ອ້າຍທະຫານກອງຮ້ອຍ 204 ຮ່ວມແຮງກັບຊາວບ້ານຄຳປ່າແໜແປງເສັ້ນທາງທີ່ເປ່ເພ

433

ຖືວ່າເປັນສິ່ງທີ່ດີ ສໍາລັບກອງຮ້ອຍປະຕິບັດງານ 204 ນອກຈາກຈະເຄື່ອນໄຫວວຽກງານສະເພາະຂອງຕົນເອງແລ້ວນັ້ນ ຍັງສ້າງຜົນງານຫຼາຍດ້ານ ອອກແຮງຊ່ວຍເຫຼືອປະຊາຊົນເປັນກ້ອນກຳລັງແຮງໃນການສ້າງສາພັດທະນາປະເທດຊາດສົມຊື່ຊາຍຊາດທະຫານ ໂດຍສະເພາະການບູລະນະເສັ້ນທາງທີ່ສັນຈອນໄປມາເປັນປະຈຳ.

ໃນວັນທີ 4 ພະຈິກ 2021 ຜ່ານມານີ້, ກອງຮ້ອຍປະຕິບັດງານ 204 ຮ່ວມກັບ ອົງການຈັດຕັ້ງ ພໍ່ແມ່ປະຊາຊົນ ບ້ານ ຄຳປ່າແໜ ເມືອງ ຊົນນະບູລີ ແຂວງ ສະຫວັນນະເຂດ ຈັດຕັ້ງອອກແຮງງານອະນາໄມລວມ, ໂດຍການຊີ້ນຳ – ນຳພາຂອງ ສະຫາຍ ພັນໂທ ວົງໄພບູນ ນີລາວົງ ເລຂາໜ່ວຍພັກ ຫົວໜ້າການເມືອງກອງຮ້ອຍປະຕິບັດງານ 204 ແລະ ທ່ານ ກິເປົ້າ ເພັດສະລາດ ຮອງນາຍບ້ານຄຳປ່າແໜ, ມີພະນັກງານຮາກຖານ 204, ອົງການຈັດຕັ້ງບ້ານ, ພ້ອມດ້ວຍປະຊາຊົນບ້ານ ຄຳປ່າແໜເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນໂທ ວົງໄພບູນ ນີລາວົງ ຫົວໜ້າການເມືອງກອງຮ້ອຍປະຕິບັດງານ 204 ໃຫ້ຮູ້ວ່າ: ການອອກແຮງງານລວມໃນຄັ້ງນີ້, ມີພະນັກງານຮາກຖານ 204 ເຂົ້າຮ່ວມ 7 ສະຫາຍ, ມີພໍ່ແມ່ປະຊາຊົນ, ຊາວໜຸ່ມ – ແມ່ຍິງເຂົ້າຮ່ວມທັງໝົດ 72 ຄົນ, ຍິງ 12 ຄົນ, ໄດ້ອານາໄມຕາມເສັ້ນທາງໄລຍະແຕ່ສົ້ນບ້ານ ຮອດ ຫົວບ້ານ ປະມານ 3 ກິໂລແມັດ

ໂດຍການຖາງປ່າຫຍ້າ, ເສຍຫຍ້າຕາມແຄມທາງ, ແປງທາງທີ່ເປັນຂຸມ, ເປັນບວກ, ທາງຂາດຖືກນ້ຳເຊາະເຈື່ອນ, ໂດຍການຂຸດດິນຕາມແຄມທາງຂຶ້ນມາຖົມ ເພື່ອໃຫ້ທາງໄປມາສະດວກ, ສະອາດງາມຕາ ເປັນລະບຽບຮຽບຮ້ອຍ ແລະ ຈົບງາມຂຶ້ນຕື່ມ ທັງນີ້ກໍ່ເພື່ອເປັນການສ້າງຂະບວນການ ສ້າງຜົນງານ ຂ່ຳນັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 46 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົຮອບ 73 ປີ, ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ.