ຮຽນຮູ້ການຫຼິ້ນກີລາກ໊ອຟ: ກະຕິກາການແຂ່ງຂັນ ແລະ ການນັບຄະແນນ

364

ສືບເນື່ອງມາຈາກ ໜັງສືພິມເສດຖະກິດ-ການຄ້າ ໄດ້ຮ່ວມມືກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ( lao country club golf course ) ສ້າງຄໍລໍາ ການຫຼິ້ນກ໊ອຟ ເພື່ອເປັນອີກໜຶ່ງຊ່ອງທາງສໍາລັບຄົນທີ່ຢາກຈະຫຼິ້ກກ໊ອຟ ແລະ ມືໃໝ່ ໄດ້ສຶກສາ, ຮຽນຮູ້ການຫຼິ້ນກ໊ອຟກ໊ອຟ ແລະ ເຕັກນິກຕ່າງໆໄປນໍາກັນ ໃນແຕ່ລະອາທິດ ເຊິ່ງກ່ອນໜ້ານີ້ພວກເຮົາແນະນໍາອຸປະກອນການຫຼິ້ນກ໊ອຟທີ່ຕ້ອງມີກ່ອນຈະຮຽນຫຼິ້ນກີລາປະເພດນີ້.

ເຊິ່ງ 2 ບົດກ່ອນໜ້ານີ້ພວກເຮົາແນະນໍາ ອຸປະກອບສໍາລັບການຫຼິ້ນກ໊ອຟ ແລະ ສະໜາມກ໊ອຟ ໄປຫາອ່ານໄດ້ໃນສະບັບກ່ອນໜ້ານີ້ ໂດຍມື້ນີ້ຈະໄປຮູ້ຈັກກະຕິກາການແຂ່ງຂັນ ແລະ ການນັບຄະແນນ ກີລາກ໊ອຟ ດັ່ງນີ້:
ກ່ອນອື່ນໄປເບິ່ງ ສະໜາມກ໊ອຟ ຈະປະກອບມີທັງໝົດ 18 ຂຸມ ເຊິ່ງສ່ວນໃຫຍ່ຈະແບ່ງເປັນ
-ພາ 3 ຈໍານວນ 4 ຂຸມ ໄລຍະມາດຕະຖານຂອງພາ 3 ບໍ່ເກີນ 250 ຫຼາ ຖ້າຜູ້ຫຼິ້ນຕີອອກຈາກຈຸດເລີ່ມຈົນກະທັ້ງລູກລົງຂຸມຈໍານວນຕີ 3 ຄັ້ງ ກໍເທົ່າກັບວ່າມີຄວາມສາມາດຕີໄດ້ເທົ່າກັບຄະແນນມາດຕະຖານຂອງຂຸມນີ້ ເອີ້ນວ່າເຮັດພາໄດ້.
-ພາ 4 ຈໍານວນ 10 ຂຸມ ໄລຍະມາດຕະຖານຂອງພາ 4 ຢູ່ລະຫວ່າງ 251-480 ຫຼາ
-ພາ 5 ຈໍານວນ 4 ຂຸມ ໄລຍະມາດຕະຖານຂອງພາ 5 ຫຼາຍກວ່າ 481 ຫຼາ ຂຶ້ນໄປ

ເມື່ອລວມຈໍານວນຂອງພາຈະເທົ່າກັບ 72 ພາ ໝາຍເຖິງສະໜາມອອກແບບມາໃຫ້ນັກກ໊ອຟຕີຕາມຈໍານວນຄັ້ງທັງໝົດ 72 ຄັ້ງ ເມື່ອຫຼິ້ນຄົບ 18 ຂຸມ ເຊິ່ງຖ້ານັກກ໊ອຟຕີເກີນຈໍານວນພາທີ່ກໍານົດຈະເອີ້ນວ່າ ໂອເວີພາ ເຊັ່ນຕີໄປ 82 ຄັ້ງ ເມື່ອຫຼິ້ນຄົບ 18 ຂຸມເອີ້ນວ່າ ໄດ້ຄະແນນ 10 ໂອເວີພາ ກົງກັນຂ່າມ ຖ້າຫາກນັກກ໊ອຟຕີໄດ້ໜ້ອຍກວ່າພາທີ່ກໍານົດ ເອີ້ນວ່າ ອັນເດີພາ ເຊັ່ນເຮັດໄດ້ 69 ຄັ້ງເມື່ອຫຼິ້ນຄົບ 18 ຂຸມ ເອີ້ນວ່າ 3 ອັນເດີພາ.

ເຊິ່ງສັບທີ່ມັນໄດ້ຫຼິ້ນຫຼາຍທີ່ສຸດໃນການແຂ່ງຂັນກ໊ອຟມີດັ່ງນີ້:
-ເບີດີ ( Birdie ) ຈະເອີ້ນເມື່ອເວລານັກກ໊ອຟຕີ້ໄດ້ ຕໍ່າກວ່າຈໍານວນຄັ້ງໃນການຕີໃນຂຸມນັ້ນໆ ( ພາ )ເຊັ່ນຂຸມພາ 4 ແຕ່ຕີລົງຂຸມໄດ້ພຽງ 3 ຄັ້ງ ຈະໄດ້ຄະແນນ 1 ອັນເດີພາ
-ອີເກິລ ( Eagle ) ຈະເອີ້ນເມື່ອເວລານັກກ໊ອຟຕີໄດ້ ຕໍ່າກວ່າຈໍານວນຄັ້ງໃນການຕີໃນຂຸມນັ້ນໆ ( ພາ )ເຖິງ 2 ຄັ້ງ ເຊັ່ນຂຸມ 4 ພາແຕ່ຕີລົງຂຸມໃນຈໍານວນ 2 ຄັ້ງ ຈະໄດ້ຄະແນນ 2 ອັນເດີພາ
-ອັລບາດຣອສ (Albatross) ຈະເອີ້ນເມື່ອເວລານັກກ໊ອຟຕີໄດ້ຕໍ່າກວ່າ ຈໍານວນຄັ້ງໃນການຕີໃນຂຸມນັ້ນໆ ( ພາ ) ເຖິງ 3 ຄັ້ງ ເຊັ່ນຂຸມ 5 ພາຕີລົງຂຸມໃນຈໍານວນ 2 ຄັ້ງ ຈະໄດ້ 3 ອັນເດີພາ.

-ໂຮລ ອິນ ວັນ ( Hole in one ) ຈະເອີ້ນເມື່ອເວລານັກກ໊ອຟຕີລົງຂຸມ ພາຍໃນຄັ້ງດຽວ
-ໂບກີ້ ( Bogey ) ຈະເອີ້ນເມື່ອເວລານັກກ໊ອຟຕີເກີນກວ່າ ຈໍານວນຄັ້ງໃນການຕີໃນຂຸມນັ້ນໆ ( ພາ ) ໄປ 1 ຄັ້ງ ເຊັ່ນພາ 4 ແຕ່ຕີໄປເຖິງ 5 ຄັ້ງຈິ່ງລົງຂຸມ.
-ດັບເບິລໂບກີ້ ( Double Bogey ) ຈະເອີ້ນເມື່ອເວລານັກກ໊ອຟຕີເກີນກວ່າ ຈໍານວນຄັ້ງໃນການຕີໃນຂຸມນັ້ນໆ ( ພາ ) ໄປ 2 ຄັ້ງ ເຊັນພາ 4 ແຕ່ຕີໄປເຖິງ 6 ຄັ້ງຈິ່ງລົງຂຸມ.