ສຳນັກຂ່າວ Tass ຂອງຣັດເຊຍ ກຽມເປີດສຳນັກງານຢູ່ສະຖານີອາວະກາດນານາຊາດ

512

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ສຳ​ນັກ​ຂ່າວ​ທາ​ສ (Tass) ຂອງ​ຣັດ​ເຊຍ ໄດ້​ລົງ​ນາມ​ຮ່ມ​ມື​ກັບ​ອົງ​ການ​ອາ​ວະ​ກາດ​ສະ​ຫະ​ພັນ​ຣັດ​ເຊຍ (Roscosmos) ເພື່ອ​ເປີດ​ສຳ​ນັກ​ງານ​ຕົວ​ແທນ​ຖາ​ວອນ​ຢູ່​ສະ​ຖາ​ນີ​ອາ​ວະ​ກາດ​ນາ​ນາ​ຊາດ (ISS).

ທ່ານ ເຊີ​ເກ້ ມີ​ໄຄ​ລັອ​ຟ ຜູ້​ອຳ​ນວຍ​ການ​ສຳ​ນັກ​ຂ່າວ ທາ​ສ ກ່າວ​ວ່າ: ນັກ​ຂ່າວ​ອາ​ວະ​ກາດຄົນ​ທຳ​ອິດ​ຂອງ​ພວກ​ເຮົາ​ແມ່ນ ທ່ານ ອາ​ເລັກ​ຊານ​ເດີ ມີ​ຊູ​ກິ້ນ ນັກ​ບິນ​ອາ​ວະ​ກາດ​ຂອງ​ຣັດ​ເຊຍ ໂດຍ​ມີ​ກຳ​ນົດ​ເດີນ​ທາງ​ຈາກ​ສູນ​ປ່ອຍ​ອາ​ວະ​ກາດ​ໄບ​ໂຄ​ນູ ຄອ​ສ​ໂມ​ໂດ​ຣມ ໃນ​ຄາ​ຊັກ​ສະ​ຖານ ໄປ​ຍັງ​ສະ​ຖາ​ນີ​ອາ​ວະ​ກ​າດ​ນາ​ນາ​ຊາດ​ໃນ​ວັນ​ທີ 8 ທັນ​ວາ 2021ດ້ວຍ​ຍານ​ອາ​ວະ​ກາດ​ໂຊ​ຢຸ​ສ MS-20 ເພື່ອ​ປະ​ຕິ​ບັດ​ພາ​ລະ​ກິດ​ເຊີງ​ການ​ຄ້າ ພ້ອມ​ກັບ​ມະ​ຫາ​ເສດ​ຖີ​ຊາວ​ຍີ່​ປຸ່ນ ແລະ ຜູ້​ຊ່ວຍ​ຂອງ​ລາວ.

ທ່ານ ເຊີ​ເກ້ ມີ​ໄຄ​ລັອ​ຟ ກ່າວ​ອີກວ່າ: ຮູ້​ສຶກ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຈະ​ໄດ້​ມີ​ໂອ​ກາດ​ເຮັດ​ວຽກ​ຮ່ວມ​ກັບ​ນັກ​ບິນ​ອາ​ວະ​ກາດ​ຂອງ​ຣັດ​ເຊຍ, ພວກ​ເຮົາ​ລໍ​ຖ້າ​​ຮັບເອົາ​ຂໍ້​ມູນ​ຂ່າວ​ສານ ແລະ ຄ​ລິບ​ວີ​ດີ​ໂອ​ທີ່​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ ຈາກ​ສະ​ຖາ​ນີ​ອາ​ວະ​ກາດ ເພື່ອ​ນຳ​ມາ​ເຜີຍ​ແຜ່​ໃຫ້​ສັງ​ຄົມ​ໄດ້​ຮັບ​ຮູ້.

ທ່ານ ດີ​ມີ​ທ​ຣີ ໂຣ​ໂກ​ຊິນ ຫົວ​ໜ້າອົງ​ການ​ອາ​ວະ​ກາດ​ຣັດ​ເຊຍ ກ່າວ​ວ່າ: ການ​ຮ່ວມ​ມື​ດັ່ງ​ກ່າວ​ບໍ່​ຖື​ວ່າ ເປັນ​ການ​ຟູມ​ເຟືອຍ ເນື່ອງ​ຈາກວ່າ ນັກ​ບິນ​ອາ​ວະ​ກາດຫຼາຍ​ຄົນ​ໄດ້​ບັນ​ທຶກ​ພາ​ບ​ການ​ເຮັດ​ກິດ​ຈະ​ກຳ​​ໃນ​ວົງ​ໂຄ​ຈອນ​ຂອງ​ພວກ​ເຂົາເປັນ​ປະ​ຈຳ​ຢູ່​ແລ້ວ.

ພວກ​ເຮົາ​ຕັ້ງ​ໃຈ​ໃຫ້​ປະ​ຊາ​ຊົນ​ທັງ​ໃນ​ຣັດ​ເຊຍ ແລະ ຕ່າງ​ປະ​ເທດ​ເຂົ້າ​ໃຈ​ວ່າ ການ​ສຳຫຼວດ​ອາ​ວະ​ກາດ ເປັນ​ການ​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ ຄວາມ​ບໍ່​ໜ້າ​ເຊື່ອ ແລະ ການ​ລ້ຳ​ຍຸກ​ລ້ຳ​ສະ​ໄໝ ເຖິງວ່າ​ການ​ສຳຫຼວດ​ອາ​ວະ​ກາດ ຈະ​ມີ​ພຽງ​ແຕ່​ຜູ້​ກ້າ​ບໍ່​ພໍ​ເທົ່າ​ໃດ​ຄົນ ແຕ່​ຢາກ​ໃຫ້​ຄຳ​ນຶງ​ເຖິງວ່າ ການ​ສຳຫຼວດ​ອາ​ວະ​ກາດ ເປັນ​ການ​ສຳຫຼວດ​ເພື່ອມວນ​ມະ​ນຸດ​ຊາດ, ເພື່ອ​ສັງ​ຄົມ ແລະ ນຳ​ສະ​ເໜີ​ເລື່ອງ​ອາ​ວະ​ກາດ​ຕາມ​ຄວາມ​ເປັນ