ຟອມ ສຸກອາພອນ ກໍາລັງໂດດເດັ່ນ ແລະ ໄປໄດ້ດີກັບ ອຸດອນທານີ ໃນໄທລີກ 2 ຍິງໄປແລ້ວ 2 ປະຕູ

641

ສຸກອາພອນ ວົງຈຽງຄໍາ ກອງກາງຊາວລາວ ກາຍເປັນອີກໜຶ່ງຄວາມຫວັງຂອງທີມຊາດລາວ ຊຸດໃຫຍ່ ໃນ AFF SUZUKI CUP 2020 ທີ່ຈະເປີດສາກຂຶ້ນທ້າຍປີນີ້ ເນື່ອງຈາກຟອມກັບຕົ້ນສັງກັດປັດຈຸບັນກໍາລັງໂດດເດັ່ນ ແລະ ເປັນທີ່ຈັບຕາເມື່ອລາວໄດ້ຮັບໂອກາດລົງແຂ່ງຂັນໃຫ້ກັບ ອຸດອນທານີ ເອັຟຊີ ສະໂມສອນໃນໄທລີກ 2 ເກືອບທຸກນັດ ( ຍົກເວັ້ນ 1 ນັດທີ່ຖືກໂທດຈາກໃບເຫຼື້ອງ ) ແລະ ຍິງແລ້ວ 2 ປະຕູ.

ພາຍຫຼັງທີ່ ສຸກອາພອນ ປະກາດອໍາລາ ພີທີ ປະຈວບ ເອັຟຊີ ສະໂມສອນໃນໄທລີກ 1 ກ່ອນເປີດຕົວທາງການກັບ ອຸດອນທານີ ສະໂມສອນໃນໄທລີກ 2 ເມື່ອເດືອນມິຖຸນາ 2021 ກ່ອນທີ່ຈະໄດ້ໂອກາດລົງສະໜາມໃນວັນທີ 4 ກັນຍາ 2021 ພາທີມສະເໝີກັບ ຣະນອງ 3-3 ເຊິ່ງນັດດັ່ງກ່າວເປັນນັດເປີດລະດູການ ແລະ ສຸກອາພອນ ກໍສາມາດຍິງໄດ້ 1 ປະຕູ.

ຫຼັງຈາກນັ້ນ ສຸກອາພອນ ກໍໄດ້ຮັບໂອກາດລົງສະໜາມຢ່າງຕໍ່ເນື່ອງໃນຖານະຜູ້ຫຼິ້ນ 11 ຕົວຈິງ ຈົນຫຼ້າສຸດເມື່ອວັນທີ 6 ພະຈິກ 2021 ສຸກອາພອນ ກໍໄດ້ຮັບໂອກາດລົງສະໜາມເປັນຕົວຈິງສາມາດຍິງໄດ້ 1 ປະຕູໃຫ້ກັບ ອຸດອນທານີ ເອັຟຊີິ ສະເໝີກັບ ກະເສດຕະກອນ ເອັຟຊີ 2-2, ເຊິ່ງສຸກອາພອນ ຍິງປະຕູໄດ້ນາທີໆ 15 ໃຫ້ທີມຂຶ້ນນໍາ 1-0.

ຈາກຜົນດັ່ງກ່າວ ສົ່ງຜົນໃຫ້ ອຸດອນທານີ ເກັບເພີ່ມເປັນ 22 ຄະແນນຢຶດອັນດັບ 3 ຂອງຕາຕະລາງຄະແນນລວມ ໂດຍຕາມຫຼັງ ຕາດ ເອັຟຊີ ທີມນໍາຕາຕະລາງຄະແນນລວມທີ່ມີ 32 ຄະແນນ ແລະ ອັັນດັບ 2 ສຸໂຂໄທ ເອັຟຊີ ມີ 25 ຄະແນນ ຈາກການແຂ່ງຂັນ 12 ນັດເທົ່າກັນ.

ຫຼ້າສຸດ ສຸກອາພອນ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ໃນວັນທີ 8 ພະຈິກ 2021 ວ່າ: ເປັນຄວາມພາກພູມໃຈອີກຢ່າງທີ່ໄດ້ໂອກາດຫຼິ້ນໃຫ້ກັບ ອຸດອນທານີ ເອັຟຊີ ທີມທີ່ມີຄຸນນະພາບ ແລະ ກໍໄດ້ຮັບໂອກາດລົງແຂ່ງຂັນເປັນຕົວຈິງເກືອບທຸກນັດຈາກ 12 ນັດ ຍົກເວັ້ນ 1 ນັດທີ່ຖືກລົງໂທດຈາກໃບເຫຼື້ອງ ແລະ ກໍສາມາດຍິງໃຫ້ກັບ ອຸດອນທານີ ໄປແລ້ວ 2 ປະຕູ ແລະ ສົ່ງບານໃຫ້ກັບເພື່ອນຮ່ວມທີມຍິງອີກ 1 ປະຕູຈາກ ໃນນັດເປີດສະໜາມ ແລະ ນັດຫຼ້າສຸດເມື່ອທ້າຍອາທິດ ທີ່ຜ່ານມາ.

“ ສໍາລັບ ການຫຼິ້ນໃຫ້ກັບ ອຸດອນທານີ ແມ່ນຫຼິ້ນໃນຕໍາແໜ່ງກອງກາງຕົວຮັບ ເຊິ່ງເປັນຕໍາແໜ່ງທີ່ຄຸ້ນເຄີຍ ແລະ ສາມາດປັບເຂົ້າກັບທີມໄດ້ດີ ແນ່ນອນເປົ້າໝາຍແມ່ນຫວັງເລິກໆຢາກພາທີມສ້າງປະຫວັດສາດເລື່ອນຊັ້ນ ແຕ່ກໍຕ້ອງເບິ່ງໄປໃນຮອບຂາໄປກັນກ່ອນ ” ສຸກອາພອນ ກ່າວ.
ຂ່າວ: ຫຼ້າ MKP; ຮູບຈາກ: Udonthani FC ແລະ ສະຫະພັນບານເຕະແຫ່ງຊາດລາວ