ອາຍຸ 49 ປີ, ອາຊີບ: ເຮັດນາ, ບ້ານໂພນສະຫວ່າງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ພະຍາດປະຈໍາຕົວ ໄຂ່ຫຼັງຊຸດໂຊມ. ຜ່ານມາໄດ້ສັກວັກຊີນກັນໂຄວິດ -19 ຄົບ. ວັນທີ 19 ພະຈິກ 2021 ຜູ້ກ່ຽວໄດ້ເຂົ້າມານອນປິ່ນປົວຢູ່ໂຮງໝໍແຂວງ ດ້ວຍອາການງ່ວງຊືມ ແລະ ບໍ່ໄດ້ສະຕິ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອ. ໄລຍະທີ່ນອນປິ່ນປົວຢູ່ມໍລະສຸມຂອງໂຮງໝໍດັ່ງກ່າວ ເປັນເວລາ 07 ວັນ ມາເວລາ 19:30 ໂມງ ຂອງວັນທີ 25 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.

4 ເພດຊາຍ, ອາຍຸ 73 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ ພະຍາດປະຈໍາຕົວ: 10 ປີ ຫລັງເປັນວັນນະໂລກປອດກິນຢາຄົບ, ເປັນເບົາຫວານ ແລະ ຄວາມດັນເລືອດສູງ ໄດ້ຢາສັກຢາວັກຊີນຄົບ ວັນທີ 15 ພະຈິກ 2021: ຄົນເຈັບມີໄອ ແຕ່ບໍ່ໄດ້ໄປກວດ

ວັນທີ 18 ພະຈິກ 2021 ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ ແລ້ວສົ່ງໄປສົ່ງສູນລ້ານຊ້າງ
ວັນທີ 19 ພະຈິກ 2021 ຜູ້ກ່ຽວມີອາການຫນັກລົງ ຫາຍໃຈຝືດ, ໄອ, ອົກຊີຕໍ່າ, ກະວົນກະວາຍ ຈຶ່ງໄດ້ຍ້າຍມາ ຕິດຕາມຢູ່ໂຮງຫມໍມິດຕະພາບ ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ ເປັນເວລາ 8 ວັນ ແລະ ຮອດເວລາ 06:10 ວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

5 ເພດຍິງ, ອາຍຸ 42 ປີ, ອາຊີບແມ່ເຮືອນ, ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ບໍ່ມີພະຍາດປະຈໍາຕົວ ແລະ ບໍ່ໄດ້ສັກຢາວັກຊີນ ວັນທີ 22 ພະຈິກ 2021 ກວດພົບຕິດເຊື້ອໂຄວິດ-19 ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍເມືອງປາກງື່ມ (ຫຼັງການຜ່າຕັດເກີດລູກເວລາ 00:00 ໂມງ 24 ພະຈິກ 2021 ທີ່ໂຮງໝໍເມືອງປາກງື່ມ). ໄດ້ສົ່ງຕໍ່ປິ່ນປົວທີ່ໂຮງໝໍມິດຕະພາບ

ເວລາ ຕໍ່ມາມີອາການຫາຍໃຈບໍ່ອິ່ມ, ຊັກ , ຄົນເຈັບກະວົນກະວາຍ ແລະ ບໍ່ໄດ້ສະຕິ ໄດ້ແຍ່ທໍ່ຊ່ວຍຫາຍໃຈ, ເວລາ 15:30 ນທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

6 ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ ພະຍາດປະຈໍາຕົວ ເບົາຫວານ
ໄດ້ຮັບສັກຢາວັກຊີນຄົບສອງເຂັມ, ຄົນເຈັບມີອາການບໍ່ສະບາຍ ມາໄດ້ປະມານສອງອາທິດ ແລະ ໄດ້ໄປຫາໝໍ ຫຼາຍຄຣິນິກ ແຕ່ອາການບໍ່ດີຂື້ນ

ວັນທີ 26 ພະຈິກ 2021: ຜູ້ກ່ຽວມາກວດ ຢູ່ໂຮງໝໍກະເສມລາດ ດ້ວຍອາການຖອກທ້ອງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ-19 ພົບເຊື້ອ ແລະ ເວລາຕໍ່ມາຄົນເຈັບໜັກລົງແພດໄດ້ຊ່ວຍປ້ຳຫົວໃຈ ແລະ ເຊີດຊູ ແຕ່ຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.

7 ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ
ພະຍາດປະຈໍາຕົວ ເບົາຫວານ ຫລາຍກວ່າ 03 ປີ ແລະ ຄວາມດັນເລືອດສູງ ກິນຢາປະຈໍາ, ໄດ້ສັກຢາວັກຊີນ ຄົບ
ວັນທີ 11 ພະຈິກ 2021 ຜົນກວດຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລະ ໄດ້ກັກໂຕ ຢູ່ໂຮງແຮມລະອອງດາວ
ມາຮອດທີ 13 ພະຈິກ 2021 ຄົນເຈັບ ມີອາການເມື່ອຍ ແລະ ຫາຍໃຈບໍ່ສະດວກຈີ່ງສົ່ງ ເຂົ້າມາປົວ ຢູ່ໂຮງໝໍເສດຖາທິລາດ ເປັນເວລາ 12 ວັນ ມາຮອດເວລາ 10:35 ນາທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.