4 ບັນຫາພົ້ນເດັ່ນ ສສຊ ສະເໜີໃຫ້ອົງການກວດກາ ແລະ ກວດສອບແຫ່ງຊາດ ເອົາໃຈໃສ່

512

ໃນວັນທີ 8 ພະຈິກ 2021 ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນການພິຈາລະນາວຽກງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໄລຍະວັນທີ 5-6 ພະຈິກ 2021.


ທ່ານ ສົມມາດ ພົນເສນາ ກ່າວວ່າ: ເພື່ອໃຫ້ຮັບຊາບກ່ຽວກັບ ການດໍາເນີນກອງປະຊຸມສະພາແຫ່ງຊາດ ໃນລະຫວ່າງວັນທີ 5 ຫາ 6 ພະຈິກ 2021 ທີ່ໄດ້ຄົ້ນຄວ້າພິຈາລະນາ ວຽກງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງ ໂດຍກອງປະຊຸມໄດ້ຮັບຟັງບົດລາຍງານ ຈໍານວນ 2 ສະບັບ ຈາກປະທານຂອງ 2 ອົງການຄື: 1) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການປະຈຳປີ 2022; ການກວດກາຕາມຜົນການກວດສອບ ປີ 2019 ແລະ 2) ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022; ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020.


ເນື້ອໃນເອກະສານ 2 ສະບັບ ດັ່ງກ່າວ ລ້ວນແລ້ວແຕ່ເປັນບັນຫາສໍາຄັນ, ຕິດພັນກັບການແກ້ໄຂວາລະແຫ່ງຊາດ ແລະ ວຽກງານຂອງອົງການລັດ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານຈາກ 2 ອົງການແລ້ວ, ກອງປະຊຸມ ໄດ້ມອບໃຫ້ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂຶ້ນມີຄຳເຫັນຕໍ່ບົດລາຍງານດັ່ງກ່າວ. ພ້ອມນັ້ນທ່ານປະທານກອງປະຊຸມໄດ້ເຈາະຈີ້ມເພື່ອເປັນທິດທາງ ໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນຢ່າງມີຈຸດສຸມຕໍ່ ບົດລາຍງານ 2 ສະບັບ, ໂດຍໄດ້ສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ນຳໄປສືບຕໍ່ປັບປຸງແກ້ໄຂ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າເຊິ່ງມີບັນດາ ສສຊ ປະກອບຄຳເຫັນ 29 ເທື່ອຄົນ ແລະ ຍິງ 6 ເທື່ອຄົນ.

ທ່ານຮອງປະທານສະພາແຫ່ງຊາດ ກ່າວວ່າ: ຄຳເຫັນຂອງບັນດາ ສສຊ ໄດ້ມີການສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທັງ 2 ອົງການ ທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດຂອງຕົນ ຕາມກົດໝາຍຢ່າງຕັ້ງໜ້າ ເຮັດໃຫ້ສາມາດແກ້ໄຂບັນຫາການສໍ້ລາດບັງຫຼວງໃນຖັນແຖວພະນັກງານລັດ, ຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນຂອງຫົວໜ່ວຍງົບປະມານລັດ ແລະ ເກັບກູ້ຄືນໄດ້ຜົນເສຍຫາຍທາງດ້ານການເງິນ ແລະ ວັດຖຸເຂົ້າງົບປະມານລັດ ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ. ພ້ອມນັ້ນ ສສຊ ກໍໄດ້ສະແດງຄວາມເປັນຫ່ວງ, ເປັນໃຍ ແລະ ສະເໜີໃຫ້ເອົາໃຈໃສ່ບາງບັນຫາສຳຄັນ ເຊິ່ງສາມາດສັງລວມເນື້ອໃນພົ້ນເດັ່ນດັ່ງນີ້.


