ລາວເຮົາຖືກຈັດເປັນປະເທດ ມີອັດຕາການແຕ່ງດອງ ຂອງເດັກນ້ອຍສູງທີ່ສຸດໃນອາຊີຕາເວັນອອກ

764

ການແຕ່ງດອງ ຫຼື ການສ້າງຄອບຄົວ ແມ່ນເປັນທຳມະຊາດຂອງມະນຸດຢູ່ແລ້ວ ທີ່ຕ້ອງມີຄູ່ຄອງ ແລະ ທາຍາດສືບຕໍ່ ແຕ່ທຸກວັນນີ້ແມ່ນມີທັງຜູ້ບໍຕ້ອງການແຕ່ງງານຢາກຢູ່ເປັນໂສດໄປຕະຫຼອດຊາດ ແລະຍັງອີກຈຳນວນຫຼາຍທີ່ແຕ່ງງານກ່ອນໄວອັນຄວນ ກໍ່ຄືລຸ່ມ 18 ປີ ຕາມລາຍງານລະບຸວ່າ ສປປ ລາວ ແມ່ນມີຫຼາຍສຸດໃນ ອາຊີຕາເວັນອອກອີກດ້ວຍ.

ອົງການຊ່ວຍເຫຼືອເດັກນ້ອຍລາວລາຍງານວ່າ: ສປປ ລາວ ມີອັດຕາການແຕ່ງດອງຂອງເດັກນ້ອຍສູງທີ່ສຸດໃນອາຊີຕາເວັນອອກ ໂດຍກວມປະມານ 20% ຂອງເດັກຍິງທີ່ມີອາຍຸຕໍ່າກວ່າ 20 ປີທີ່ແຕ່ງດອງແລ້ວ ບວກກັບບັນທັດຖານທາງສັງຄົມໃນບາງກຸ່ມຊົນເຜົ່າໃນລາວ ເຊັ່ນ ມົ້ງ ແລະກຶມມຸ ທີ່ມີຄວາມເຊື່ອວ່າ ແມ່ຍິງຄວນແຕ່ງດອງກ່ອນອາຍຸ 17 ປີ.

ຄວາມສ່ຽງຂອງການແຕ່ງດອງກ່ອນໄວອັນຄວນນັ້ນມີຫຼາກຫຼາຍ ທີ່ສົ່ງຜົນກະທົບທັງທາງດ້ານສຸຂະພາບຂອງແມ່ ແລະເດັກ ລວມເຖິງປັນຫາທາງດ້ານເສດຖະກິດ, ການແຕ່ງດອງກ່ອນໄວອັນຄວນຍັງເປັນການບີບບັງຄັບໃຫ້ເດັກຍິງຈຳຕ້ອງອອກໂຮງຮຽນ ເຮັດໃຫ້ພວກເຂົາມີໂອກາດໜ້ອຍລົງໃນການໃຊ້ຊີວິດ ແລະສ່ຽງຕໍ່ການຖືກທຳຮ້າຍຮ່າງກາຍທີ່ຮຸນແຮງ.

ການປະຕິບັດທີ່ເປັນອັນຕະລາຍນີ້ ເປັນການປະຕິເສດສິດຂອງເດັກຍິງ ໃນການຕັດສິນໃຈທີ່ສຳຄັນ ກ່ຽວກັບສຸຂະພາບທາງເພດ ແລະຄວາມເປັນຢູ່ທີ່ດີຂອງພວກເຂົາ ຂະນະທີ່ເດັກຍິງຫຼາຍຄົນຖືພາໃນຕອນທີ່ຮ່າງກາຍຍັງບໍ່ພ້ອມ ເຊິ່ງເພີ່ມຄວາມສ່ຽງພາວະແຊກຊ້ອນໃນຊ່ວງການຖືພາ ແລະການເກີດລູກ ພາວະແຊກຊ້ອນດັ່ງກ່າວ ເປັນສາເຫດສຳຄັນຂອງການເສຍຊີວິດຂອງໄວຮຸ່ນຍິງທີ່ມີອາຍຸລະຫວ່າງ 15-19 ປີໃນທົ່ວໂລກ.
ຈາກ: ລາວໂພສ..