ເຕັກນິກການຫຼິ້ນກ໊ອຟ: ຮູ້ຈັກ ອົງສາໜ້າໄມ້ ( Loft Angle ) Driver ທີ່ມີອົງສາແບບໃດຊ່ວຍໃຫ້ຕີໄປໄກ

621

ໜັງສືພິມເສດຖະກິດ-ການຄ້າ ໄດ້ຮ່ວມມືກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ( lao country club golf course ) ສ້າງຄໍລໍ້າ ເຕັກນິກການຫຼິ້ນກ໊ອຟ ເພື່ອເປັນອີກໜຶ່ງຊ່ອງທາງສໍາລັບຄົນທີ່ຢາກຈະຫຼິ້ກກ໊ອຟ ແລະ ມືໃໝ່ ໄດ້ສຶກສາ, ຮຽນຮູ້ເຕັກນິກການຫຼິ້ນກ໊ອຟກ໊ອຟໃນຮູບແບບຕ່າງໆໄປນໍາກັນ ໃນແຕ່ລະອາທິດ.

ມື້ນີ້ຈະພາໄປຮູ້ຈັກ ອົງສາໜ້າໄມ້ ( Loft Angle ) ເປັນຕົວກໍານົດໄລຍະທີ່ສໍາຄັນວ່າ ຈະສາມາດສົ່ງລູກກ໊ອຟອອກຈາກໜ້າໄມ້ ໄດ້ຕາມໄລຍະທີ່ຕ້ອງການ ເພາະຄວາມໄວຫົວໄມ້ (Club Head Speed) ທີ່ຕ່າງກັນຍ່ອມມີໄລຍະທີ່ຕ່າງກັນ, ແຕ່ອົງສາໜ້າໄມ້ທີ່ເໝາະສົມກັບຈັງຫວະສະວິງ ແລະ ຄວາມໄວຫົວໄມ້ ຈະສາມາດຊ່ວຍໃຫ້ທ່ານໄດ້ໄລຍະສູງສຸດ (Optimum Distance) ເທົ່າທີ່ນັກກ໊ອຟສາມາດເຮັດໃຫ້ໃນແຕ່ລະຄົນ.

ອົງສາໜ້າໄມ້ຂອງ Driver ທີ່ບອກ ຫຼື ໝາຍຢູ່ເທິງຫົວໄມ້ (Sole) ເຊັ່ນ 9,5 ຫຼື 10,5 ອົງສານັ້ນ ແຕ່ພໍເຂົ້າເຄິື່ອງວັດແທກອົງສາໜ້າໄມ້ແທ້ໆແລ້ວ ອອກມາເປັນ 12 ອົງສາ ຫຼື ບາງທ່ານຄິດວ່າ ມີອົງສາໜ້າໄມ້ 8,5 ຫຼື 9 ອົງສາ ຈະເຮັດໃຫ້ໄດ້ການຕີລູກກ໊ອຟອອກຕົວໄດ້ພຸ່ງຕໍ່າກວ່າ ແລະ ມີໄລຍະລອຍຢູ່ເທິງອາກາດຕໍ່າກວ່າ ແຕ່ກັບໄດ້ອົງສາໜ້າໄມ້ສູງ ເປັນ 11 ຫຼື 12 ອົງສາກໍພົບເຫັນຢູ່ເລື່ອຍໆ.