1. ສສຊ ໄດ້ສະເໜີໃຫ້ 2 ອົງການ ເອົາໃຈໃສ່ແກ້ໄຂຜົນການກວດກາ ແລະ ຜົນການກວດສອບ ໂດຍໃຫ້ມີການໄຈ້ແຍກຂໍ້ມູນລະອຽດຈະແຈ້ງ ກ່ຽວກັບບັນຫາທີ່ສາມາດແກ້ໄຂໄດ້ ແລະ ຍັງບໍ່ສາມາດແກ້ໄຂໄດ້ເພື່ອເອົາອອກຈາກບັນຊີຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ ບໍ່ໃຫ້ແກ່ຍາວຊໍ້າເຮື້ອ ໂດຍສະເພາະການເກັບກູ້ລາຍຮັບ ແລະ ໜີ້ຕ້ອງຮັບຕ່າງໆ ເຫັນວ່າເປັນບັນຫາທີ່ມີຄວາມຈໍາເປັນ ຕ້ອງໄດ້ເອົາໃຈໃສ່ໃນການແກ້ໄຂຢ່າງເຂັ້ມງວດ ແລະ ທັນການ ເພື່ອນຳເອົາລາຍຮັບ ແລະ ລາຍຈ່າຍ ທີ່ກວດເຫັນເພີ່ມໃນປີ 2020 ຈົດເຂົ້າແຜນງົບປະມານປີ 2022 ແລະ ສືບຕໍ່ເລັ່ງທວງຈາກບັນດາເປົ້າໝາຍທີ່ຖືກກວດສອບໃຫ້ຄົບຖ້ວນ. ພ້ອມນັ້ນ, ກໍໄດ້ສະເໜີໃຫ້ສອງອົງການ ຮີບຮ້ອນຄົ້ນຄວ້າປັບປຸງ ກົດໝາຍໃນຂົງເຂດຕົນເອງ ໃຫ້ສຳເລັດຕາມແຜນການສ້າງ ແລະ ປັບປຸງກົດໝາຍ ຂອງ ສະພາແຫ່ງຊາດ ພ້ອມທັງສືບຕໍ່ ຜັນຂະຫຍາຍ ອອກເປັນນິຕິກຳໃຕ້ກົດໝາຍ ໃຫ້ຄົບຖ້ວນ ແລະ ຮັດກຸມ ສາມາດຄຸ້ມຄອງໄດ້ຢ່າງທົ່ວເຖິງ.

2. ສະເໜີໃຫ້ 2 ອົງການ ເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ, ຍົກສູງຈັນຍາບັນ, ຈັນຍາທຳ ຂອງພະນັກງານ ໃຫ້ມີຄວາມຊຳນິຊຳນານ ແລະ ເປັນມືອາຊີບ, ພ້ອມທັງສະເໜີໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາງົບປະມານ ແລະ ສະໜອງເຄື່ອງມືອຸປະກອນທີ່ຈຳເປັນ ຕໍ່ວຽກງານກວດກາ ແລະ ກວດສອບ, ເພື່ອຫັນເປັນທັນສະໄໝ, ຮັບປະກັນໃຫ້ມີຖານຂໍ້ມູນທີ່ແນ່ນອນ ສາມາດເຊື່ອມໂຍງກັບຄັງເງິນແຫ່ງຊາດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອສາມາດດຳເນີນວຽກງານການກວດກາ ແລະ ການກວດສອບແຕ່ຫົວທີ ທັງເປັນການຫຼີກລ່ຽງ ແລະ ແກ້ໄຂບັນຫາການລະເມີດວິໄນການເງິນ-ເງິນຕາ ຮັບປະກັນການສະໜອງຂໍ້ມູນໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວລາ ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ແຕ່ລະຄັ້ງ. ນອກນັ້ນ, ສະມາຊິກສະພາແຫ່ງຊາດ ຍັງເຫັນວ່າ ບັນຫາຕົ້ນຕໍຂອງການແກ້ໄຂຜົນຂອງການກວດກາ ໃນໄລຍະຜ່ານມາໄດ້ໜ້ອຍນັ້ນ ສາເຫດແມ່ນຍ້ອນແກ້ໄຂໄດ້ແຕ່ທາງດ້ານບໍລິຫານເປັນສ່ວນຫຼາຍ ບໍ່ໄດ້ແກ້ຕາມຂະບວນຍຸຕິທຳ ຈຶ່ງບໍ່ສາມາສາດແກ້ໄຂໄດ້ຢ່າງຂາດຕົວ. ສະນັ້ນ, ຖ້າໄດ້ຮັບແກ້ໄຂທາງດ້ານບໍລິຫານແລ້ວ ກໍຄວນນຳເອົາບົດບັນທຶກທີ່ໄດ້ເຊັນຮ່ວມກັບເປົ້າທີ່ຖືກກວດສອບກວດກາ ໄປຈົດທະບຽນສານ ເພື່ອສາມາດດຳເນີນຕາມຂະບວນການຍຸຕິທຳ.


