ສະເໜີອະໄພຍະໂທດ ໃຫ້ນັກໂທດທີ່ປະຕິບັດໂຕດີຈຳນວນ 2.017 ຄົນໃນປີນີ້

679

ກົດໝາຍບ້ານເມືອງ ແມ່ນເປັນສິ່ງທີ່ທຸກຄົນຕ້ອງໄດ້ປະຕິບັດ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແຕ່ໃນຂະນະດຽວກັນ ເມື່ອນຳຜູ້ກະທຳຜິດໄປປະຕິບັດໂທດຕາມກົດໝາຍເມື່ອປະພດປະຕິບັດຕົນດີກໍ່ຕ້ອງມີການຫຼຸດຜ່ອນໂທດໃຫ້ຕາມແຕ່ລະກໍລະນີ.

ສຳລັບປີ 2021 ນີ້, ຜ່ານ ການກວດກາຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ, ພາວະວິໄສຂອງເຈົ້າ ໜ້າທີ່ອົງການຕຸລາການ ແລະ ຍຸຕິທຳ ລັດຖະບານ ມີນະໂຍບາຍ ສະເໜີອະໄພຍະໂທດ ໃຫ້ນັກໂທດ ຜູ້ທີ່ມີຜົນງານດີເພື່ອສະເໜີຕໍ່ປະທານປະເທດ ອະໄພຍະໂທດ ໃຫ້ນັກໂທດທັງໝົດຈຳນວນ 2.017 ຄົນ, ຍິງ 284 ຄົນ, ຄົນ ຕ່າງປະເທດ 27 ຄົນ, ຍິງ 5 ຄົນ.

ໃນນີ້, ໃຫ້ອະໄພຍະໂທດດ້ວຍ ການຫຼຸດຜ່ອນໂທດ ຈຳນວນ 2.005 ຄົນ, ຍິງ 281 ຄົນ, ຕ່າງປະເທດ 27 ຄົນ, ຍິງ 5 ຄົນ, ອະໄພຍະໂທດປ່ອຍຕົວຈຳນວນ 12 ຄົນ, ຍິງ 3 ຄົນ, (ບໍ່ມີຄົນ ຕ່າງປະເທດ).

ໃນວັນທີ 22 ພະຈິກນີ້, ທີ່ອົງ ການໄອຍະການ ປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນປະທານຄະນະກຳ ມະການອະໄພຍະໂທດລະດັບຊາດ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ຄະນະກໍາມະ ການອະໄພຍະໂທດແຕ່ສູນກາງ ຮອດທ້ອງຖິ່ນ ແລະ ຜູ້ມີສ່ວນຮ່ວມ ທຸກໆທ່ານຂົງເຂດຕຸລາການ ແລະ ຍຸຕິທໍາ ໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໂດຍປະຕິບັດແນວທາງນະໂຍບາຍຂອງພັກ ກໍຄືລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການ ໃຫ້ອະໄພ ຍະໂທດ, ແຕ່ລະປີ ລັດຖະບານ ກໍໄດ້ມີນະໂຍບາຍສະເໜີອະໄພຍະໂທດໃຫ້ແກ່ນັກໂທດຜູ້ທີ່ມີຜົນ ງານດີ, ມີຄວາມກ້າວໜ້າໃນເວລາປະຕິບັດໂທດ ຖືກຕ້ອງຕາມ ແນວທາງນະໂຍບາຍມະນຸດສະທຳ.

ປະທານປະເທດ ໄດ້ອອກລັດຖະດໍາລັດວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 19 ພະຈິກ 2021 ເນື່ອງໃນໂອກາດວັນ ສະຖາປະນາສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (ວັນ ຊາດທີ 2 ທັນວາ).

ທ່ານໃຫ້ຮູ້ຕື່ມວ່າ: ວຽກງານອະໄພຍະໂທດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ສະແດງໃຫ້ເຫັນແນວທາງ ແລະ ນະໂຍບາຍອັນຖືກຕ້ອງເປັນທຳຂອງພັກປະຊາ ຊົນປະຕິວັດລາວ ຕໍ່ພົນລະເມືອງ ທີ່ມີການກະທຳຜິດທາງກົດໝາຍ ເພື່ອສຶກສາອົບຮົມຜູ້ທີ່ຫຼົງຜິດ ໃຫ້ກາຍເປັນພົນລະເມືອງດີຂອງ ຊາດ ເພື່ອໃຫ້ບຸກຄົນດັ່ງກ່າວ ມີໂອກາດມາຮ່ວມກັນສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະ ເລີນກ້າວໜ້າຕໍ່ໄປ

ພາບປະກອບຈາກອິນເຕີເນັດ.