ຖ້າຫາກທ່ານສັງເຫດວ່າ Driver ຂອງທ່ານມີອົງສາທີ່ຕໍ່າແລ້ວ ແຕ່ເວລາຕີອອກໄປແລ້ວ ກັບມຸນສູງ ເຊິ່ງບາງທ່ານກໍອາດຈະມຶນງົງວ່າເປັນເພາະສາເຫດໃດ ແລະ ຢາກຈະປ່ຽນອຸປະກອນໃໝ່ ທັງກ້ານ ແລະ ຫົວໄມ້ ເພື່ອໃຫ້ໄດ້ຕາມຕ້ອງການ.
ອົງສາໜ້າໄມ້ ( Loft Angle ) ເປັນຫຼັກການຄວບຄຸມ ໃຫ້ມຸນພຸ່ງສູງ ( Launch Angle ) ເຊິ່ງເປັນທີ່ມາຂອງໄລຍະທີ່ຕາມມາ ຖ້າຫາກມີຄວາມໄວຫົວໄມ້ທີ່ຕໍ່າ (Slow Club Head Speed) ປະມານ 80 MPH ລົງມາ ແລະ ຕ້ອງການ Driver ທີ່ມີ ມູມຂອງອົງສາໜ້າໄມ້ ( Loft ) ທີ່ຕໍ່າເພື່ອຄິດວ່າ ອົງສາທີ່ຕໍ່າຈະຊ່ວຍໃຫ້ລູກກ໊ອຟຢູ່ໃນໄລຍະທີ່ທີ່ລູກລອຍຢູ່ກາງອາກາດ (Carry) ໄດ້ຫຼາຍ Loft ທີ່ສູງ ເຊິ່ງສິ່ງນີ້ຫຼາຍຄົນເຂົ້າໃຈ ແລະ ຄິດຜິດ ເພາະຄວາມໄວຫົວໄມ້ລະດັບທີ່ຕໍ່າຢ່າງນັ້ນ ບໍ່ສາມາດມີອັດຕາການສະປິນທີຊ່ວຍໃຫ້ລູກກ໊ອຟລອຍ ຫຼື ມຸມພຸ່ງໃຫ້ສູງຂຶ້ນໄດ້ (High Launch Angle) ເຊິ່ງເປັນທີ່ມາຂອງໄລຍະທີ່ເພີ່ມຂຶ້ນ ເທົ່າທີ່ສົມຄວນໄດ້ ເຊິ່ງແຕກຕ່າງກັບນັກກ໊ອຟທີ່ມີຄວາມໄວຫົວໄມ້ທີ່ສູງ (Fast Club Head Speed) ຈະມີອັດຕາການສະປິນທີ່ສູງໂດຍທໍາມະຊາດຢູ່ແລ້ວ ສາມາດຍົກລູກກ໊ອຟໃຫ້ລອຍໄດ້ຢ່າງບໍ່ຕ້ອງກັງວົນ ແຕ່ຈໍາເປັນຕ້ອງຫຼຸດອົດຕາການສະປິນທີ່ສູງເກີນໄປ ທີ່ເຮັດໃຫ້ລູກກ໊ອຟຕົກບໍ່ມຸນຕໍ່ ຫຼື ຕົກແລ້ວຢຸດທັນທີ ໃນ Driver ຈໍາເປັນຕ້ອງຫາ Driver ທີ່ມີອົງສາໜ້າໄມ້ທີ່ຕໍ່າລົງຈາກປົກກະຕິ ແລະ ຫາກ້ານທີ່ມີປາຍແຂງ (Tip Stiff) ຄວບຄູ່ກັນມາໃຊ້ ເພື່ອຫຼຸດການສະປິນທີ່ບໍ່ຈໍາເປັນ ທີ່ເຮັດໃຫ້ໄດ້ໄລຍະເພີ່ມຂຶ້ນ.

ສິ່ງທີ່ຄວນກໍາໃຫ້ໄດ້ຄື ການທີ່ມີຄວາມໄວຫົວໄມ້ທີ່ຕໍ່າ (Low Speed) ແຕ່ກັບຕ້ອງການອົງສາໜ້າໄມ່ທີ່ຕໍ່າ (Low Loft Angle) ນໍາດ້ວຍ ກໍຈະບໍ່ຊ່ວຍໃຫ້ສ້າງອັດຕາການສະປິນ ແລະ ມຸມພຸ່ງຂຶ້ນສູງຂຶ້ນໄດ້ເລີຍ ແລະ ໄລຍະທີ່ໄດ້ກໍບໍ່ໄດ້ເຕັມປະສິດທິພາບທີ່ຄວນຈະໄດ້. ດັ່ງນັ້ນ, ຄວນນໍາໄມ້ກ໊ອຟນັ້ນໄປກວດເຊັກອົງສາໜ້າໄມ້ ຫຼື ຈຸດດີດກ້ານ (Shaft Bend Profile) ກັບຊ່າງ ເບິ່ງວ່າເປັນຍ້ອນຫຍັງ ແລະ ຄວນແກ້ໄຂແບບໃດ ກ່ອນຕັດສິນໃຈປ່ຽນອຸປະກອນອີກຄັ້ງ.
ທີ່ມາ: https://tomiyaclubfitting.blogspot.com/2012/01/driver-loft-angle.html