ໂຕໂຍຕ້າ ຊີ້ຫຼາຍປະເທດ ຍັງບໍ່ພ້ອມຍົກເລີກການນຳໃຊ້ລົດກິນນ້ຳມັນ

414

ສຳ​ນັກ​ຂ່າວ​ຣອຍ​ເຕີ ລາຍ​ງານ​ວ່າ ບໍ​ລິ​ສັດ​ໂຕ​ໂຍ​ຕ້າ ເປີດ​ເຜີຍ​ວ່າ ຫຼາຍ​ປະ​ເທດ​ໃນ​ໂລກ ຍັງ​ບໍ່​ພ້ອມ​ປ່ຽນ​ໄປ​ນຳ​ໃຊ້​ລົດ​ຍົນ​ທີ່​ປອດ​ມົນ​ລະ​ພິດ ຈຶ່ງ​ເຮັດ​ໃຫ້​ໂຕ​ໂຍ​ຕ້າ ບໍ່​ຮ່ວມ​ລົງ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ອີກ 6 ຄ້າຍ​ລົດ ວ່າ​ຈະ​ຍົກ​ເລີກ​ຜະ​ລິດ​ລົດ​​ທີ່ນຳ​ໃຊ້​ ນ້ຳ​ມັນ ໃນ​ປີ 2040.

ໂຕ​ໂຍ​ຕ້າ ເປີດ​ເຜີຍ​ວ່າ ​ຖ້າ​ຫາກວ່າ ຫຼາຍ​ປະ​ເທດ ມີ​ຄວາມພ້ອມ​ໂຄງ​ສ້າງ​ດ້ານ​ພະ​ລັງ​ງານ ແລະ ສະ​ຖາ​ນີ​ສາກ​ພະ​ລັງ​ງານ ຕະຫຼອດ​ຮອດ​ດ້ານ​ເສດ​ຖະ​ກິດ ແລະ ຜູ້​ບໍ​ລິ​ໂພກ, ໂຕ​ໂຍ​ຕ້າ ກໍ​ພ້ອມ​ຮ່ວມ​ສົ່ງ​ເສີມ ແລະ ສະ​ໜັບ​ສະ​ໜູນ​ການ​ປ່ຽນ​ແປງ​ດ້ວຍ​ການ​ຜະ​ລິດ ແລະ ສົ່ງ​ລົດ​​ເຂົ້າ​ສູ່​ຕະຫຼາດ.

ແນວ​ໃດ​ກໍ​ຕາມ ຫຼາຍ​ປ​ະ​ເທດ, ຫຼາຍ​ພື້ນ​ທີ່​ໃນ​ທະ​ວີບ​ອາ​ຊີ, ອາ​ຟ​ຣິກ​ກາ ແລະ ຕາ​ເວັນ​ອອ​ກ​ກາງ​ນັ້ນ​​ສະ​​ພາບ​ແວດລ້ອມ​ອາດ​ຍັງ​ບໍ່​ເໝາະ​ສົມ​ແກ່​ການ​ຜັກ​ດັນ​ການ​ຂົນ​ສົ່ງ​ໄຮ້​ມົນ​ລະ​ພິດ ເຊິ່ງ​ພວກ​ເຮົາ​ຄິດ​ວ່າ ຕ້ອງ​ໃຊ້​ເວ​ລາ​ໃນ​ການ​ພັດ​ທະ​ນາ​ຕໍ່​ໄປ, ດັ່ງ​ນັ້ນ ໂຕ​ໂຍ​ຕ້າ ຈຶ່ງ​ຍັງ​ບໍ່​ສາ​ມາດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໄດ້​ໃນ​ຂະ​ນະ​ນີ້.