ເປ໊ບ ກວາດິໂອລາ ປະທັບໃຈ ແມນຊິຕີ້ ພິກຊະນະ ປາຣີສ ເຂົ້າຮອບ 16 ທີມໃນຢູຟາ ສໍາເລັດ

680

ເປ໊ບ ກວາດິໂອລາ ຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ສຸດປະທັບໃຈຟອມການຫຼິ້ນຂອງລູກທີມ ເມື່ອຮ່ວມໃຈກັນພິກເອົາຊະນະ ປາຣີສ ແຊງແຊກແມງ 2-1 ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ 2021-2022 ຮອບແບ່ງກຸ່ມໆ A ເມື່ອວັນທີ 24 ພະຈິີກ 2021.

ນັດດັ່ງກ່າວ ຄີລິຢັນ ເອັມບັບເປ ຍິງປະຕູໃຫ້ກັບ ປາຣີສ ແຊງແຊກແມງ ຂຶ້ນນໍາໄປກ່ອນ 1-0 ນາທີໆ 50, ແຕ່ຫຼັງຈາກນັນ ແມນເຊັສເຕີ ຊິຕີ້ ໄດ້ 2 ປະຕູລວດຈາກການຍິງຂອງ ຣາຮືມ ສະເຕີລິງ ນາທີໆ 63 ແລະ ກາບຣຽນ ເຊຊຸສ ນາທີໆ 76 ກ່ອນຈົບການແຂ່ງຂັນ ແມນເຊັສເຕີ ຊິຕີ້ ພິກເອົາຊະນະໄປ 2-0.

ຈາກຜົນດັ່ງກ່າວເຮັດໃຫ້ ແມນເຊັສເຕີ ຊິຕີ້ ເກັບເພີ່ມເປັນ 12 ຄະແນນຈາກ 5 ນັດຜ່ານເຂົ້າຮອບໃນຖານະແຊັມກຸ່ມຮຽບຮ້ອຍ ເພາະເຫຼືອການແຂ່ງຂັນພຽງ 1 ນັດ ເຊັ່ນດຽວກັບ ປາຣີສ ຜ່ານເຂົ້າຮອບໃນຖານະອັນດັບ 2 ຂອງກຸ່ມຈາກການມີ 8 ຄະແນນ, ສ່ວນ ໄລຊິກ ທີມຈາກເຢຍລະມັນ ກັບ ຄລັບ ບຣູຊ ທີມຈາກແບນຊິກ ມີ 4 ຄະແນນເທົ່າກັນ ຕ້ອງລຸ້ນອັນດັບ 3 ໃນນັດສຸດທ້າຍເພື່ອສິດໄປຫຼິ້ນ ຢູໂຣປາ ລີກ.

ຫຼັງຈົບກາານແຂ່ງຂັນ ກວາດິໂອລາ ກ່າວວ່າ: “ ມັນເປັນນັດທີ່ດີ, ພວກເຮົາຫຼິ້ນບານຈັງຫວະສຸດທ້າຍໄດ້ອັນຕະລາຍ ແລະ ພວກເຮົາກໍຫຼິ້ນໄດ້ໂດດເດັ່ນໃນເຄິ່ງເວລາທໍາອິດ ແຕ່ບໍ່ສາມາດສວຍໂອກາດໄດ້ ຫຼັງຈາກທີ່ພວກເຂົາໄດ້ປະຕູຂຶ້ນນໍາໄປກ່ອນ ພວກເຮົາກໍໄດ້ສຽງເຊຍຈາກແຟນບານຊ່ວຍສະໜັບສະໜູນ ແລະ ພວກເຮົາກໍພະຍາຍາມກັນຫຼາຍຄັ້ງ ແລະ ພວກເຮົາຫຼິ້ນບານສັ້ນມີຄຸນນະພາບ ຈົນໃນທີ່ສຸດກໍສາມາດພິກເອົາຊະນະ ພ້ອມກັບລາງວັນໄປຫຼິ້ນຮອບ 16 ທີມສຸດທ້າຍ ແນ່ນອນເປັນຜົນງານທີ່ພໍໃຈຫຼາຍ ”.