3. ສະມາຊິກສະພາແຫ່ງຊາດຍັງໄດ້ສະເໜີໃຫ້ ລັດຖະບານ ເອົາໃຈໃສ່ຊີ້ນຳອົງການຄຸ້ມຄອງເປົ້າໝາຍທີ່ຖືກກວດສອບ-ກວດກາຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນ ແກ້ໄຂຜົນການກວດສອບ-ກວດກາ ຕາມບົດແນະນຳ ຢ່າງເຂັ້ມງວດ, ທັນການ ແລະ ຂາດຕົວ ພ້ອມທັງໃຫ້ການຮ່ວມມື, ປະສານສົມທົບ, ອຳນວຍຄວາມສະດວກ, ສະໜອງເອກະສານ, ຂໍ້ມູນທີ່ຈໍາເປັນ ແລະ ເຂົ້າຮ່ວມວຽກງານກວດສອບ-ກວດກາ ຢ່າງຕັ້ງໜ້າ.

4. ສໍາລັບການກໍານົດເປົ້າໝາຍ ການກວດສອບ-ກວດກາ ປະຈຳປີ 2022 ສສຊ ສ່ວນຫຼາຍແມ່ນເຫັນດີ ແລະ ສະເໜີໃຫ້ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດ ພ້ອມທັງເອົາໃຈໃສ່ ກວດສອບ-ກວດກາເປົ້າໝາຍທີ່ຕິດພັນກັບວາລະແຫ່ງຊາດ, ໂຄງການລົງທຶນ ຕາມເປົ້າໝາຍພັດທະນາແບບຍືນຍົງ, ໂຄງການລົງທຶນຂອງລັດຂະໜາດໃຫຍ່, ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ, ການປ່ອຍສິນເຊື່ອ ແລະ ໜີ້ສິນ ທີ່ບໍ່ເກີດດອກອອກຜົນ ຂອງທະນາຄານທຸລະກິດລັດ, ໂຄງການການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ໂຄງການແກ້ໄຂໄພພິບັດທາງທຳມະຊາດ ເຊິ່ງທີ່ກ່າວມານັ້ນ ແມ່ນບາງຄຳຄິດຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທີ່ໄດ້ຍົກຂຶ້ນ.


ນອກຈາກນີ້ກອງປະຊຸມ ຍັງໄດ້ມີການຊັກຖາມ ເພື່ອໃຫ້ປະທານຂອງ 2 ອົງການຂຶ້ນຊີ້ແຈງ, ອະທິບາຍ ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາສໍາຄັນ ແລະ ພົ້ນເດັ່ນ ທີ່ບັນດາທ່ານສະມາຊິກສະພາແຫ່ງຊາດຕັ້ງຂຶ້ນ, ເຮັດໃຫ້ການຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນ ຕໍ່ວຽກງານຂອງ 2 ອົງການຄັ້ງນີ້ ມີບັນຍາກາດທີ່ຟົດຟື້ນ ເຊິ່ງບັນດາຄຳເຫັນຂອງ ສສຊ ຈະໄດ້ນຳໄປປັບປຸງໃສ່ຮ່າງມະຕິ ເພື່ອກະກຽມໃຫ້ ສສຊ ລົງຄະແນນສຽງຮັບຮອງເອົາໃນວັນທີ 16 ພະຈິກ 2021 ເພື່ອນໍາໄປຈັດຕັ້ງປະຕິບັດ.